ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ອອກຄຳເຕືອນ ຕໍ່ຊາວ ອາເມຣິກັນ ໃນປະເທດ ເຮຕີ


ປະຊາຊົນ ເຮຕີ ຂັບລົດຜ່ານສິ່ງກີດຂວາງໃນຖະໜົນ ທີ່
ນະຄອນຫຼວງ ປອກ ໂອແປຣັງ, ປະເທດ ເຮຕີ. 8 ກໍລະກົດ, 2018.
ປະຊາຊົນ ເຮຕີ ຂັບລົດຜ່ານສິ່ງກີດຂວາງໃນຖະໜົນ ທີ່ ນະຄອນຫຼວງ ປອກ ໂອແປຣັງ, ປະເທດ ເຮຕີ. 8 ກໍລະກົດ, 2018.

ສະຖານທູດ ສະຫະລັດ ໃນປະເທດ ເຮຕີ ໄດ້ຂໍໃຫ້ຊາວ ອາເມຣິກັນ ທຸກຄົນຢູ່ໃນບ້ານ
ເຮືອນ ຈົນກວ່າຈະມີແຈ້ງການເພີ່ມເຕີມ, ໃນຂະນະທີ່ການປະທ້ວງທີ່ຮຸນແຮງ ໃນນະ
ຄອນຫຼວງຂອງປະເທດ ກ່ຽວກັບ ຄຳສັ່ງ ຂອງລັດຖະບານໃຫ້ຂຶ້ນລາຄານໍ້າມັນເຊື້ອໄຟ
ນັ້ນ ໄດ້ດຳເນີນຕໍ່ໄປ.

ໃນວັນອາທິດວານນີ້ ພວກປະທ້ວງໄດ້ຈູດຢາງລົດ ໃນຖະໜົນຫຼາຍສາຍຂອງນະຄອນ
ຫຼວງ ປອກ ໂອແປຣັງ, ແລະ ເມືອງ ເພເຊິນວິລ (Petionville) ເຊິ່ງແມ່ນເຂດຊານ
ເມືອງ ທີ່ຕັ້ງຢູ່ໃກ້ຄຽງ, ລັກເຄື່ອງຂອງໃນຮ້ານຄ້າຕ່າງໆ, ຈູດໄຟເຜົາລົດຕໍ່ໜ້າໂຮງແຮມ
ຫຼູຫຼາ ແລະ ໄດ້ຂົ່ມຂູ່ວ່າ ຈະຈູດຕຶກສະພາແຫ່ງຊາດ.

ກະຊວງການຕ່າງປະເທດ ສະຫະລັດ ໄດ້ເຕືອນວ່າ “ຫ້າມເດີນທາງໄປສະໜາມບິນ
ນອກຈາກຈະຢືນຢັນໄດ້ວ່າ ຖ້ຽວບິນຂອງເຈົ້າຈະເດີນທາງອອກ. ຫຼາຍຖ້ຽວບິນ ແມ່ນ
ໄດ້ຖືກຍົກເລີກ ເມື່ອວັນອາທິດວານນີ້ ແລະ ສະໜາມບິນໄດ້ຈຳກັດອາຫານ ແລະ ນໍ້າ
ທີ່ມີຢູ່.”

ສາຍການບິນຫຼາຍສາຍ ໄດ້ຍົກເລີກຖ້ຽວບິນໄປປະເທດ ເຮຕີ ຂອງເຂົາເຈົ້າ ຍ້ອນ
ຄວາມຮຸນແຮງດັ່ງກ່າວ. ບາງສາຍການບິນໄດ້ຂຽນຂໍ້ຄວາມໃນ ທວິດເຕີ ວ່າ ການບໍລິ
ການທາງອາກາດຂອງເຂົາເຈົ້າຈະເລີ້ມຄືນ ໃນວັນຈັນມື້ນີ້.

ການປະທ້ວງທັງຫຼາຍ ແມ່ນກຳລັງດຳເນີນຢູ່ ແມ່ນກະທັ່ງ ຫຼັງຈາກປະທານາທິບໍດີ ເຮຕີ
ທ່ານ ໂຈເວີແນລ ມວາເຊ (Jovenel Moise)ໄດ້ຍົກເລີກການຕັດສິນໃຈທີ່ຈະຂຶ້ນລາ
ຄານໍ້າມັນເຖິງ 49 ເປີເຊັນໂດຍລັດຖະບານຂອງທ່ານ ກໍຕາມ.

ທ່ານ ມວາເຊ ໄດ້ປະກາດໃນຄຳປາໄສຕໍ່ປະເທດຊາດ ໃນຕອນແລງວັນເສົາທີ່ຜ່ານມາ
ວ່າ “ລາຄານໍ້າມັນເຊື້ອໄຟຈະກັບຄືນໄປມີລາຄາ ເທົ່າທີ່ມັນເປັນໄປ ກ່ອນໜ້ານີ້ ທົ່ວປະ
ເທດ.” ທ່ານປະທານາທິບໍດີກໍຍັງໄດ້ຮຽກຮ້ອງຂໍຄວາມສະຫງົບ, ຂໍໃຫ້ພວກປະທ້ວງ
ເຄື່ອນຍ້າຍອອກຈາກຖະໜົນ ແລະ ອະນຸຍາດໃຫ້ຕຳຫຼວດຈັດຄວາມເປັນລະອຽດຄືນ.
ປະຊາຊົນຢ່າງໜ້ອຍ 3 ຄົນໄດ້ເສຍຊີວິດໃນການປະທ້ວງຕ່າງໆ, ເຊິ່ງໄດ້ເລີ້ມຂຶ້ນໃນ
ວັນສຸກທີ່ຜ່ານມາ.

ແນວໃດກໍຕາມ, ຄົນ ອາເມຣິກັນ ຫຼາຍກວ່າ 120 ຄົນ, ແມ່ນໄດ້ລີ້ໄພຢູ່ໃນໂຮງແຮມ
ແຫ່ງນຶ່ງໃນນະຄອນຫຼວງ ປອກ ໂອແປຣັງ ບ່ອນທີ່ພວກປະທ້ວງໄດ້ພະຍາຍາມທີ່ຈະ
ຈູດຕຶກ ແລະ ຜ່ານການຮັກສາຄວາມປອດໄພເຂົ້າໄປ. ກຸ່ມຊາວໜຸ່ມ ແລະ ຜູ້ເຜີຍແຜ່
ສາສະໜາຈາກໂບດແຫ່ງຕ່າງໆຂອງ ສະຫະລັດ ໃນລັດ ຄາໂຣໄລນາໃຕ້, ຟລໍຣິດາ,
ຈໍເຈຍ ແລະ ອາລາບາມາ ແມ່ນຜູ້ທີ່ຕິດຄ້າງຢູ່ໃນປະເທດທີ່ຕັ້ງຢູ່ທະເລ ຄາຣິບຽນ
ແຫ່ງນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG