ບັນດາພະນັກງານສາທາລະນະສຸກໃນ Haiti ແລະບັນ
ດາກຸ່ມຊ່ອຍເຫລືອດ້ານມະນຸດສະທໍາ ກໍາລັງຕໍ່ສູ້ກັບການ
ລະບາດຂອງໂຣກອະຫິວາເທື່ອທໍາອິດໃນເຂດຊົນນະບົດ ຂອງ Haiti ໃນຮອບນຶ່ງສັດຕະວັດ.
ພວກພະນັກງານເຫລົ່ານີ້ຫວັງວ່າ ຈະຄວບຄຸມບໍ່ໃຫ້ພະ
ຍາດດັ່ງກ່າວ ລະບາດໄປເຖິງຄ້າຍອົບພະຍົບທີ່ເປິະເປື້ອນ
ແຫ່ງຕ່າງໆຂອງພວກທີ່ລອດຊີວິດຈາກໄພແຜ່ນດິນໄຫວ ໃນນະຄອນຫລວງ Port-au-Prince ນັ້ນ.
ບັນດາເຈົ້າໜ້າທີ່ສາທາລະນະສຸກກ່າວວ່າ ຈໍານວນຜູ້ເສຍ
ຊີວິດຍ້ອນການລະບາດຂອງໂຣກດັ່ງກ່າວ ມີຢ່າງນ້ອຍ 208 ຄົນແລ້ວ ຮວມທັງນັກໂທດໃນຄຸກ 50 ຄົນ.
ເຈົ້າໜ້າທີ່ກ່າວວ່າ ມີຄົນລົ້ມປ່ວຍໄປແລ້ວຫລາຍກວ່າ
2600 ຄົນ ຊຶ່ງສ່ວນຫລາຍແມ່ນຢູ່ໃນຂົງເຂດ Artibonite ໃນພາກກາງຂອງ Haiti.
ມີການສົງໄສກັນວ່າ ແມ່ນໍ້າທີ່ເປິະເປື້ອນເປັນພິດສາຍນຶ່ງ ເປັນແຫລ່ງທີ່ມາຂອງການ ລະບາດຂອງພະຍາດດັ່ງກ່າວ.
ບັນດາເຈົ້າໜ້າທີ່ສາທາລະນະສຸກຢ້ານວ່າ ການລະບາດຢ່າງແຜ່ຫລາຍໃນນະຄອນຫລວງ
ຈະເປັນໄພຫາຍະນະສໍາລັບປະຊາຊົນຫລາຍແສນຄົນ ທີ່ຂາດບ່ອນເພິ່ງພາອາໄສ ຍ້ອນໄພ
ແຜ່ນດິນໄຫວໃນເດືອນມັງກອນຜ່ານມາ ຊຶ່ງເວລານີ້ກໍາລັງພາກັນອາໄສຢູ່ໃນສູນອົບພະຍົບ ທີ່ຂາດອະນາໄມນັ້ນ.
ບັນດາເຈົ້າໜ້າທີ່ສາທາລະນະສຸກໄດ້ຢືນຢັນວ່າ ມີຄົນເປັນໂຣກອະຫິວາ 5 ລາຍແລ້ວ ໃນ
ນະຄອນຫລວງ Port-au-Prince ແຕ່ເຂົາເຈົ້າກ່າວວ່າ ພວກຄົນເຫລົ່ານີ້ໄດ້ຕິດເຊື້ອໂຣກ
ດັ່ງກ່າວໃນເຂດ Artibonite ກ່ອນແລ້ວ ກ່ອນເດີນທາງໄປຍັງເມືອງຫລວງ ແລະພາກັນ ລົ້ມປ່ວຍລົງ.