ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮອງ​ນາຍົກລັດຖະມົນຕີ​ ເອທິ​ໂອ​ເປຍ ​ໄດ້​ເປັນ​ຜູ້​ ຮັກສາ​ການ​ຊົ່ວຄາວ​ (ວີດີໂອ)


ຮອງນາຍົກລັດຖະມົນຕີ Hailemariam Desalegne
ຂຶ້ນເປັນນາຍົກລັດຖະມົນຕີຮັກສາການຊົ່ວຄາວ ຂອງເອທິໂອເປຍ
ຮອງນາຍົກລັດຖະມົນຕີ Hailemariam Desalegne ຂຶ້ນເປັນນາຍົກລັດຖະມົນຕີຮັກສາການຊົ່ວຄາວ ຂອງເອທິໂອເປຍ
ທ່ານ Hailemariam Desalegn ຮອງ​ນາຍົກລັດຖະມົນຕີ​ເອທິ​ໂອ​ເປຍ ​ໄດ້​ກາຍ​ເປັນ​ຜູ້​ນໍາ​ຮັກສາ​ການ​ຊົ່ວຄາວ​ຂອງ​ປະ​ເທດ ຫຼັງຈາກ​ການ​ເຖິງ​ແກ່ ອະສັນ​ຍະ​ກໍາ​ຂອງ​ນາຍົກລັດ ຖະມົນຕີ Meles Zenawi ນັ້ນ.

ທ່ານ Hailemariam ​ເປັນຊາວ​ຄຣີສຕຽນນິກາຍໂປຣ​ເຕັສຕັນຄົນ​ທຳ​ອິດ​ທີ່ໄດ້​ຂຶ້ນ​ເປັນ ປະມຸກ​ປະ​ເທດ ​ໃນ​ປະວັດ​ສາດ​ຂອງ​ເອທິ​ໂອ​ເປຍ ​ແລະ​ກໍ​ເປັນ​ນັກ​ການ​ເມືອງ​ຄົນ​ນຶ່ງໃນ​ບໍ່​ເທົ່າ​ໃດ​ຄົນ ໃນ​ຄະນະ​ລັດຖະບານ​ທີ່​ມາ​ຈາກ​ເຂດ​ພາກ​ໃຕ້​ຂອງ​ປະ​ເທດ.

ນັກ​ການ​ເມືອງ​ອາຍຸ 47 ປີ​ຄົນ​ນີ້ ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຮອງ​ນາຍົກລັດຖະ ມົນ​ຕິ ​ແລະ​ລັດຖະ ມົນ​ຕີ​ກະຊວງ​ຕ່າງປະ​ເທດ ​ໃນ​ເດືອນ​ກັນຍາ​ປີ 2010 ຫຼັງຈາກພັກ​ແນວ​ໂຮມ​ປະຕິ​ວັດ​ປະ ຊາທິປະ​ໄຕ​ຂອງ​ປະຊາຊົນ​ເອທິ​ໂອ​ເປຍ ຊຶ່ງ​ເປັນ​ພັກ​ລັດຖະບານ ​ໄດ້ຊະນະ​ການ​ເລືອກ​ຕັ້ງ​ເປັນສະ​ໄໝທີ​ສີ່​ລຽນຕິດ​ນັ້ນ.

​ໃນ​ຂະນະ​ດຽວ​ກັນ​ນີ້ ບັນດາ​ຜູ້​ນໍາ​ໂລກ​ທັງຫຼາຍກໍາລັງ​ສະ​ແດງ​ຄວາມ​ຍ້ອງຍໍ ​ແລະເຄົາລົບຕໍ່​ນາຍົກລັດຖະມົນຕີ Meles Zenawi ທີ່​ໄດ້​ເຖິງ​ແກ່​ອະສັນ​ຍະກໍາ​ເມື່ອ​ຕອນ​ແລງ​ວັນ​ຈັນ​ຜ່ານ​ມາ ຫຼັງຈາກ​ໄດ້​ປົກຄອງ​ປະ​ເທດ ມາ​ໄດ້ດົນກວ່າ 20 ປີ.

​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ເມືອ​ວັນ​ອັງຄານ​ວານ​ນີ້ ທ່ານ ພັນ ຄີ​ມູນ ​ເລຂາ​ທິການ​ອົງການ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ທ່ານ Meles ຈະ​ຖືກ​ຈົດຈໍາ​ທີ່​ບໍ່ມີ​ວັນ​ລືມ ສໍາລັບ​ບົດ​ບາດ​ການ​ເປັນ​ຜູ້​ນໍາ​ທີ່ໂດດ​ເດ່​ນຂອງ​ທ່ານ ກ່ຽວ​ກັບ​ການ​ແກ້​ໄຂບັນຫາຕ່າງໆ​ຂອງຊາວ​ອາ​ຟຣິກາ ​ແລະ​ກໍາກັບ​ດູ​ແລ​ນໍາການ​ເຕີບ​ໂຕ​ດ້ານ​ເສດຖະກິດຂອງ​ປະ​ເທດ​ຊາດຂອງ​ທ່ານ ​

ປະທານາທິບໍດີສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ກ່າວ​ວ່າ ທ່ານ Meles ສົມຄວນ​ທີ່​ຈະ​ໄດ້​ຮັບ​ການ​ຮັບ​ຮູ້ໃນການ​ປະກອບສ່ວນຕ່າງໆ​ຂອງ​ທ່ານ ຕໍ່​ການ​ພັດທະນາ​ປະ​ເທດ​ເ​ອທິ​ໂອ​ເປຍ ແລະ​ຄວາມ​ມຸ້ງໝັ້ນ​ຂອງ​ທ່ານ​ໃນ​ການ​ຊ່ວຍ​ເຫຼືອພວກ​ຄົນທຸກ​ຈົນ​ຢູ່​ໃນປະ​ເທດ ຂອງ​ທ່ານ.

​ໃນ​ຖະ​ແຫຼງການ​ຂອງ​ທ່ານ​ນັ້ນ ທ່ານ​ໂອ​ບາ​ມາ​ຍັງ​ກ່າວ​ອີກ​ວ່າ ທ່ານ​ສະ​ແດງຄວາມ​ຮູ້​ບຸນຄຸນ​ຕໍ່​ຜົນງານ​ຂອງ​ທ່ານ Melese ​ໃນ​ການ​ມີ​ສັນຕິພາ​ບ ​ແລະຄວາມ​ໝັ້ນຄົງ​ໃນ​ອາ​ຟຣິກາ. ຄວາມເຫັນດັ່ງກ່າວ​ແມ່ນເຫັນ​ພ້ອມ​ໂດຍ​ສະຫະພາບ​ອາ​ຟຣິກາ ຊຶ່ງ​ໄດ້​ສັງ​ເກດ​ເຫັນ​ການ​ຊ່ວຍ​ເຫຼືອກໍາລັງ​ທະຫານ ຂອງ ທ່ານ Meles ​ແກ່​ລັດຖະບານ​ໂຊ​ມາ​ເລຍ ​ແລະສະຫະພາບ​ອາ​ຟຣິ ກາ ທີ່​ສູ້​ລົບ​ກັບ​ກຸ່ມ​ຫົວ​ຮຸນ​ແຮງ al-Shabab ນັ້ນ.
XS
SM
MD
LG