ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດຜູ້ນຳ ຜະເດັດການ 'Baby Doc' Duvalier ຂອງເຮຕີ ເສຍຊີວິດແລ້ວ


ອະດີດຜູ້ນຳຜະເດັດການ Jean-Claude 'Baby Doc' Duvalier ໂບກມືໃຫ້ພວກສະໜັບໜຸນ ທີ່ນະຄອນຫລວງ Port-au-Prince ປະເທດເຮຕີ ເມື່ອວັນທີ 21 ກໍລະກົດ 2011.
ອະດີດຜູ້ນຳຜະເດັດການ Jean-Claude 'Baby Doc' Duvalier ໂບກມືໃຫ້ພວກສະໜັບໜຸນ ທີ່ນະຄອນຫລວງ Port-au-Prince ປະເທດເຮຕີ ເມື່ອວັນທີ 21 ກໍລະກົດ 2011.

ອະດີດ​ຜູ້ນຳ​ຜະເດັດ​ການ Jean-Claude Duvalier ຂອງ​
ປະ​ເທດ​ເກາະ​ເຮ​ຕີ​ ​ເສຍ​ຊີວິດ​ແລ້​ວ ​ຍ້ອນ​ຫົວ​ໃຈ​ວາຍ ລວມ
ອາຍຸ​ໄດ້ 63 ປີ. ທະນາຍຄວາມ​ຂອງທ່ານ Duvalier ກ່າວ​ວ່າ
​ອະດີດ​ຜູ້ນຳ ​ທີ່​ເອີ້ນກັນ​ໃນ​ອີກ​ຊື່​ນຶ່ງ​ວ່າ “ທ່ານໝໍນ້ອຍ ຫຼື Baby
Doc”
​ ໄດ້​ເສຍ​ຊີວິດ ​ຢູ່ບ້ານ​ພັກ​ສ່ວນ​ຕົວ​ໃນ​ນະຄອນຫລວງ
Port-au-Prince ​ເມື່ອ​ວັນ​ເສົາ​ວານ​ນີ້.

​ໃນ​ປີ 1971 ທ່ານ Duvalier ​ໄດ້​ຂຶ້ນມ​າ​ເປັນ​ຜູ້ນຳ​ທີ່ມີ​ອາຍຸ​ນ້ອຍ
​ທີ່​ສຸດ​ຄົນ​ນຶ່ງ​ຂອງ​ໂລກ ​ຊຶ່ງຕອນນັ້ນທ່ານມີ​ອາຍຸພຽງ​ 19 ປີ ຫຼັງ
ຈາກພໍ່​ຂອງ​ທ່ານ​ ຄື ທ່ານ Francois “Papa Doc” Duvalier
ໄດ້​ເສຍ​ຊີວິດ. ທ່ານ Francois Duvalier ​ທ່ານໝໍທີ່ຫັນ​ມາ​ເປັນ
​ນັກການ​ເມືອງ ​ໄດ້​ປົກ​ຄອງ​ປະ​ເທດ​ເຮ​ຕີ ​ຕັ້ງ​ແຕ່​ປີ 1957 ​ຈົນ​ຮອດ 1971.

ຄື​ກັນ​ກັບ​ບິດາ ລູກ​ຊາຍ​ໜຸ່ມ Duvalier ​ກໍໄດ້​ປົກຄອງ​ປະ​ເທດແບບ​ຜະ​ເດັດ​ການ ບັງຄັບ
​ໃຊ້​ອຳນາດ​ດ້ວຍ​ການ​ຊ່ວຍ​ເຫຼືອຈາກກອງກຳລັງ​ຕຳຫລວດ​ລັບ ທີ່​ເອີ້ນ​ວ່າ “Tonton Macoutes” ​ ທີ່​ປະຊາຊົນ​ຍ້ານກົວ ​ແລະ​ຖືກ​ກ່າວ​ໂທດ​ສຳ​ຫລັບ​ການ​ເສຍ​ຊີວິດ​ ​ແລະ
ການ​ຫາຍ​ສາບ​ສູນ ຂອງ​ປະຊາຊົນຫຼາຍພັນ​ຄົນ.

Jean-Claude Duvalier ຜູ້​ທີ່​ເອີ້ນ​ຕົວ​ເອງ​ວ່າ “ປະທານາທິບໍດີ ຕະຫລອດ​ຊີວິດ”
ໄດ້​ຖືກ​ໂຄ່ນ​ລົ້ມ​ໃນ​ການ​ລຸກ​ຮື້​ຂຶ້ນ​ຂອງ​ປະຊາຊົນ​ໃນ​ປີ 1986. ຜູ້ກ່ຽວ​ໄດ້​ຫລົບໜີໄປ​ຢູ່​
ປະເທດຝຣັ່ງ ​ຈົນຮອດຕົ້ນ​ປີ 2011 ​ເວລາ​ຜູ້ກ່ຽວ​ໄດ້​ກັບ​ຄືນໄປ​ເຮ​ຕີ ໂດຍ​ບໍ່​ໄດ້​ປະກາດ
​ໃຫ້​ຮູ້​ລ່ວງ​ໜ້າ. ຫຼັງຈາກທີ່​ໄດ້​ກັບຄືນ​ບ້ານ​ເກີດ​ບໍ່​ດົນ ລາວ​ໄດ້​ຖືກ​ກ່າວ​ຟ້ອງ​ໃນ​ຂໍ້​ຫາ​ສໍ້ລາດ
​ບັງ​ຫລວງ ຍັກ​ຍອກເງິ​ນ ​ແລະໃຊ້​ອຳນາດ​ໃນ​ທາງ​ທີ່​ຜິດ ​ໃນລະຫວ່າງ ການປົກຄອງ​ທີ່​
ໂຫດ​ຫ້ຽມ​ ລະຍະ​ 15 ປີນັ້ນ.

ຊາວ​ເຮ​ຕີ​ຈຳນວນ​ນຶ່ງ​ ໄດ້​ຢື່ນຄຳ​ຮ້ອງ​ຟ້ອງ​ຕໍ່​ສານ ກ່າວ​ຫາ​ລາວ​ໃນ​ຂໍ້​ຫາ ລະ​ເມີດ​ສິດທິ​
ມະນຸດ. ບັນ​ດານັກ​ວິຈານ ​ໄດ້​ກ່າວ​ຫາ ທ່ານ Duvalier ​ແລະ​ຄອບ​ຄົວຂອງ​ທ່ານ ວ່າ​ໄດ້​
ໃຊ້ຊີວິດແບບ​ຟຸມ​ເຟືອຍ ​ໃນ​ຂະນະ​ທີ່​ບໍ່​ໄດ້​ເຮັດ​ຫຍັງ​ຫຼາຍ​ເລີຍ​ ​ເພື່ອຫຼຸດຜ່ອນຄວາມ​ທຸກ​
ຍາກ ​ແລະ ຄວາມ​ກືກ​ໜັງສື ຂອງຊາວ​ເຮ​ຕີ. ລາວ​ຍັງ​ຖືກ​ກ່າວ​ຫາ​ວ່າ​ ລັກ​ເອົາເງິນຫຼາຍ
ລ້ານ​ດອລລ່າ ​ຈາກ​ຄັງ​ຫຼວງອີກ​ດ້ວຍ.

VID674481 RAW HAITI POLITICS DUVALIER DEATH
please wait

No media source currently available

0:00 0:01:40 0:00

XS
SM
MD
LG