ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ປະ​​ທ້ວງຢູ່​ເຮ​ຕີ ຮຽກ​ຮ້ອງ​ໃຫ້​​ສາ​ກົນ ຢຸ​ດ​ໃຫ້ການ​ສະ​ໜັບ ​ສະ​ໜູນ ແກ່​ ປ. ມົວ​ຊີ


​ຊາວ​ເຮ​ຕີ ປິດ​ຖະ​ໜົນ ເຮັດ​ໃຫ້​ເສດ​ຖະ​ກິດ​ຂອງ​ປະ​ເທດ​ພິ​ການ ໃນ​ຂະ​ນະ​ທີ​ເຂົ​າ​ເຈົ້າ ກົດ​ດັນ​ໃຫ້ປະ​ທາ​ນາ​ທິ​ບໍ​ດີ​ມົວ​ຊີ ລາ​ອອກຈາກ​ຕຳ​ແໜ່ງ ວັນ​ທີ 30 ກັນ​ຍາ 2019.
​ຊາວ​ເຮ​ຕີ ປິດ​ຖະ​ໜົນ ເຮັດ​ໃຫ້​ເສດ​ຖະ​ກິດ​ຂອງ​ປະ​ເທດ​ພິ​ການ ໃນ​ຂະ​ນະ​ທີ​ເຂົ​າ​ເຈົ້າ ກົດ​ດັນ​ໃຫ້ປະ​ທາ​ນາ​ທິ​ບໍ​ດີ​ມົວ​ຊີ ລາ​ອອກຈາກ​ຕຳ​ແໜ່ງ ວັນ​ທີ 30 ກັນ​ຍາ 2019.

ຫຼາຍ​ພັນ​ຄົນ​ພາ​ກັນ​ໄ​ປ​ຢູ່​ຕາມ​ຖະ​ໜົນ​ຂອງ​ນະ​ຄອນ​ຫຼວງ​ເຮ​ຕີ ປັອກ-ໂອ​-ແປ​ຣງ ພ້ອມ​
ທັງ​ບັນ​ດາ​ເມືອງຕ່າງໆ​ທີ່​ຢູ່​ທາງພາກ​ເໜືອ ແລະ​ພາກ​ໃຕ້ ອີ​ກ​ໃນ​ວັນ​ສຸກວານ​ນີ້ ເພື່ອ​ຮຽ​ກ
​ຮ້ອງ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ ໂຈ​ເວີ​ແນ​ລ ມົວ​ຊີ ລາ​ອອກຈາກ​ຕຳ​ແໜ່ງ.

“ໂຈ​ໂຈ ເມ​ລ​ລີ, ໂຈ​ໂຈ ເມລ​ລີ” ຊຶ່ງ​ໝາຍ​ຄວາມ​ວ່​າ ໂຈ​ມີ​ບັນ​ຫາແລ້ວ ນັ້ນ​ຄື​ຄຳ​ເວົ້​າທີ່ເຂົາ​
ເຈົ້າ​ພາ​ກັນ​ຮ້ອງ​ໄປພ້ອມ​ກັບ​ຈັງ​ຫວະ​ດົນ​ຕີ, ການໂບກ​ມື ແລ​ະ​ການຕົບ​ມື. ມີ​ຄົນຈຳ​ນວນ​
ນຶ່ງ​ພາ​ກັນ​ຖື​ງ່າ​ໄມ້ ໃນ​ຂະ​ນະ​ທີ່​ຄົນ​ອື່ນໆ​ ຍົກ​ປ້າຍ​ໃຫ້ຂຶ້ນ​ສູງ​ເພື່ອ​ໃຫ້​ທຸກ​ຄົນ​ໄດ້​ເຫັນປ້າຍ
​ທີ່ຂຽນ​ວ່າ “ໂຈ​ເວີ​ແນ​ລຈົ່ງ​ລາ​ອອກ”. ພວກ​ເຂົາ​ເຈົ້າ ຍັງ​ມີ​ຄຳ​ເວົ້າ​ຝາກ​ໃຫ້​ປະ​ຊາ​ຄົມ​ສາ​
ກົນ​ອີກ​ດ້ວຍ​ທີ່​ຂຽນ​ວ່າ “ຢຸດ​ການເຮັດ​ໃຫ້ລັດ​ຖະ​ບານທີ່​ສໍ້​ລາດຂອງ​ພວກເຮົາໂພ່​ອອກ​ມາ.”

ບັນ​ດາ​ຜູ້​ນຳຝ່າຍ​ຄ້ານ ແລະ​ພວກ​ຫົວຮຸນ​ແຮງຕ້າ​ນ​ການ​ສໍ້​ລາດ​ບັງ​ຫຼວງ ໄດ້​ຮຽກຮ້ອງ​ໃຫ້​
ມີ​ການ​ປະ​ທ້ວງ​ຢູ່​ທົ່ວ​ປະ​ເທດ ໂດຍເວົ້າວ່າ​ເປົ້າ​ໝາຍ​ຂອງພວກ​ເຂົາ​ເຈົ້າ​ແມ່ນ​ຈະ​ພາ​ກັນ​
ເດີນ​ຂະ​ບວນ​ຢູ່ສຳ​ນັກ​ງານໃຫ​ຍ່ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໃນເທື່ອ​ນີ້ ​ເພື່ອ​ໃຫ້ແນ່
ໃຈ​ວ່າ ມີ​ຄົນ​ໄດ້​ຍິນຄຳ​ຮຽກ​ຮ້ອງ​ຂອງເຂົາ​ເຈົ້າ​.

​ສະ​ມາ​ຊິກ​ສະ​ພາ​ສູງ​ຂອງຝ່າຍ​ຄ້ານ ທ່ານ​ອີ​ວາ​ລິ​ແອ​ຣ ໂບ​ປ​ລັງ ກ່າວ​ວ່າ “ພວກ​ເຮົາ​ໃຫ້
ທ່ານ​ນາງ ລາ ລາມ ຂອງ​ສະ​ຫະ​ລັດ ທີ່​ເປັນ​ຜູ້​ຕາງ​ໜ້າພິ​ເສດ​ຂອງເລ​ຂາ​ທິ​ການ​ໃຫຍ່ປະ​
ຈຳ​ເຮ​ຕີ​ຍົກ​ຍ້າຍ ທ່ານ​ໂຈ​ເວີ​ແນ​ລ ອອກ​ຈາກ​ປະ​ເທດພາຍ​ໃນ 24 ຊົ່ວ​ໂມງ. ທ່ານ​ກ່າວ​ອີກ
ວ່າ “ຖ້າ​ຫາກ​ທ່ານ​ນາງ​ບໍ່​ປະ​ຕິ​ບັດ ພວກ​ເຮົາພາ​ກັນ​ກັບ​ມາຢູ່​ທີ່​ນີ້ທຸກໆ​ມື້​ຈົນ​ກວ່າ​ທ່ານ​ນາງ​ຈະຮ່ວມ​ມື​ນຳ. ທ່ານ​ນາງ​ຕ້ອງ​ຢຸດ​ໃຫ້​ການ​ສະ​ໜັບ​ສະ​ໜຸນການສໍ້​ລາດ​ບັງ​ຫຼວງ ແລະ​ການ​
ຂ້າ​ລ້າງ​ປະ​ຊາ​ຊົນ ​ຢູ່​ໃນ​ກຳ​ມື​ຂອງ​ຕຳ​ຫຼວດ.”

ນັກ​ການ​ເມືອງ​ຝ່າຍ​ຄ້ານ, ທ່ານ​ອາ​ຊາດ ໂວລ​ຊີ ແມ່ນມີ​ພວກ​ປະ​ທ້ວງໄປ​ຫ້ອມ​ລ້ອມ​ທ່ານ​
ຢູ່ໃນ​ຂະ​ນະທີ່​ທ່ານ​ຢືນ​ຢູ່​ຕໍ່​ໜ້າຫ້ອງ​ການຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG