ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໗ ມິຖຸນາ ໒໐໒໓

ປະທານາທິບໍດີເຮຕີ ສາບານໂຕຮັບຕຳແໜ່ງ


ທ່ານ Michel Martelly ທີ່ຈະສາບານໂຕເຂົ້າເປັນປະທານາທິບໍດີຄົນໃໝ່ຂອງເຮຕີ ໃນວັນເສົາມື້ນີ້

ນັກດົນຕີ Michel Martelly ຈະສາບານໂຕ ເຂົ້າຮັບຕຳ
ແໜ່ງເປັນປະທານາທິບໍດີຄົນໃໝ່ຂອງເຮຕີໃນວັນເສົາມື້ນີ້.

ພິທີສາບານໂຕຈະມີຂຶ້ນຢູ່ຕໍ່ໜ້າທຳນຽບແຫ່ງຊາດ ທີ່ໄດ້
ຮັບຄວາມເສຍຫາຍ ຈາກໄພແຜ່ນດິນໄຫວ ຢູ່ທີ່ນະຄອນ
ຫຼວງ Port-Au-Prince.

ພວກທີ່ບໍ່ມີບ່ອນຢູ່ອາໄສ ຈຳນວນຫຼາຍພັນຄົນຍ້ອນໄພ
ແຜ່ນດິນໄຫວ ໃນເດືອນມັງກອນ ປີກາຍນີ້ ພ້ອມໆກັບ
ແຂກຜູ້ມີກຽດຄົນສຳຄັນໆ ຮວມທັງອະດີດປະທານາທິບໍ
ດີສະຫະລັດທ່ານ Bill Clinton ຊຶ່ງເປັນຜູ້ນຳພາຄະນະ
ຜູ້ແທນຂອງສະຫະລັດນັ້ນ ກໍຈະເຂົ້າຮ່ວມເປັນສັກຂີພະ
ຍານໃນພິທີສາບານໂຕເຂົ້າຮັບຕຳແໜ່ງຂອງ ທ່ານ Martelly.

ທ່ານ Martelly ຈະປະເຊີນກັບພາລະກິດໃນການບູລະ
ນະສ້າງສາໂຄງລ່າງພື້ນຖານຂອງເຮຕີ. ທ່ານຕ້ອງໄດ້ດຳ
ເນີນງານ ຮ່ວມກັບສະພາແຫ່ງຊາດ ທີ່ຄວບຄຸມໂດຍພັກ
ຝ່າຍຄ້ານ ຂອງປະທານາທິບໍດີທີ່ພວມຈະພົ້ນຈາກຕຳແໜ່ງທ່ານ Rene Preval.

ບັນດາປະເທດຕ່າງໆຍັງໂຈະການຊ່ອຍເຫຼືອຂອງຕົນຕໍ່ເຮຕີເປັນມູນຄ່າຫຼາຍພັນລ້ານໂດ
ລາຈົນກວ່າລັດຖະບານຊຸດໃໝ່ ສາມາດອອກນະໂຍບາຍແກ້ໄຂບັນຫາຄວາມທຸກຍາກທີ່
ຮ້າຍແຮງຂອງປະເທດ ໂຄງລ່າງພື້ນຖານທີ່ໄດ້ຮັບຄວາມເສຍຫາຍ ຈາກໄພແຜ່ນດິນໄຫວ ແລະການແຜ່ລະບາດຂອງໂຣກອະຫິວາ.

ເຮຕີໄດ້ດີ້ນຮົນ ເພື່ອທຳການບູລະນະສ້າງສາປະເທດ ລຸນຫຼັງທີ່ໄດ້ເກີດແຜ່ນດິນໄຫວທີ່
ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 200,000 ຄົນແລະອີກ 1 ລ້ານຄົນບໍ່ມີບ່ອນພັກພາອາ
ໄສ. ໃນເວລານີ້ ຍັງມີຫຼາຍຮ້ອຍພັນຄົນຍັງອາໄສຢູ່ຕາມຕູບຜ້າຕັ້ງໃນສູນຕ່າງໆ.

XS
SM
MD
LG