ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Jovenel Moise ເປັນຜູ້ ຊະນະເລີດ ໃນການເລືອກຕັ້ງ ປະທານາທິບໍດີ ຂອງເຮຕີ


ທ່ານ Jovenel Moise ກ່າວຖະແຫລງຕໍ່ສື່ມວນຊົນ ຄຽງຂ້າງໂດຍພັນລະຍາຂອງທ່ານ, ທ່ານນາງ Martine, ຫຼັງຈາກທີ່ໄດ້ຊະນະ ດ້ວຍຄະແນນສຽງ ສະເລ່ຍ 55.67 ເປີເຊັນ ຂອງການລົງຄະແນນສຽງ ເລືອກຕັ້ງປະທານາທິບໍດີ ໃນວັນທີ 20 ເດືອນພະຈິກ ຜ່ານມາ, ອີງຕາມຄະນະກຳມະການເລືອກຕັ້ງ ໃນນະຄອນຫຼວງ Port-au-Prince, ຂອງປະເທດເຮຕີ, ວັນທີ 28 ພະຈິກ 2016.
ທ່ານ Jovenel Moise ກ່າວຖະແຫລງຕໍ່ສື່ມວນຊົນ ຄຽງຂ້າງໂດຍພັນລະຍາຂອງທ່ານ, ທ່ານນາງ Martine, ຫຼັງຈາກທີ່ໄດ້ຊະນະ ດ້ວຍຄະແນນສຽງ ສະເລ່ຍ 55.67 ເປີເຊັນ ຂອງການລົງຄະແນນສຽງ ເລືອກຕັ້ງປະທານາທິບໍດີ ໃນວັນທີ 20 ເດືອນພະຈິກ ຜ່ານມາ, ອີງຕາມຄະນະກຳມະການເລືອກຕັ້ງ ໃນນະຄອນຫຼວງ Port-au-Prince, ຂອງປະເທດເຮຕີ, ວັນທີ 28 ພະຈິກ 2016.

ຢູ່ທີ່ປະເທດເກາະເຮຕີ ໄດ້ມີການປະກາດຢ່າງເປັນທາງການ ວ່າ ນັກທຸລະກິດຊາວເຮຕີ ທ່ານ Jovenel Moise ເປັນຜູ້ຊະນະການເລືອກຕັ້ງປະທານາທິບໍດີ ໃນເດືອນພະຈິກ ທີ່ຜ່ານມາ ຊຶ່ງເປັນໄປໄດ້ສູງ ທີ່ຈະຍຸຕິ ການບໍ່ລົງລອຍກັນ ທາງດ້ານການເມືອງ ທີ່ແກ່ ຍາວມາໄດ້ປີໜຶ່ງແລ້ວ ຢູ່ໃນປະເທດເກາະກາຣີບຽນ ທີ່ດ້ອຍການພັດທະນາແຫ່ງນີ້.

ສານການເລືອກຕັ້ງ ຂອງເຮຕີ ໄດ້ກ່າວວ່າ ບໍ່ມີການສໍ້ໂກງໃດໆ ໃນການລົງຄະແນນສຽງ ແລະ ວ່າ ຄວາມຜິດປົກກະຕິທັງຫຼາຍ ທີ່ຕົນໄດ້ກວດພົບ ນັ້ນ ແມ່ນເຫັນວ່າ ບໍ່ຮ້າຍແຮງ ພຽງພໍ ທີ່ຈະສົ່ງຜົນກະທົບຕໍ່ ຜົນທີ່ອອກມານັ້ນ.

ທ່ານ Moise ໄດ້ຖືກເລືອກ ດ້ວຍຄະແນນສຽງ ສະເລ່ຍ 55.6 ເປີເຊັນ. ຄູ່ແຂ່ງຂອງ ທ່ານທີ່ໃກ້ຄຽງທີ່ສຸດ ຄື ທ່ານ Jude Celestin ຜູ້ທີ່ໄດ້ຮັບຄະແນນສຽງ ໜ້ອຍກວ່າ
ພຽງ 19 ເປີເຊັນ. ແຕ່ ການອອກມາໃຊ້ສິດອອກສຽງ ນັ້ນ ແມ່ນມີບໍ່ຫຼາຍປານໃດ ພຽງ
ແຕ່ 21 ເປີເຊັນ.

ໃນເບື້ອງຕົ້ນ ທ່ານ Moise ໄດ້ຊະນະການເລືອກຕັ້ງປະທານາທິບໍດີ ເມື່ອເດືອນຕຸລາ
ປີ 2015. ແຕ່ສານແຫ່ງໜຶ່ງ ໄດ້ໂຍນຖິ້ມ ຜົນການເລືອກຕັ້ງ ຍ້ອນມີການສໍ້ໂກງ ໂດຍ ເຮັດໃຫ້ປະເທດເຮຕີ ປາດສະຈາກ ປະທານາທິບໍດີ ຖາວອນ ນັບຕັ້ງແຕ່ນັ້ນມາ. ທ່ານ Jocelerme Privert ໄດ້ທຳໜ້າທີ່ເປັນຜູ້ນຳຊົ່ວຄາວຂອງປະເທດ.

ທ່ານ Moise ອາຍຸ 48 ປີ ເປັນນັກທຸລະກິດ ແມ່ນມີກຳນົດຈະສາບານໂຕເຂົ້າຮັບ
ຕຳແໜ່ງ ໃນວັນທີ 7 ເດືອນກຸມພາ ຈະມາເຖິງນີ້ ແລະເໝືອນກັນກັບປະທານາທິບໍດີ ຄົນອື່ນໆກ່ອນໜ້ານີ້ ແມ່ນຈະປະເຊີນໜ້າກັບການເຮັດວຽກງານໜັກຢ່າງໃຫຽ່.

ເຮຕີເປັນປະເທດທີ່ທຸກຍາກທີ່ສຸດ ໃນຊີກໂລກພາກຕາເວັນຕົກ. ປະເທດນີ້ ໄດ້ຮັບ ຄວາມສົນໃຈ ໃນການລົງທຶນຈາກນາໆຊາດ ໜ້ອຍຫຼາຍ ແລະຍັງບຸກບືນເພື່ອຟື້ນ
ຕົວຄືນ ຈາກໄພແຜ່ນດິນໄຫວ ເມື່ອ 6 ປີກ່ອນ ໃນເດືອນດຽວກັນນີ້ ຊຶ່ງໄດ້ສັງຫານ ປະຊາຊົນເຮຕີ ຫຼາຍກວ່າ 200,000 ຄົນ.

ສ່ວນພາຍຸເຮີຣິເຄນ Matthew ກໍໄດ້ພັດທະລົ່ມທົ່ວເຮຕີ ໃນເດືອນຕຸລາ ປີກາຍນີ້ ໂດຍໄດ້ເອົາຊີວິດ ພວກຄົນຫຼາຍເຖິງ 1,000 ຄົນ ແລະ ໄດ້ກະທົບຢ່າງຮ້າຍແຮງ
ອີກເທື່ອໜຶ່ງ ຕໍ່ຄວາມພະຍາຍາມທີ່ຈະສ້າງສາປະເທດຄືນໃໝ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG