ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດຈອມຜະເດັດການເຮຕີ ຍອມຮັບຮູ້ເຖິງຄວາມບໍ່ຖືກຕ້ອງ ໃນການປົກຄອງຂອງຕົນ


Bayangan seorang perempuan dan anak-anak Suriah di kubangan air di kamp pengungsi Bab al-Hawa di provinsi barat laut Idlib (18/3).
Bayangan seorang perempuan dan anak-anak Suriah di kubangan air di kamp pengungsi Bab al-Hawa di provinsi barat laut Idlib (18/3).

ອະດີດຈອມຜະເດັດການເຮຕີ ທ່ານ Jean-Claude
"Baby Doc" Duvalier ​ໄດ້ຮັບຮູ້ວ່າ​ໃນ​ໄລຍະ​ທີ່​ທ່ານ
ປົກຄອງ​ປະ​ເທດ​ເປັນ​ເວລາ 15 ປີນັ້ນ “ປະຊາຊົນ​ໄດ້​
ຖືກ​ລອບ​ສັງຫານ, ຖືກບີບຄໍໃຫ້ຕາຍ, ຖືກ​ນຳ​ໄປ​ສອບ
ຖາມ​ຂູ່​ເຂັນ” ​ແລະ​ກໍ​ “ຖືກ​ຈູດເຜົາໂດຍຢາງຕີນ​ລົດຜູກ​
ໃສ່​ຄໍ”

ທ່ານ Duvalier ກ່າວ​ໃນ​ວັນ​ສຸກ​ວານ​ນີ້ວ່າ ທ່ານຮູ້ສຶກ
"​ເສຍໃຈເປັນທີ່ສຸດ" ສຳລັບ​ເພື່ອນຮ່ວມຊາດຂອງທ່ານ
ທີ່ຖື​ວ່າເຂົາເຈົ້າ​ໄດ້​ຕົກ​ເປັນ​ຜູ້​ໄດ້ຮັບ​ເຄາະຮ້າຍຢ່າງ​ແທ້​ຈິງ
ຈາກການ​ປົກ​ຄອງ​ຂອງ​ລັດຖະບານ​ທ່ານ.

ທ່ານ Duvalier ໄດ້ເດີນທາງກັບຄືນໄປຍັງບ້ານເກີດ
ເມືອງນອນຂອງທ່ານແບບບໍ່ຄາດຝັນ ຫຼັງຈາກໄດ້ໄປ
ລີ້ໄພຢູ່ປະເທດຝຣັ່ງເປັນເວລາ 25 ປີ.

ທ່ານ ​ເວົ້າວ່າ ທ່ານ​ກັບ​ຄືນ​ມາ​ຍັງ​ເຮຕີ​ເພື່ອ​ສະ​ແດງ​ຄວາມ​ເປັນນໍ້ານຶ່ງ​ໃຈ​ດຽວກັບປະຊາຊົນ
ໃນ​ປະ​ເທດ​ໃນ​ຍາມ​ທີ່​ປະ​ເທດປະສົບກັບ​ຄວາມ​ຫຍຸ້ງຍາກສັບສົນໃນ​ຂະນະທີ່​ເຮຕີພະຍາ
ຍາມ​ຟື້ນ​ໂຕ​ຄືນ​ຈາກ​ໄພແຜ່ນດິນ​ໄຫວຮ້າຍແຮງທີ່​ເກີດ​ຂຶ້ນ​ໃນ ນຶ່ງ​ປີ​ກ່ອນໜ້ານີ້.

ພວກ​ເຈົ້າໜ້າທີ່​ເຮຕີ ​ໄດ້ເລີ້ມທຳ​ການສອບ​ສວນ​ເບິ່ງ​ໂທດ​ກຳທີ່​ໄດ້​ກໍ່​ຂຶ້ນ​ໃນ​ໄລຍະ​ທີ່​ທ່ານ
Duvalier ປົກຄອງ​ປະ​ເທດ​ຢູ່. ພວກ​ເຈົ້າໜ້າທີ່ໃນເຮຕີ ​ໄດ້​ກ່າວ​ຫາ​ທ່ານວ່າ​ມີ​ຄວາມ​ຜິດ
ໃນ​ຖານ​ສໍ້​ລາດ​ບັງ​ຫລວງ ​ແລະຍັກ​ຍອກເງິນຫລວງ, ພ້ອມ​ດຽວກັນນັ້ນ ຊາວ​ເຮຕີ​ຫລາຍ​
ຄົນກໍ​ໄດ້​ດຳ​ເນີນ​ການ​ຟ້ອງຮ້ອງທາງ​ກົດໝາຍ ​ໃນ​ຂໍ້​ຫາ​ວ່າທ່ານ​ໄດ້​ລະ​ເມີດ​ສິດທິ​ມະນຸດ
ໃນ​ໄລຍະທີ່​ທ່ານ​ໄດ້​ປົກ​ຄອງ​ຢູ່​ນັ້ນ.

XS
SM
MD
LG