ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ກຸ່ມ​ອັນ​ທະ​ພານ​ເຮ​ຕ​ີ ປ່ອຍ​ພ​ວກ​ນັກ​ສອນ​ສາ​ສະ​ໜາ​ອາ​ເມ​ຣິ​ກັນ ທ​ັງ​ໝົດ​ແລ້ວ


ຜູ້​ຄົນ​ພາ​ກັນ​ຖື​ປ້​າຍ​ຄຳ​ຂວັນ ​ທີ່​ຂຽນ​ເປັນ​ພາ​ສາ​ຄ​ຣຽ​ລ​ວ່າ "ບໍ່ ​ສຳ​ລັບ​ພວກ​ລັກ​ພາ​ໂຕ, ບໍ່ ​ສຳ​ລັບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ! ອົງ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຄ​ຣິ​ສ​ຕຽນ ​ໝັ້ນ​ຍືນ" ທີ່​ເມືອງຕີ​ຕັງ​ຢັງ ​ຢູ່​ທາງ​ເໜືອ​ນະ​ຄອນ​ຫຼວງ​ປອກ​ໂອ​ແປ​ຣັງ ເມື່ອ​ວັນ​ທີ 19 ​ຕຸລາ 2021.
ຜູ້​ຄົນ​ພາ​ກັນ​ຖື​ປ້​າຍ​ຄຳ​ຂວັນ ​ທີ່​ຂຽນ​ເປັນ​ພາ​ສາ​ຄ​ຣຽ​ລ​ວ່າ "ບໍ່ ​ສຳ​ລັບ​ພວກ​ລັກ​ພາ​ໂຕ, ບໍ່ ​ສຳ​ລັບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ! ອົງ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຄ​ຣິ​ສ​ຕຽນ ​ໝັ້ນ​ຍືນ" ທີ່​ເມືອງຕີ​ຕັງ​ຢັງ ​ຢູ່​ທາງ​ເໜືອ​ນະ​ຄອນ​ຫຼວງ​ປອກ​ໂອ​ແປ​ຣັງ ເມື່ອ​ວັນ​ທີ 19 ​ຕຸລາ 2021.

ນັກ​ສອນ​ສາ​ສະ​ໜາ​ຈາກ​ອົງ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຄ​ຣິ​ສ​ຕຽນ 12 ຄົນ​ທີ່​ຖືກ​ຈັບ​ ​ໂດຍ​ແກັ່ງ​ອັນ​ທະ​ພານ​ໃນເຮ​ຕີ ແຕ່​ວັນ​ທີ 16 ຕຸ​ລາ​ເປັນ​ຕົ້ນ​ມານັ້ນ ໄດ້​ຖືກປ່ອຍ​ໂຕແລ້ວ.

ທ່ານ​ແກ​ຣີ ເດ​ໂຣ​ຊີ​ເອ​ຣ​ສ໌ (Gary Desrosiers) ໂຄ​ສົກ​ຂອງ​ອົງ​ການ​ຕຳ​ຫຼວດແຫ່ງ​ຊາດ​ເຮ​ຕີ ໄດ້​ໃຫ້​ການ​ຢືນ​ຢັນ​ຕໍ່​ລາຍ​ງານ​ຂ່າວ ໃນ​ລະ​ຫວ່າງ​ການ​ໂອ້​ລົມ​ກັບວີ​ໂອ​ເອ​ພະ​ແນກ​ພາ​ສາ ຄ​ຣຽ​ລ ແຕ່​ທ່ານ​ກໍ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ໃດໆ.

ພະ​ນັກ​ງານ​ຄົນ​ນຶ່ງ​ຂອງ​ອົງ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຄ​ຣິ​ສ​ຕຽນ​ກໍ​ໄດ້​ໃຫ້​ການ​ຢືນ​ຢັນ​ກ່ຽວ​ກັບ​ການ​ປ່ອຍ​ໂຕ​ດັ່ງ​ກ່າວ ໂດຍ​ເວົ້າ​ວ່າ ມັນ​ເປັນ​ສິ່ງ​ທີ່ “ປະ​ເສີດ​ຫຼາຍ.”

ແກັ່ງ​ອັນ​ທະ​ພາຍ​ເຮ​ຕີ ໄດ້​ລັກ​ພາ​ໂຕ​ນັກ​ສອນ​ສາ​ສະ​ໜາ 17 ຄົນ ຊຶ່ງ 16 ແມ່ນ​ຊາວ​ອາ​ເມ​ຣິ​ກັນ ແລະ​ອີກ​ຄົນ​ນຶ່ງ​ເປັນ​ຊາວ​ກາ​ນາ​ດາເມື່ອ​ວັນ​ທີ 16 ຕຸ​ລາ​ຜ່ານ​ມາ ໃນ​ຂະ​ນະ​ທີ່​ພວກ​ນັກ​ສອນ​ສາ​ສະ​ໜາ​ເຫຼົ່າ​ນີ້ ພາ​ກັນ​ໄປ​ຢ້ຽມ​ຢາມ​ໂຮງ​ລ້ຽງ​ເດັກ​ກຳ​ພ້າ​ແຫ່ງ​ນຶ່ງ ທີ່​ຕັ້ງ​ຢູ່ນອກນະ​ຄອນ​ຫຼວງ​ປອກ​ໂອ​ແປ​ຣັງ. ພວກ​ທີ່​ຖືກ​ຈັບ​ໂຕ​ໄປນັ້ນ​ແມ່ນ​ມີຮວມ​ທັງ​ເດັກ​ນ້ອຍ.

​ຫົວ​ໜ້າ​ຂອງ​ກຸ່ມ​ອັນ​ທະ​ພານ ຢາກ​ໄດ້​ເງິນ​ຄ່າ​ໄຖ່ 1 ລ້ານ​ໂດ​ລາຕໍ່​ຄົນ ໃນ​ການ​ປ່ອຍ​ຕົວ​ພວກ​ເຂົາ​ເຈົ້າ. ລາວ​ໄດ້​ຂູ່​ວ່າ​ຈະ​ສັງ​ຫານ​ພວກ​ນັກ​ສອນ​ສາ​ສະ​ໜາ​ເຫຼົ່າ​ນີ້ ຖ້າ​ຫາກ​ການ​ຮຽກ​ຮ້ອງ​ຂອງ​ລາວ ບໍ່​ໄດ້​ມີ​ການ​ສະ​ໜອງ​ຕອບ.

ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ໄດ້​ມີ​ການ​ຈ່າຍ​ເງິນ​ຄ່າ​ໄຖ່​ໃຫ້​ແກ່​ກຸ່ມ​ອັນ​ທະ​ພານ​ຫຼື​ບໍ່.

ສະ​ຫະ​ລັດ​ໄດ້​ສົ່ງ​ເຈົ້າ​ໜ້າ​ທີ່​ອົງ​ການ​ສັນ​ຕິ​ບານ​ກາງ FBI ແລະ​ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍ​ອື່ນໆ​ໄປ​ຍັງ​ເຮ​ຕີ ເພື່ອ​ຊ່ວຍ​ໃນ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ ໃນ​ການ​ປ່ອຍ​ໂຕ​ປະ​ກັນ.

ທ່ານ​ຮ​ວານ ກອນ​ຊາ​ເລ​ສ (Juan Gonzalez) ຜູ້​ອຳ​ນວຍ​ການ​ອະ​ວຸ​ໂສ​ ຂອງ​ອົງ​ການ NSC ສຳ​ລັບ​ຊີກ​ໂລກ​ຕາ​ເວັນ​ຕົກ ກ່າວ​ຕໍ່​ວີ​ໂອ​ເອ​ໃນ​ສັບ​ປະ​ດາ​ແລ້ວນີ້ ໂດຍ​ເວົ້າ​ວ່າ “ບໍ່​ມີ​ຫຍັງ​ທີ່​ເປັນ​ບູ​ລິ​ມະ​ສິດ​ສຳ​ລັບ​ສະ​ຫະ​ລັດຫຼາຍ​ໄປ​ກວ່າ​ປະ​ຊາ​ຊົນ ອາ​ເມ​ຣິ​ກັນ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG