ອະດີດປະທານາທິບໍດີເຮຕີທ່ານ Jean-Bertrand Aris-
tide ມີກຳນົດທີ່ຈະເດີນທາງກັບຄືນປະເທດໃນວັນສຸກມື້ນີ້
ສິ້ນສຸດການລີ້ໄພເປັນເວລາ 7 ປີຢູ່ໃນຕ່າງປະເທດ.
ໃນຂະນະທີ່ທ່ານອອກເດີນທາງ ຈາກອາຟຣິກາໃຕ້ໃນວັນ
ພະຫັດວານນີ້ທ່ານ Aristide ເອີ້ນການເດີນທາງກັບຄືນ
ປະເທດ ຄັ້ງນີ້ວ່າ “ເປັນມື້ທີ່ຍິ່ງໃຫຍ່” ແລະເວົ້າວ່າ ທ່ານ
ແລະພັນລະຍາຂອງທ່ານມີຄວາມປິຕິຍິນດີ ທີ່ໄດ້ເດີນທາງ
ກັບຄືນໄປເຮຕີ.
ອະດີດຜູ້ນຳຂອງເຮຕີເດີນທາງກັບຄືນປະເທດ 2 ມື້ກ່ອນ
ທີ່ປະເທດດັ່ງກ່າວຈະທຳການປ່ອນບັດເລືອກຕັ້ງປະທານາທິບໍດີຮອບສອງທີ່ໄດ້ມີການ
ເລື່ອນເວລາມາແລ້ວນັ້ນ.
ທ່ານ Aristide ໄດ້ຖືກຂັບໄລ່ອອກຈາກຕຳແໜ່ງໂດຍການກໍ່ກະບົດດ້ວຍກຳລັງອາວຸດ
ໃນເດືອນກຸມພາປີ 2004 ແລະໄດ້ລີ້ໄພ ຢູ່ທີ່ອາຟຣິກາໃຕ້ນັບແຕ່ນັ້ນມາ. ໃນຕອນເຊົ້າ
ຂອງວັນພະຫັດວານນີ້ລັດຖະມົນຕີປະຈຳທຳນຽບປະທານາທິບໍດີຂອງອາຟຣິກາໃຕ້ທ່ານ
Collins Chabane ກ່າວວ່າເຈົ້າໜ້າທີ່ເຮຕີໄດ້ອອກໜັງສືເດີນທາງໃຫ້ແກ່ອະດີດປະທາ
ນາທິບໍດີແລະອາຟຣິກາໃຕ້ບໍ່ສາມາດທີ່ຈະກັກຜູ້ກ່ຽວໄວ້ເປັນໂຕປະກັນ.
ໂຄສົກຂອງສະພາຄວາມໝັ້ນຄົງແຫ່ງຊາດສະຫະລັດ ທ່ານ Tommy Vietor ກ່າວວ່າ ສະຫະລັດມີຄວາມວິຕົກກັງວົນເປັນທີ່ສຸດ ກ່ຽວກັບການເດີນທາງກັບຄືນປະເທດຂອງ
ທ່ານ Aristide ໂດຍເຕືອນວ່າມັນອາດຈະສ້າງຄວາມວຸ້ນວາຍຂຶ້ນຢູ່ໃນເຮຕີກ່ອນການ
ເລືອກຕັ້ງໃນມື້ວັນອາທິດມື້ຮືນີ້.
ທ່ານ Aristide ໄດ້ສະແດງຄວາມປະສົງ ຢາກເດີນທາງກັບຄືນໄປຍັງເຮຕີ ຫຼັງຈາກອະ
ດີດຈອມຜະເດັດການ Jean-Claude Duvalier ໄດ້ເດີນທາງກັບຄືນ ປະເທດແບບບໍ່ ຄາດຝັນໃນເດືອນມັງກອນຜ່ານມາ.