ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເລືອກຕັ້ງໃນເຮຕິ


ຜູ້ປ່ອນບັດຜູ້ນຶ່ງກຳລັງອ່ານລາຍຊື່ຜູ້ສະມັກເລືອກຕັ້ງທີ່ຈະມາດຳ
ລົງຕຳແໜ່ງແທນປະທານາທິບໍດີ Rene Preval ທີ່ສະຖານທີ່
ປ່ອນບັດແຫ່ງນຶ່ງໃນນະຄອນຫລວງ Port-au-Prince
ຂອງເຮຕິ.
ຜູ້ປ່ອນບັດຜູ້ນຶ່ງກຳລັງອ່ານລາຍຊື່ຜູ້ສະມັກເລືອກຕັ້ງທີ່ຈະມາດຳ ລົງຕຳແໜ່ງແທນປະທານາທິບໍດີ Rene Preval ທີ່ສະຖານທີ່ ປ່ອນບັດແຫ່ງນຶ່ງໃນນະຄອນຫລວງ Port-au-Prince ຂອງເຮຕິ.

ສະຖານ​ທີ່​ປ່ອນ​ບັດແຫ່ງຕ່າງໆ ​ໄຂຂຶ້ນ​ໃນ​ວັນ​ອາທິດ​ມື້ນີ້ ທີ່​ປະ​ເທດ​ເກາະ​ເຮ​ຕີ​ເພື່ອເລືອກ
ເອົາປະທານາທິບໍດີ ທີ່​ຖືກ​ເບິ່ງ​ເຫັນ​ວ່າ​ເປັນ​ການ​ເລືອກ​ຕັ້ງທີ່​ສຳຄັນທີ່ສຸດ​ບັ້ນ​ນຶ່ງໃນຮອບ
ຫລາຍໆປີຜ່ານ​ມາຂອງເຮຕິ.

ຄາດ​ວ່າ​ຈະ​ມີຜູ້​ໄປ​ອອກສຽງຫລາຍ​ເຖິງ 4 ລ້ານ 5 ​ແສນ​ ຄົນ​ເພື່ອ​ປ່ອນ​ບັດ​ເອົາ​ປະທານາ
ທິບໍດີ​ຂອງ​ປະ​ເທດ ທີ່​ກຳລັງ​ພະຍາຍາມ​ຟື້ນ​ໂຕ​ຄືນ​ຈາກການ​ທຳລາຍ​ຂອງ​ແຜ່ນດິນ​ໄຫວ​ຂະ
ໜາດ​ໃຫຍ່ ​ເມື່ອ​ເດືອນມັງກອນ​ຜ່ານ​ມາ ​ແລະ​ກຳລັງ​ຕໍ່ສູ້​ກັບ​ການ​ແຜ່​ລະບາດ​ຂອງ​ໂຣກ
ອະຫິວາ ຢູ່​ໃນ​ຂະນະ​ນີ້.

ພວກ​ໄປ​ປ່ອນບັດ​ຈະ​ເລືອກ​ເອົາຜູ້ມາດຳລົງ​ຕຳ​ແໜ່ງ​ແທນປະທານາທິບໍດີ Rene Preval
ທີ່​ໝົດສິດ​ໃນ​ການລົງສະໝັກເປັນປະທານາທິບໍດີ ​ສະ​ໄໝທີ​ສາມ​ນັ້ນ.

ມີ​ 19 ຄົນຢູ່​ໃນລາຍ​ຊື່ຜູ້​ສະໝັກ​ເລືອກ​ຕັ້ງ ເຖິງ​ແມ່ນ​ວ່າ​ນຶ່ງ​ໃນ​ນັ້ນ​ຄືທ່ານ Axan Delson
Abellard ​ໄດ້​ຖອນ​ໂຕ​ອອກ​ຈາກ​ການ​ແຂ່ງຂັນ​ແລ້ວ​ກໍ​ຕາມ. 3 ຄົນ​ໃນ​ຈຳນວນຜູ້​ສະໝັກ
18 ຄົນ​ນັ້ນ ​ໄດ້ໂຜ່ຂຶ້ນ​ມາເປັນ​ຜູ້ນຳໜ້າ. ນຶ່ງ​ໃນ​ນັ້ນ ຄືອະດີດສະຕີໝາຍ​ເລກ​ນຶ່ງທ່າ​ນນາງ
Mirlane Manigat ຈະ​ເປັນ​ປະທານາທິບໍດີ​ຜູ້ຍິງຄົນທຳ​ອິດຂອງ​ເຮ​ຕີ ຖ້າ​ຫາກທ່າ​ນນາງ
ຖືກ​ເລືອກ​ເອົາ.

ຜົນ​ການ​ເລືອກຕັ້ງ​ຂັ້ນຕົ້ນ​ໃນ​ການ​ເລືອກຕັ້ງຂອງ​ວັນ​ອາທິດ​ມື້ນີ້ ​ຄາດ​ວ່າຈະ​ບໍ່​ໄດ້ຮູ້ກັນ​ຈົນ
ຮອດວັນ​ທີ 7 ທັນວາ ​ແລະຜົນ​ການ​ເລືອກ​ຕັ້ງ​ສຸດ​ທ້າຍທີ່ເປັນ​ທາງ​ການນັ້ນ ກໍຈະ​ບໍ່​ໄດ້​ຖືກ
ປະກາດໃຫ້ຮູ້ກັນ ​ຈົນ​ກວ່າ​ຈະຮອດວັນ​ທີ 20 ທັນວາ ກໍ​ຄື​ເດືອນໜ້ານີ້.

XS
SM
MD
LG