ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ພວກ​ປະ​ທ້ວງ ຢູ່​ເຮ​ຕີ ເດີນ​ຂະ​ບວນ​ ໄປ​ສູ່ທຳ​ນຽບ ປະ​ທາ​ນາ​ທິ​ບໍ​ດີ


ຕຳ​ຫຼວດ​ຍິງ​ແກັ​ສ​ນ້ຳ​ຕາເຂົ້າ​ໃສ່​ພວກ​ປະ​ທ້ວງ ຢູ່​ຕໍ່​ໜ້າ​ທຳ​ນຽບ​ປະ​ທາ​ນາ​ທິບໍ​ດີ ທີ່​ນະ​ຄອນປັອກ​ໂອ​-ແປ​ຣງ ​​ປະ​ເທດເຮ​ຕີ ວັນ​ທີ 13 ກຸມ​ພາ 2019.
ຕຳ​ຫຼວດ​ຍິງ​ແກັ​ສ​ນ້ຳ​ຕາເຂົ້າ​ໃສ່​ພວກ​ປະ​ທ້ວງ ຢູ່​ຕໍ່​ໜ້າ​ທຳ​ນຽບ​ປະ​ທາ​ນາ​ທິບໍ​ດີ ທີ່​ນະ​ຄອນປັອກ​ໂອ​-ແປ​ຣງ ​​ປະ​ເທດເຮ​ຕີ ວັນ​ທີ 13 ກຸມ​ພາ 2019.

ພວກ​ປະ​ທ້ວງ​ຫຼາຍ​ຮ້ອຍ​ຄົນ​ພາ​ການ​ເດີນ​ຂະ​ບວນ​ໄປ​ສູ່​ທຳ​ນຽບປະ​ທາ​ນາ​ທິ​ບໍ​ດີ​ໃນ​ນະ​
ຄອນປັອກ​ໂອ​-ແປ​ຣງ ​ຂອງ​ເຮ​ຕີ ໃນ​ວັນ​ພຸດ​ວານ​ນີ້ ເພື່ອ​ເຕືອນ ປະ​ທາ​ນາ​ທິບໍດີ ໂຈ​ເວີ​
ແນ​ລ ມົວ​ຊີ ວ່າ​ເຖິ​ງ​ເວ​ລາ​ ລາ​ອອກ​ແລ້ວ.

ແຕ່​ວ່າ​ປະ​ທາ​ນາ​ມິ​ບໍ​ດີ ຍັງມິດ​ງຽບ​ຢູ່.

ຜູ້​ຊາຍ​ປະ​ທ້ວງ​ຄົນ​ນຶ່ງ​ກ່າວ​ຕໍ່ ວີ​ໂອ​ເອ ເປັນ​ພາ​ສາກ​ຣີ​ໂອ​ລ ວ່າ “ພວກ​ເຮົາ​ຢືນ​ຢູ່​ທີ່​ນີ້ ​ຕໍ່​
ໜ້າ​ທຳ​ນຽບ​ມື້​ນີ້ ເພາະ​ວ່າ​ເຂດ​ນີ້​ ບໍ່​ແມ່ນ​ຂອງ​ທ່ານໂຈ​ເວີ​ແນ​ລ ມົວ​ຊີ. ທີ່ ພວກ​ເຮົາ​ຈ່າຍ
​ຄ່າ​ພາ​ສີ​ໃຫ້​.”

ເວ​ລາ​ຖາມກ່ຽວ​ກັບ​ຄວາມ​ຮູ້​ສຶກທີ່ ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ມິດ​ງຽບຕະ​ຫຼອດ​ມາ ລາວ​ໄດ້​ຕອບ
​ວ່າ “ນັ້ນ​ກໍ​ເພາະ​ວ່າ​ລາວ​ຍັງ​ບໍ່​ທັນ​ເຂົ້າ​ໃຈ​ເທື່ອ. ເວ​ລາ​ໃດ​ທີ່​ລາວ​ເຂົ້າ​ໃຈ ມັນ​ຈະ​ຊ້າ​ເກີນ
​ໄປ. ປະ​ຊາ​ຊົນ​ຈະ​ພາ​ກັນ​ຂັບ​ໄລ່ລາວ​ອອກ​ຈາກຕຳ​ແໜ່ງ ແລະ​ພວກ​ເຮົາ​ຈະ​ຍຶດ​ເອົາ​
ເຄື່ອງ​ຂອງໆ​ລ​າວ ແລະ​ລາວ​ຈະ​ເຂົ້າ​ໃຈ.”

"ຜູ້​ນຳ​ປະ​ເທດ​ໄດ້​ສະ​ແດງ​ຕົນ​ເອງ​ແບບ​ບໍ່​ເອົາ​ຫົວ​ຊາ ບໍ່​ມີ​ສິນ​ລະ​ທຳ ແລະ​ໜ້າ​ບໍ່​ອາຍ" ​
ທີ່ສະ​ມາ​ຊິກ​ສະ​ພາ​ສູງຝ່າຍ​ຄ້ານ ທ່ານ​ຣິ​ກາ​ຣດ ປີ​ແອ​ຣ ກ່າວ​ຕໍ່ ວີ​ໂອ​ເອ ​ເປັນພາ​ສາກ​ຣີ​
ໂອ​ລ. ທ່ານ​ໄດ້​ເປັນ​ພາກ​ສ່ວນ​ຂອງ​ກຸ່ມ​ທີ່​ເຕົ້​າ​ໂຮມ​ຢູ່​ຕໍ່​ໜ້າ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ. “ຜູ້​
ນຳ​ຄົນ​ນຶ່ງ ​ທີ່​ມີ​ລະ​ດັບ​ນັບ​ຖື​ຕົນ​ເອງ ຫຼັງ​ຈາກ​ເຫັນ​ປະ​ຊາ​ຊົນ​ທັງ​ໝົດ​ເຫລົ່າ​ນີ້ ພາ​ກັນ​ປະ
​ທ້ວງຢູ່​ຕາມ​ຖະ​ໜົນຄວນ​ລາ​ອອກ. ນັ້ນ​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ວ່າ​ລາວ​ບໍ່​ສົນ​ໃຈ​ກ່ຽວ​
ກັບ​ປະ​ຊາ​ຊົນ. ລາວ​ພຽງ​ແຕ່​ສົນ​ໃຈ​ນຳ​ການ​ເຮັດ​ເງິນ.”

ຜູ້​ປະ​ທ້​ວງ​ຄົນ​ນຶ່ງ ສະ​ແດງ​ທ່າ​ທາງ​ຢູ່​ຕໍ່​ໜ້າ​ທຳ​ນຽບ ປະ​ທາ​ນາ​ທິບ​ໍດີ ​ວັນທີ 13 ກຸມ​ພາ 2019.
ຜູ້​ປະ​ທ້​ວງ​ຄົນ​ນຶ່ງ ສະ​ແດງ​ທ່າ​ທາງ​ຢູ່​ຕໍ່​ໜ້າ​ທຳ​ນຽບ ປະ​ທາ​ນາ​ທິບ​ໍດີ ​ວັນທີ 13 ກຸມ​ພາ 2019.

ຄວາມ​ໂກດ​ແຄ້ນ ແລະ​ບໍ່​ພໍ​ໃຈ​ໄດ້​ສ​ະ​ແດງ​ອອກ​ມາ​ໂດຍ​ພວກ​ປະ​ທ້ວງ ທີ່​ໄດ້​ດັງ​ກ້ອງ​
ໂດຍ​ຫຼາຍ​ພັນ​ຄົນ ຜູ້​ທີ່​ໄດ້​ເດີນ​ປະ​ທ້ວງ​ຢູ່​ທົ່ວ​ປະ​ເທດ​ເພື່ອ​ລະ​ບາຍ​ຄວາມ​ບໍ່​ພໍ​ໃຈເຂົາ
​ເຈົ້າ ແລະ​ໂກດ​ແຄ້ນ​ຕໍ່​ປະ​ທານ​າ​ທິ​ບໍ​ດີ ແລະ​ລັດ​ຖະ​ບານ​ຂອງ​ທ່ານ ນັບ​ແຕ່​ວັນ​ທີ 7
ກຸມ​ພາ. ເຂົາ​ເຈົ້າ​ກ່າວ​ວ່າ ເຂົາ​ເຈົ້າ​ປະ​ທ້ວງ ຕໍ່ຕ້ານ​ເງິນ​ເຟິ້ ການ​ຫວ່າງງ​ານ ​ການສໍ້
ລາດ​ບັງ​ຫຼວງ ແລະ​ລັດ​ຖະ​ບານ​ບໍ່​ມີ​ສະ​ມັດ​ຖະ​ພາບ​ທີ່​ຈະ​ຮັບ​ມື​ກັບພື້ນ​ຖານຂອງ​ຄວາມ
​ຕ້ອງ​ການ​ທີ່ຈຳ​ເປັນ​ຂອງເຂົາ​ເຈົ້າ. ພວກ​ປະ​ທ້ວງ​ປະ​ກາດ​ທີ່​ຈະ​ພາ​ກັນ​ປະ​ທ້ວງ​ຕໍ່​ໄປ
​ຈົນ​ກວ່າ​ວ່າ​ປະ​ທາ​ນາ​ທິບໍ​ດີ​ລາ​ອອກ.

ຜູ້​ນຳ​ການ​ປະ​ທ້ວງ​ຄົນ​ນຶ່ງ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ໃນ​ທຸກໆ​ຄຸ້ມ ຢູ່​ໃນ​ນະ​ຄອນ​ຫຼວງ
​ພາ​ກັນ​ເດີນ​ຂະ​ບວນ​ໄປ​ສູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ ເພື່ອ​ສະ​ແດງ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​
ເຫັນ​ວ່າ​ເຂົາ​ເຈົ້າ​ເຮັດ​ແທ້​ທຳ​ຈິງ.

ນາ​ຍົກ​ລັດ​ທະ​ມົນ​ຕີ ທ່ານ​ຊັງ ອັງ​ຣີ ຊຽງ ໃນ​ນະ​ຄອນປັອກ​ໂອ​-ແປ​ຣງ ​ຂອງ​ເຮ​ຕີ ວັນ​ທີ 17 ກັນ​ຍາ 2018.
ນາ​ຍົກ​ລັດ​ທະ​ມົນ​ຕີ ທ່ານ​ຊັງ ອັງ​ຣີ ຊຽງ ໃນ​ນະ​ຄອນປັອກ​ໂອ​-ແປ​ຣງ ​ຂອງ​ເຮ​ຕີ ວັນ​ທີ 17 ກັນ​ຍາ 2018.

ວີ​ໂອ​ເອ ພາ​ສາກ​ຣີ​ໂອ​ລ ໄດ້​ເຫັນ​ພວກ​ເຈົ້າ​ໜ້າ​ທີ່​ຮັກ​ສາຄວາມ​ປອດ​ໄພ CIMO ພາ​
ກັນ​ປະ​ຈຳ​ການ​ຢູ່​ອ້ອມ​ແອ້ມ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ເພື່ອ​ຮັກ​ສາ​ຄວາມ​ເປັນ​ລະ
​ບຽບ​ຮຽບ​ຮ້ອຍ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG