ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຈະດຳເນີນການ ທຸກສິ່ງຢ່າງ ເພື່ອຢຸດອີຣ່ານ ບໍ່ໃຫ້ມີອາວຸດ ນິວເຄລຍ (ວີດີໂອ)


ປະທານາທິບໍດີອິສຣາແອລ ທ່ານ Shimon Peres (ກາງ) ແລະລັດຖະມົນຕີກະຊວງປ້ອງກັນປະເທດ ສຫລ ທ່ານ Chuck Hagel ພົບປະກັນ ທີ່ນະຄອນເຈຣູຊາແລັມ (16 ພຶດສະພາ 2014)
ປະທານາທິບໍດີອິສຣາແອລ ທ່ານ Shimon Peres (ກາງ) ແລະລັດຖະມົນຕີກະຊວງປ້ອງກັນປະເທດ ສຫລ ທ່ານ Chuck Hagel ພົບປະກັນ ທີ່ນະຄອນເຈຣູຊາແລັມ (16 ພຶດສະພາ 2014)
ລັດຖະມົນຕີກະຊວງປ້ອງກັນປະເທດຂອງສະຫະລັດທ່ານ Chuck
Hagel ກ່າວວ່າ ວໍຊິງຕັນຈະດຳເນີນການທຸກສິ່ງຢ່າງ ເພື່ອບໍ່ໃຫ້ອີ
ຣ່ານມີອາວຸດນິວເຄລຍໃນຂະນະທີ່ການເຈລະຈາລະຫວ່າງເຕຫະ
ຣ່ານແລະບັນດາປະເທດມະຫາອຳນາດຂອງໂລກທີ່ນະຄອນວຽນ
ນາ ຍັງດຳເນີນຢູ່ຕໍ່ໄປ.

ການໃຫ້ຄຳໝັ້ນສັນາ ຂອງທ່ານ Hagel ມີຂຶ້ນ ໃນລະຫວ່າງການ
ພົບປະທີ່ນະຄອນເຈຣູຊາແລັມກັບນາຍົກລັດຖະມົນຕີອິສຣາແອລ
ທ່ານເບັນຈາມິນເນຕັນຢາຮູທີ່ຍັງມີຄວາມສົງໄສໃນການເຈລະຈາ
ກ່ຽວກັບໂຄງການນິວເຄລຍຂອງອີຣ່ານ.

ທ່ານເນຕັນຢາຮູເວົ້າວ່າ ອີຣ່ານ ກຳລັງພະຍາຍາມ ທີ່ຈະຫລອກລວງ ປະຊາຄົມນາໆຊາດ.
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ໃຫ້ການຄ້ຳປະກັນແກ່ນາຍົກລັດຖະມົນຕີ ແລະປະຊາຊົນອິສຣາແອລວ່າ ສະຫະລັດແມ່ນສືບຕໍ່ໃຫ້ຄວາມໝາຍໝັ້ນເພື່ອຄ້ຳປະກັນວ່າ ອີຣ່ານຈະບໍ່ມີອາວຸດນິວເຄລຍ ຢູ່ໃນຄວາມຄອງຄອງ.

ຄະນະເຈລະຈາຂອງອີຣ່ານ ສະຫະລັດ ຝຣັ່ງ ເຢຍຣະມັນ ອັງກິດ ຈີນ ແລະ ຣັດເຊຍ ກຳລັງ ປະຊຸມກັນທີ່ນະຄອນວຽນນາ ໃນການເຈລະຈາຮອບທີ 4 ທີ່ແນໃສ່ເພື່ອສະຫຼຸບຂັ້ນສຸດທ້າຍ ກ່ຽວກັບຂໍ້ຕົກລົງ ທີ່ຈະຫລຸດຂະໜາດ ໂຄງການນິວເຄລຍຂອງອີຣ່ານລົງເພື່ອແລກປ່ຽນກັບ ການຜ່ອນຜັນ ໃນການລົງໂທດຕໍ່ອີຣ່ານ. ເຂົາເຈົ້າຫວັງວ່າ ຈະບັນລຸການຕົກລົງກັນ ພາຍໃນ ວັນທີ 20 ກໍລະກົດນີ້.

ປະເທດຕາເວັນຕົກໄດ້ມີຄວາມກັງວົນມາເປັນເວລາດົນນານແລ້ວກ່ຽວກັບຈຸດປະສົງທີ່ແທ້
ຈິງຂອງເຕຫະຣ່ານທີ່ຈະຜະລິດອາວຸດນິວເຄລຍ. ອີຣ່ານໄດ້ປະຕິເສດຕໍ່ຂໍ້ຫາດັ່ງກ່າວແລະ ຢືນຢັດວ່າ ໂຄງການນິວເຄລຍຂອງຕົນ ມີຈຸດປະສົງໃນທາງສັນຕິ ທີ່ແນໃສ່ ເພື່ອຜະລິດກະ ແສໄຟຟ້າແລະໃຊ້ໃນການປິ່ນປົວ ດ້ານການແພດ.
US ISRAEL IRAN SOTVO
please wait
Embed

No media source currently available

0:00 0:00:48 0:00
XS
SM
MD
LG