ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານສາກົນ ທີ່ນະຄອນ Hague ຕົກລົງ ຮັບຟັງຄະດີ ການຂັດແຍ້ງ ຢູ່ ທະເລຈີນໃຕ້


ຮູບພາຍຖ່າຍຈາກເຮືອບິນທະຫານຟິລິບປິນ ທີ່ຫລຽວເຫັນບັນດາ ໝູ່ເກາະ ທີ່ອ້າງເອົາກຳມະສິດໂດຍຈີນ ໃນທະເລຈີນໃຕ້.
ຮູບພາຍຖ່າຍຈາກເຮືອບິນທະຫານຟິລິບປິນ ທີ່ຫລຽວເຫັນບັນດາ ໝູ່ເກາະ ທີ່ອ້າງເອົາກຳມະສິດໂດຍຈີນ ໃນທະເລຈີນໃຕ້.

ສານ​ສາກົນ ທີ່​ນະຄອນ Hague ​ໄດ້​ຕັດສິນ​ຄັດຄ້ານ​ຕໍ່ຈີນ ​ແລະ​
ເຫັນ​ພ້ອມກັບ ຟິລິບ​ປີນ ​ໂດຍ​ຕົກລົງ​ທີ່​ຈະຮັບ​ຟັງ​ຄະດີ ​ທີ່ໄດ້​ຍື່ນ
ໂດຍ​ມະນີ​ລາ ​ກ່ຽວ​ກັບ​ບັນຫາໂຕ້​ແຍ້​ງ ທີ່​ມີ​ມາ​ເປັນ​ເວລາ​ດົນ​
ນານ ​ເລື້ອງ​ເຂດ​ນໍ້າ​ແດນ​ດິນ ​ຢູ່ທະ​ເລ​ຈີນ​ໃຕ້.

ສານ​ຖາວອນ​ທີ່​ຕັດສິນ​ຊີ້​ຂາດ ​ໄດ້​ລົງ​ຄວາມ​ເຫັນ​ໃນ​ວັນ​ພະຫັດ​
ວານ​ນີ້ ກ່ຽວ​ກັບ​ຄະດີ​ທີ່​ພົວພັນ​ກັບ​ການ​ຕົກລົງ​ກັນ​ບໍ່​ໄດ້ ​ໃນການ
​ຕີຄວາ​ມໝາຍຂອງສັນຍາສະຫະ​ປະຊາ​ຊາດ ກ່ຽວ​ກັບ​ກົດໝາຍ
​ທາງ​ທະ​ເລ (UNCLOS) ຊຶ່ງ​ເປັນຄຳ​ຖາມ​ທີ່​ກ່ຽວ​ກັບວ່າ ​ສານ​ຍຸ
ຕິ​ທຳ​ໃດ ມີ​ສິດ​ອຳນາດ​ໃນ​ການ​ຕັດສິນ​ເລື້ອງດັ່ງກ່າວ.

ຈີນ ກ່າວ​ອ້າງວ່າ ການ​ໂຕ້​ແຍ້​ງ​ໄດ້​ເນັ້ນໜັກເປັນ​ການສະ​ເພ​າະ ກ່ຽວ​ກັບເລື້ອງ ອະທິປ​ະ​ໄຕ
​ເໜືອ​ບັນດາ​ໝູ່​ເກາະ ​ໃນ​ທະ​ເລ​ຈີນ​ໃຕ້ ຊຶ່ງ​ເປັນ​ບັນຫາວ່າ ສານ​ບໍ່ໄດ້​ມີ​ສິດ​ອຳນາດ​ນັ້ນ. ນັກ
​ການ​ທູດ​ອາວຸ​ໂສ​ຈີນ​ຄົນ​ໜຶ່ງ ​ໃນ​ວັນ​ສຸກ​ມື້​ນີ້​ ໄດ້​ປະກາດ ກ່ຽວ​ກັບ​ທ່າ​ທີ​ຂອງ​ປັກ​ກິ່ງຄືນ​ໃໝ່
​ວ່າ ຈະບໍ່ເຂົ້າຮວມ​ໃນ​ຄະດີນີ້ ຫລື​ບໍ່​ຮັບ​ເອົາ​ຜົນ​ຂອງ​ການ​ຕັດສິນ​ຂອງ​ສານ.

ຫົວໜ້າຄະດີທະນາ​ຍຄວາມ ຟິລິບ​ປີນ ທ່ານ Florin Hilbay ​ໄດ້​ຍິນ​ດີ​ຕໍ່​ການ​ຕັດສິນ​ຂອງ
​ສານ​ ​ແລ​ະຮ້ອງ​ວ່າ “​ເປັນ​ບາດ​ກ້າວ​ທີ່​ສຳຄັນ​ໄປ​ໜ້າ​ໃນ​ການ​ຊອກ​ຫາ​ຊ່ອງ​ທາງຂອງ ຟິລິບ
​ປີນ ​ເພື່ອ​ແກ້​ໄຂ​ແບບສັນຕິ​ ​ບໍ່​ເຂົ້າ​ຂ້າງ​ອອກ​ຂາຕໍ່​ບັນຫາ​ຂັດ ​ແຍ້​ງລະຫວ່າງ​ພັກ​ຝ່າຍ ​ແລະ
ໃຫ້ຄວາມ​ກະ​ຈ່າງ​ແຈ້ງ​ຕໍ່​ສິດທິ​ຂອງ​ເຂົາ​ເຈົ້າ​ພາຍ​ໃຕ້ ສົນທິສັນຍາ UNCLO.”

ວໍ​ຊິງ​ຕັນ ກໍໄດ້​ສະ​ແດງ​ຄວາ​ມຍິນ​ດີ ຕໍ່​ການ​ຕັດສິນຂອງ​ສານ​ ອີງ​ຕາມ​ເຈົ້າ​ໜ້າທີ່ ຂັ້ນ​ສູງຄົນ
ນຶ່ງ​ຂອງ​ກະຊວງປ້ອງ​ກັນ​ປະ​ເທດສະຫະລັດ.

XS
SM
MD
LG