ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຫົວໜ້າສະພາການເລືອກຕັ້ງ ເຮຕີ ສັນຍາວ່າ ຈະຈັດການເລືອກຕັ້ງໃຫ້ໄດ້ ເຖິງຈະພົບກັບອຸປະສັກກໍຕາມ


ພະນັກງານເອົາທຸງເຮຕີໄປປັກໄວ້ທໍານຽບລັດຖະບານຢູ່ໃນນະຄອນຫລວງ Port-au-Prince ຂອງເຮຕີໃນວັນທີ 6 ກຸມພາ 2017
ພະນັກງານເອົາທຸງເຮຕີໄປປັກໄວ້ທໍານຽບລັດຖະບານຢູ່ໃນນະຄອນຫລວງ Port-au-Prince ຂອງເຮຕີໃນວັນທີ 6 ກຸມພາ 2017

ເຮຕີຈະຈັດການເລືອກຕັ້ງໃນປີນີ້ເຖິງແມ່ນວ່າຈະປະສົບກັບອຸປະສັກກໍຕາມ, ນັ້ນຄືຄໍາເວົ້າຂອງທ່ານນາງ ກວຽກລັນ ເມິຊາດິເອີ (Guirlande Mesadieu), ປະທານສະພາການເລືອກຕັ້ງຊົ່ວຄາວຫລື KEP ທີ່ກ່າວຕໍ່ວີໂອເອພາສາ ຄຣີໂອລ (Creole).

ທ່ານນາງ ເມິຊາດິເອີກ່າວວ່າ "ພວກເຮົາຈະຈັດການເລືອກຕັ້ງ. ພວກເຮົາຈະຈັດການລົງປະຊາມະຕິ." ທ່ານນາງຍອມຮັບວ່າວັນທີ 26 ກັນຍາທີ່ກໍານົດໄວ້ໃນປັດຈຸບັນອາດຈະຕ້ອງໄດ້ເລື່ອນອອກໄປ.

ເຖິງແມ່ນວ່າຈະມີບາງກຸ່ມການເມືອງພະຍາຍາມກົດດັນ KEP ໃຫ້ໂຈະແຜນ ການເລືອກຕັ້ງໄວ້ກ່ອນ ພາຍຫຼັງການລອບສັງຫານປະທານາທິບໍດີ ໂຈເວີແນລ ມົວເຊ (Jovenel Moise) ໃນເດືອນກໍລະກົດຜ່ານກໍຕາມ, ແຕ່ທ່ານນາງ ເມິຊາດິເອີ (Mesadieu) ກ່າວວ່າ ສະພາມີຄວາມຕັ້ງໃຈທີ່ຈະເຄົາລົບດຳລັດຂອງປະທານາທິບໍດີ, ເຊິ່ງຮຽກຮ້ອງໃຫ້ມີການລົງປະຊາມະຕິ ແລະການເລືອກຕັ້ງທົ່ວໄປໃນປີນີ້.

"ພວກເຮົາ, ໃນຖານະເປັນສະມາຊິກຂອງສະພາການເລືອກຕັ້ງ, ຈະປະຕິບັດໜ້າທີ່ແບບບໍ່ມີຄວາມຮັບຜິດຊອບ ຖ້າຫາກພວກເຮົາຕັດສິນໃຈທີ່ຈະຈັດການລົງປະຊາມະຕິແຕ່ອັນດຽວ ແຕ່ບໍ່ຈັດການເລືອກຕັ້ງທົ່ວໄປ, ຫຼື ຈັດແຕ່ການເລືອກຕັ້ງທົ່ວໄປ ແລະບໍ່ໄດ້ຈັດການລົງປະຊາມະຕິ. ສະນັ້ນທຸກສິ່ງທຸກຢ່າງທີ່ຢູ່ໃນດໍາລັດຂອງປະທານາທິບໍດີ ນັ້ນແມ່ນສິ່ງທີ່ພວກເຮົາສຸມໃສ່,” ນັ້ນຄືຄໍາເວົ້າຂອງທ່ານນາງບອກກັບ VOA.

ສະຫະລັດ ແລະ ປະຊາຄົມສາກົນໄດ້ຮຽກຮ້ອງຢ່າງຊໍ້າແລ້ວຊໍ້າອີກວ່າໃຫ້ເຈົ້າໜ້າທີ່ ເຮຕີ ຈັດການເລືອກຕັ້ງທົ່ວໄປເພື່ອຟື້ນຟູສະຖາບັນປະຊາທິປະໄຕທີ່ພິການເຊັ່ນລັດຖະສະພານັ້ນ ແລະເລີ່ມແກ້ໄຂບັນຫາໃຫຍ່ໆ.

ໃນການໃຫ້ສຳພາດວັນອັງຄານວານນີ້ກັບວີໂອເອ, ທ່ານນາງ ຈູລີ ຈຸງ (Julie Chung), ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ຮັບຜິດຊອບກິດຈະການຊີກໂລກຕາເວັນຕົກ ໄດ້ກ່າວຢໍ້າຂໍ້ຄວາມດັ່ງກ່າວຄືນອີກ.

"ຂ້າພະເຈົ້າຄິດວ່າ ມັນເປັນເວລາສໍາຄັນສໍາລັບປະຊາຊົນ ເຮຕີ ທີ່ຈະຫັນໜ້າເຂົ້າມາຫາກັນດ້ວຍຄວາມເຫັນດີເປັນເອກະພາບກັນ ແລະຮັບຟັງສຽງຂອງທຸກພາກສ່ວນທີ່ກ່ຽວຂ້ອງເພື່ອສ້າງເສັ້ນທາງກ້າວໄປສູ່ການເລືອກຕັ້ງແບບເສລີ ແລະຍຸຕິທໍາໃຫ້ໃນທັນທີທັນໃດທີ່ເປັນໄປໄດ້ທາງດ້ານເຕັກນິກ," ນັ້ນຄືຄໍາເວົ້າຂອງທ່ານນາງ ຈຸງ (Chung) ທີ່ກ່າວຕໍ່ VOA.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG