ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕົວປະກັນຊາວ ອາເມຣິກາເໜືອ ທີ່ຖືກລັກພາຕົວ ໃນ ເຮຕີ 2 ຄົນ ຈາກ 17 ຄົນຖືກປ່ອຍຕົວ


ປ້າຍຕັ້ງຢູ່ນອກໂບດການຊ່ວຍເຫຼືອ ຄຣິສຕຽນ, ເຊິ່ງສະມາຊິກຂອງເຂົາເຈົ້າ 17 ຄົນຖືກລັກພາຕົວ, ຕັ້ງຢູ່ເມືອງ ຕີຕານເຢັນ, ເຮຕີ, 21 ຕຸລາ, 2021.
ປ້າຍຕັ້ງຢູ່ນອກໂບດການຊ່ວຍເຫຼືອ ຄຣິສຕຽນ, ເຊິ່ງສະມາຊິກຂອງເຂົາເຈົ້າ 17 ຄົນຖືກລັກພາຕົວ, ຕັ້ງຢູ່ເມືອງ ຕີຕານເຢັນ, ເຮຕີ, 21 ຕຸລາ, 2021.

ຊາວ ອາເມຣິກາເໜືອ ສອງຄົນຈາກ 17 ຄົນ ຜູ້ທີ່ຖືກລັກພາຕົວໂດຍແກັ່ງຊາວ ເຮຕີ ໃນກາງເດືອນຕຸລາທີ່ຜ່ານມາໄດ້ຖືກປ່ອຍຕົວ, ໂບດທີ່ເຂົາເຈົ້າໄດ້ເຮັດວຽກໃຫ້ໄດ້ກ່າວໃນວັນອາທິດວານນີ້, ໂດຍລາຍງານວ່າເຂົາເຈົ້າ “ມີຊີວິດຊີວາດີ.”

ໂບດການຊ່ວຍເຫຼືອ ຄຣິສຕຽນ ທີ່ມີຫ້ອງການຕັ້ງຢູ່ ສະຫະລັດ ໄດ້ກ່າວໃນຖະແຫຼງການສະບັບນຶ່ງໃນເວັບໄຊ້ຂອງເຂົາເຈົ້າວ່າ “ມີຂໍ້ມູນທີ່ຈຳກັດເທົ່ານັ້ນທີ່ສາມາດສະໜອງໃຫ້, ແຕ່ພວກເຮົາສາມາດທີ່ຈະລາຍງານວ່າ ຕົວປະກັນສອງຄົນຜູ້ທີ່ຖືກປ່ອຍຕົວແມ່ນປອດໄພ, ມີຊີວິດຊີວາດີ, ແລະ ໄດ້ຮັບການເບິ່ງແຍງ.”

ນັກເຜີຍແຜ່ສາສະໜາ ແລະ ສະມາຊິກຄອບຄົວ, ໃນກຸ່ມນຶ່ງທີ່ມີຊາວ ອາເມຣິກັນ 16 ຄົນ ແລະ ການາດາ 1 ຄົນໄດ້ຖືກລັກພາຕົວເມື່ອວັນທີ 16 ຕຸລາທີ່ຜ່ານມາ ໃນຂະນະທີ່ໄດ້ເດີນທາງກັບຈາກສະຖານລ້ຽງເດັກກຳພ້າ ໃນເຂດນຶ່ງທາງພາກຕາເວັນອອກຂອງນະຄອນຫຼວງ ປອກ-ໂອ-ແປຣັງສ໌ ທີ່ຖືກຄວບຄຸມໂດຍນຶ່ງໃນແກັ່ງອາຊະຍາກອນທີ່ມີອຳນາດທີ່ສຸດຂອງ ເຮຕີ.

ໂບດການຊ່ວຍເຫຼືອ ຄຣິສຕຽນ, ເຊິ່ງມີຫ້ອງການຕັ້ງຢູ່ລັດ ໂອໄຮໂອ, ໄດ້ກ່າວວ່າ ຕົວປະກັນແມ່ນຜູ້ໃຫຍ່ 12​ ຄົນ ອາຍຸ 18 ຫາ 48 ປີ, ແລະ ເດັກນ້ອຍ 5 ຄົນອາຍຸຈາກ 8 ເດືອນ ຫາ 15 ປີ.

ໂບດໄດ້ກ່າວ, ເມື່ອຖືກຖາມ ກ່ຽວກັບ ຜູ້ທີ່ຮູ້ລາຍລະອຽດຂອງການປ່ອຍຕົວໃນຄັ້ງນີ້ວ່າ, “ພວກເຮົາບໍ່ສາມາດສະໜອງ ຫຼື ຢືນຢັນຊື່ຂອງຜູ້ທີ່ຖືກປ່ອຍຕົວ, ເຫດສຳລັບການປ່ອຍຕົວຂອງເຂົາເຈົ້າ, ເຂົາ ເຈົ້າມາແຕ່ໃສ, ຫຼື ສະຖານທີ່ໃນປັດຈຸບັນຂອງເຂົາເຈົ້າ.”

ຖະແຫຼງການສະບັບນຶ່ງໄດ້ກ່າວວ່າ “ໃນຂະນະທີ່ພວກເຮົາມີຄວາມຍິນດີກັບການປ່ອຍຕົວໃນຄັ້ງນີ້, ຈິດໃຈຂອງພວກເຮົາແມ່ນຢູ່ກັບ​ 15 ຄົນ ຜູ້ທີ່ຍັງຖືກຈັບຢູ່.”

ແກັ່ງ “ມາໂວໂຊ 400” ແມ່ນຢູ່ເບື້ອງຫຼັງ ການລັກພາຕົວດັ່ງກ່າວ ແລະ ໄດ້ຮຽກຮ້ອງເງິນຄ່າໄຖ່ ນຶ່ງລ້ານໂດລາຕໍ່ຫົວຄົນ, ອີງຕາມແຫຼ່ງຂ່າວຕ່າງໆທີ່ໄດ້ກ່າວຕໍ່ອົງການຂ່າວ AFP. ບໍ່ມີລາຍລະອຽດໃດໆ ກ່ຽວກັບ ບັນຫານັ້ນຖືກສະໜອງໃຫ້ໂດຍໂບດໃນວັນອາທິດວານນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG