ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະກຳມະການ ຄົ້ນພົບ ການສໍ້ໂກງ ໃນການເລືອກຕັ້ງ ຂອງປະເທດ ເຮຕິ


ບັນດາຜູ້ປະທ້ວງ ຮ້ອງຄຳຂວັນຕໍ່ຕ້ານສະພາການເລືອກຕັ້ງ ໃນລະຫວ່າງການປະທ້ວງຕໍ່ສິ່ງທີ່ໄດ້ຖືກອ້າງວ່າແມ່ນຜົນການ
ເລືອກຕັ້ງທີ່ມີການສໍ້ໂກງໃນນະຄອນຫຼວງ Port-au-Prince, Haiti, 16 ທັນວາ, 2015.
ບັນດາຜູ້ປະທ້ວງ ຮ້ອງຄຳຂວັນຕໍ່ຕ້ານສະພາການເລືອກຕັ້ງ ໃນລະຫວ່າງການປະທ້ວງຕໍ່ສິ່ງທີ່ໄດ້ຖືກອ້າງວ່າແມ່ນຜົນການ ເລືອກຕັ້ງທີ່ມີການສໍ້ໂກງໃນນະຄອນຫຼວງ Port-au-Prince, Haiti, 16 ທັນວາ, 2015.

ຄະນະກຳມະການອິດສະລະໄດ້ສະຫຼຸບວ່າ ການເລືອກຕັ້ງເອົາ ປະທານາທິບໍດີ ແລະ ສະພາແຫ່ງຊາດຂອງ ເຮຕິ ໃນເດືອນຕຸລາ ທີ່ຜ່ານມາໄດ້ຖືກຕຳໜິໂດຍ ການກະທຳທີ່ບໍ່ເປັນໄປຕາມກົດ ລະບຽບ.

ບົດລາຍງານຂອງຄະນະກຳມະການ ທີ່ຖືກເປີດເຜີຍໃນວັນອາທິດ ວານນີ້ ຢືນຢັນ ເຖິງຂໍ້ກ່າວຫາກ່ຽວກັບ ການສໍ້ໂກງທີ່ກະທຳໂດຍຜູ້ ລົງແຂ່ງຂັນເອົາຕຳແໜ່ງ ປະທານາທິບໍດີພັກຝ່າຍຄ້ານ ທ່ານ Jude Celestin.

ບັນຫາຕ່າງໆລວມມີ ບັດລົງຄະແນນສຽງເຊິ່ງເປັນຄະແນນສຽງທີ່ ໄດ້ຖືກຕັດອອກ, ການນັບຜິດ ແລະ ການລະບຸຕົວຂອງຜູ້ລົງຄະແນນສຽງແມ່ນບໍ່ສອດຄ່ອງ ກັນ.

ການກ່າວຫາກ່ຽວກັບການສໍ້ໂກງໄດ້ນຳໄປສູ່ ການປະທ້ວງຢູ່ຕາມທ້ອງຖະໜົນ ເຊິ່ງໄດ້ບັງຄັບ ໃຫ້ບັນດາເຈົ້າໜ້າທີ່ຕ້ອງຍົກເລີກການລົງຄະແນນສຽງຮອບທີ 2 ໃນເດືອນທີ່ຜ່ານມາ.

ມັນຍັງບໍ່ທັນຊັດເຈນເທື່ອວ່າ ການແຂ່ງຂັນຊີ້ຂາດຈະຖືກຈັດຂຶ້ນໃນຕອນໃດ, ແຕ່ວ່າ ລັດຖະທຳ ມູນຂອງ ເຮຕິ ໄດ້ຮຽກຮ້ອງໃຫ້ປະທານາທິບໍດີຄົນໃໝ່ຂຶ້ນກຳ ຕຳແໜ່ງໃນວັນທີ 7 ກຸມພານີ້.

ຜູ້ລົງແຂ່ງຂັນທີ່ສະໜັບສະໜູນລັດຖະບານ ທ່ານ Jovenel Moise ໄດ້ຮັບໄຊ ຊະນະໃນຮອບ ທຳອິດ, ຕາມມາດ້ວຍທ່ານ Celestin ໃນການລົງແຂ່ງຂັນກັບ ຄົນອື່ນໆຫຼາຍກວ່າ 50 ຄົນ.

ປະເທດ ເຮຕິ ໄດ້ດີ້ນຮົນມາເປັນເວລາຫຼາຍທົດສະວັດ ເພື່ອຈະນຳເອົາລັດຖະ ບານທີ່ມີຄວາມ ໝັ້ນຄົງມາຮວມເຂົ້າກັບສັງຄົມ ເຊິ່ງມີຄວາມສຳຄັນຫຼາຍໃນການ ດຶງດູດເອົາການລົງທຶນທີ່ມີ ຄວາມຕ້ອງການຢ່າງໃຫ່ຍ.

ການສໍ້ລາດບັງຫຼວງ, ຄວາມຮຸນແຮງ ແລະ ການຖືກທຳລາຍລຽບຈາກເຫດການ ແຜ່ນດິນໄຫວ ໃນປີ 2010 ໄດ້ຂັດຂວາງຄວາມພະຍາຍາມຂອງ ເຮຕິ ເພື່ອສ້າງ ສາປະເທດໃຫ້ມີຄວາມຈະ ເລີນກ້າວໜ້າ.

XS
SM
MD
LG