ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເລືອກຕັ້ງປະທານາທິບໍດີ ຮອບສອງ ເລີ້ມຂຶ້ນແລ້ວ ທີ່ເຮຕີ


ອະດີດປະທານາທິບໍດີ Jean-Bertrand Aristide ໂບກມື ຫລັງຈາກກອງປະຊຸມຖະແຫລງຫລັງຈາກໄປຮອດສະໜາມບິນລະ
ຫວ່າງຊາດທີ່ນະຄອນຫລວງ Port-au- Prince ວັນທີ 18 ມີນາ 2011.
ອະດີດປະທານາທິບໍດີ Jean-Bertrand Aristide ໂບກມື ຫລັງຈາກກອງປະຊຸມຖະແຫລງຫລັງຈາກໄປຮອດສະໜາມບິນລະ ຫວ່າງຊາດທີ່ນະຄອນຫລວງ Port-au- Prince ວັນທີ 18 ມີນາ 2011.

ປະຊາຊົນ​ເຮ​ຕີໄດ້​ເລີ້ມພາກັນ​ອອກ​ໄປ​ປ່ອນ​ບັດ​ແລ້ວ​ໃນ​ວັນ​ອາທິດ​ມື້​ນີ້​ ໃນການເລືອກ​ຕັ້ງ​ປະທານາທິບໍດີ​ຮອບ​ສອງ​ ທີ່​ມີ​ການ​ຄາດຫວັງ​ກັນໄວ້ ລ່ວງ​ໜ້າ​ຢ່າງ​ສູງ ​ທ່າມກາງ​ຄວາມ​ເປັນ​ຫ່ວງ​ກັງວົນ​ກ່ຽວ​ກັບ​ການ​ກັບ​ຄືນມາ​ປະ​ເທດ ​ຂອງ​ອະດີດ​ຜູ້​ນໍາ​ປະ​ເທດຄົນ​ນຶ່ງ​ ຈາກ​ການ​ລີ້​ໄພຢູ່ຕ່າງປະ​ເທດ​.

ອະດີດ​ສັດ​ຕີ​ໝາຍ​ເລກ 1 Mirande Manigat ​ແລະ​ທ່ານ Michel Martelly ນັກສະ​ແດງ​ທີ່​ຜູ້​ຄົນ​ນິຍົມ ກໍາລັງ​ແຂ່ງຂັນ​ໃນ​ການ​ເລືອກ​ຕັ້ງຮອບ​ສອງ​ເພື່ອຍາດເອົາ​ຕໍາ​ແໜ່​ງ​ໜ້າ​ທີ່ ​ໃນ​ການ​ສ້າງສາຄືນ​ໃໝ່​ປະ​ເທດ​ຊາດ ທີ່ໄດ້​ປະສົບ​ກັບ​ຄວາມທຸກ​ຈົນ ​ແລະ​ໂຄງ​ລ່າງ​ພື້ນຖານ​ປະ​ເທດ​ໄດ້​ຮັບ​ຄວາມເສຍ​ຫາຍ​ຢ່າງ​ໜັກຈາກ​ໄພ​ແຜ່ນດິນ​ໄຫວ​ແລະ​ການລະບາດ​ຂອງ​ໂຣກອາ​ຫິວາ​ນັ້ນ.

ພວກນາໆ​ຊາດ​ທີ່ບໍລິຈາກ​ເງິນ​ຊ່ອຍ​ເຫລືອ​ ກໍາລັງ​ພາກັນ​ລໍຖ້າເບິ່ງ​ລັດຖະບານ​ໃໝ່ ​ກ່ອນ​ທີ່​ພວກ​ເຂົາ​ເຈົ້າ​ຈະ​ປ່ອຍ​ເງິນ​ຊ່ອຍ​ເຫລືອ​ຫລາຍ​ພັນ​ຕື້ໂດ​ລາ​ ສໍາລັບ​ການ​ຊ່ອຍ​ເຫລືອເຮ​ຕີ ສ້າງສາ​ປະ​ເທດ​ຄືນ​ໃໝ່​ນັ້ນ.

ສະຖານະ​ການ​ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ສັບສົນ​ເວລາ​ອະດີດ​ປະທານາ​ທິບໍດີ Jean Bertrand Aristide ​ໄດ້​ເດີນທາງກັບ​ຄືນເມືອ​ໃນ​ສັບປະດາ​ຜ່ານ​ມາ​ຈາກ​ການໄປ​ລີ້​ໄພ​ໃນ​ຕ່າງປະ​ເທດ ​ເຖິງ​ແມ່ນ​ສະຫະລັດ​ໄດ້​ທໍາຄວາມ​ພະຍາຍາມ​ມາ​ຫລາຍ​ຄັ້ງ ​ເພື່ອ​ໃຫ້​ທ່ານເລື່ອນ​ເວລາ​ໃນ​ການ​ກັບ​ຄືນ​ເມືອປະ​ເທດ​ຂອງ​ທ່ານ ​ໃຫ້​ເປັນ​ຫລັງ​ຈາກ​ການເລືອກ​ຕັ້ງ​ປະ​ທາ​ນາ​ທິບໍດີຮອບ​ໃໝ່ກໍ​ຕາມ.

ທ່ານ Aristide ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ໄວ້​ວ່າ​ ຈະ​ບໍ່​ເຂົ້າ​ພົວພັນ​ໃນ​ການ​ເມືອງ​ຂອງ​ເຮ​ຕີ ​ແຕ່​ບໍ່​ດົນຫລັງ​ຈາກ​ທີ່ໄປຮອດ​ສະໜາມ​ບິນ​ເມື​ອງຫລວງ Port–au-Prince ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ທ່ານກໍ​ໄດ້​ກ່າວ​ຄັດຄ້ານ​ຕໍ່​ການ​ທີ່​ຍົກ​ເວ້ນ ບໍ່​ໃຫ້​ພັກ​ຂອງ​ທ່ານ​ເຂົ້າ​ຮ່ວມ​ໃນ​ການ​ເລືອກ​ຕັ້ງ​ໃນ​ວັນ​ອາທິດ​ມື້​ນີ້.

ທ່ານ Aristide ​ເອີ້ນ​ການ​ຫ້າມບໍ່​ໃຫ້​ພັກ Fanmi Lavatas ​ຂອງ​ທ່ານເຂົ້າ​ຮ່ວມ​ໃນການ​ເລືອກ​ຕັ້ງ​ນັ້ນ​ວ່າ ​ເປັນ​ການ​ກີດ​ກັນ​ສຽງ​ສ່ວນ​ຫລາຍ​ຂອງ​ປະ​ເທດ. ສະພາ​ກໍາກັບ​ການ​ເລືອກ​ຕັ້ງ​ຂອງ​ເຮ​ຕີ ​ໄດ້​ຕັດພັກ​ດັ່ງກ່າວ​ອອກ​ຈາກການເລືອກ​ຕັ້ງ ຍ້ອນ​ເຫດ​ຜົນ​ທາງ​ດ້ານ​ເຕັກນິກ ທີ່ພວກ​ສະໜັບສະໜຸນ​ທ່ານ Aristide ກ່າວ​ວ່າ ບໍ່ເປັນເຫດຜົນ​ທີ່​ໜັກ​ແໜ້ນພໍ. ພັກ​ດັ່ງກ່າວ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ຮ່ວມ​ໃນ​ການ​ເລືອກ​ຕັ້ງ​ຮອບ​ທໍາ​ອິດ​ທີ່​ເປັນ​ບັນຫາ​ຂັດ​ແຍ່ງ​ກັນ​ທີ່​ມີ​ຂຶ້ນ​ໃນ​ເດືອນ​ພະຈິກ​ປີຜ່ານມາ​ນັ້ນ.

XS
SM
MD
LG