ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮຕີ ໄດ້ຮັບຢາວັກຊີນໂຄວິດ-19 ງວດທຳອິດ ຫ້າແສນໂດສ ຈາກກອງທຶນເດັກນ້ອຍ ຫລື UNICEF


ຢາວັກຊີນ 500,000 ໂດສ ທີ່ລັດຖະບານສະຫະລັດບໍລິຈາກຜ່ານ COVAX, ໄດ້ເດີນທາງເຖິງ ນະຄອນຫລວງ ປອກ-ໂອ-ແປຣັງ ຂອງເຮຕີ ໃນວັນທີ່ 14 ກໍລະກົດ, ປີ 2021.
ຢາວັກຊີນ 500,000 ໂດສ ທີ່ລັດຖະບານສະຫະລັດບໍລິຈາກຜ່ານ COVAX, ໄດ້ເດີນທາງເຖິງ ນະຄອນຫລວງ ປອກ-ໂອ-ແປຣັງ ຂອງເຮຕີ ໃນວັນທີ່ 14 ກໍລະກົດ, ປີ 2021.

ຫລັງຈາກການລອບສັງຫານປະທານາທິບໍດີ ໂຈເວີແນລ ມວາເຊ ແລະການລະ ບາດຂອງໄວຣັສໂຄໂຣນາ, ເຮຕີໄດ້ຮັບຢາວັກຊີນໂຄວິດ-19 ຫ້າແສນໂດສທໍາອິດຈາກກອງທຶນສຸກເສີນເພື່ອເດັກນ້ອຍ ຫລື UNICEF ໃນວັນພະຫັດວານນີ້.

ອົງການຢູນີເຊຟ (UNICEF) ໄດ້ກ່າວຜ່ານຖະແຫຼງການວ່າ ຢາວັກຊີນດັ່ງກ່າວ ໄດ້ບໍລິຈາກໂດຍສະຫະລັດ ໃນມື້ວັນພຸດແລ້ວນີ້ ໂດຍຜ່ານອົງການໂຄແວັກສ໌ (COVAX), ເຊິ່ງເປັນໂຄງການລິເລີ້ມເພື່ອການແບ່ງປັນວັກຊີນໃຫ້ເທົ່າທຽມກັນ.

“ຈົນເຖິງມື້ວານນີ້, ເຮຕີ ເປັນປະເທດດຽວໃນທະວີບອາເມຣິກາທີ່ບໍ່ມີຢາວັກຊີນປ້ອງກັນໂຄວິດ-19 ເລີຍ ແມ່ນແຕ່ໂດສດຽວ,” ອົງການ UNICEF ກ່າວຜ່ານຖະແຫລງການ ໃນວັນພະຫັດວານນີ້. “ຂອບໃຈສໍາລັບການບໍລິຈາກນີ້, ປະຊາ ຊົນຊາວເຮຕີຫລາຍແສນຄົນ ຈະໄດ້ຮັບການສັກຢາວັກຊີນປ້ອງກັນໂຄວິດ-19. ເຖິງແມ່ນວ່າຈະມີຄວາມພະຍາຍາມໃນການລິເລີ້ມປຸກລະດົມ ໃຫ້ມີການສັກວັກຊີນໃນໄວໆນີ້, ແຕ່ປະຊາຊົນຊາວເຮຕີສ່ວນຫລາຍກໍ່ຍັງມີຄວາມສ່ຽງທີ່ຈະບໍ່ໄດ້ຮັບການສັກຢາວັກຊີນ ເນື່ອງຈາກຈໍານວນຢາທີ່ມີຈໍາກັດ ພາຍໃນປະເທດນັ້ນເອງ.”

ໃນການໃຫ້ສໍາພາດພິເສດກັບ VOA, ທ່ານ ຮວນ ກອນຊາເລສ (Juan Gonzalez) ສະມາຊິກສະມາຊິກສະພາຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ໄດ້ກ່າວວ່າ ການຕັດສິນໃຈໃນການເລັ່ງສົ່ງຢາວັກຊີນມີຂຶ້ນຫລັງຈາກທີ່ຄະນະຜູ້ແທນຂອງສະຫະລັດຢ້ຽມຢາມນະຄອນຫລວງປອກ-ໂອ-ແປຣັງ ຂອງເຮຕີ ໃນມື້ວັນອາທິດແລ້ວນີ້.

“ໃນວັນພຸດແລ້ວນີ້, ພວກເຮົາໄດ້ກະກຽມຢາວັກຊີນກັນໂຄວິດ-19 ອັນເປັນຜົນມາຈາກການເດີນທາງຄັ້ງນີ້ 500,000 ໂດສ. ແຕ່ສິ່ງສໍາຄັນທີ່ສຸດ ສໍາລັບສິ່ງເຫລົ່ານັ້ນແມ່ນຕ້ອງໝັ້ນໃຈວ່າພວກເຮົາຕ້ອງດໍາເນີນການສັກຢາວັກຊີນໃຫ້ບັນ ດາພະນັກງານການແພດທຸກຄົນ ໃນໂຮງໝໍຂອງເຮຕີ ແລະສະຖາບັນທີ່ໃຫ້ບໍລິ ການເບິ່ງແຍງແລະຜູ້ທີ່ໄດ້ຮັບຜົນກະທົບຈາກໂຣກລະບາດ, ບັນດາພະນັກງານການແພດເຫລົ່ານັ້ນ ແມ່ໄດ້ຮັບການສັກຢາວັກຊີນແລ້ວ,” ທ່ານ ກອນຊາເລສ ໄດ້ກ່າວຕໍ່ VOA.

ອົງການ UNICEF ກ່າວວ່າ ຜູ້ທີ່ເສຍຊີວິດ ແລະຜູ້ທີ່ຕິດເຊື້ອຈາກໂຄວິດ-19 ເພີ້ມຂຶ້ນເກືອບສອງເທົ່າ ໃນຊ່ວງ 5 ເດືອນທໍາອິດຂອງປີນີ້ໃນເຮຕີ, ເຊິ່ງເປັນ 1 ໃນ 10 ປະເທດ ທີ່ຍັງບໍ່ໄດ້ເລີ້ມປຸກລະດົມໃນການສັກຢາວັກຊີນເທື່ອ.

ຢາວັກຊີນຊຸດທໍາອິດ ມີຂຶ້ນຫລັງຈາກການລອບສັງຫານປະນາທິບໍດີ ມວາເຊ ໂດຍກຸ່ມມືປືນຕິດອາວຸດໃນເຮືອນພັກຂອງທ່ານທີ່ມີການປ້ອງກັນຢ່າງແໜ້ນໜາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG