ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ພວມຊັ່ງຊາ ການປະຕິບັດງານ ທາງທະຫານ ຢູ່ຊີເຣຍ (ວີດີໂອ)


ທ່ານ Chuck Hagel ລັດຖະມົນຕີ ກະຊວງປ້ອງກັນປະເທດ ສະຫະລັດ.
ທ່ານ Chuck Hagel ລັດຖະມົນຕີ ກະຊວງປ້ອງກັນປະເທດ ສະຫະລັດ.
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ໄດ້ສະເໜີແນະ
ຢ່າງແຂງຂັນ ໃຫ້ສະຫະລັດເຄື່ອນຍ້າຍກຳລັງທະຫານເຮືອ ເຂົ້າ
ປະຈຳທີ່ ໃນການຄາດໝາຍລ່ວງໜ້າ ກ່ຽວກັບການຕັດສິນໃຈ
ໃດໆກໍຕາມຂອງປະທານາທິບໍດີບາຣັກ ໂອບາມາທີ່ຈະສັ່ງໃຫ້ທຳ ການປະຕິບັດງານທາງທະຫານ ຢູ່ໃນຊີເຣຍ ຫລັງຈາກເປັນທີ່ປະ
ກົດ ວ່າ ໄດ້ມີການໃຊ້ອາວຸດເຄມີຢູ່ທີ່ນັ້ນ.

ທ່ານ Chuck Hagel ກ່າວຕໍ່ພວກນັກຂ່າວ ທີ່ຮ່ວມເດີນທາງໄປ
ຍັງມາເລເຊຍກັບທ່ານ ໃນວັນສຸກວານນີ້ວ່າ ທ່ານໂອບາມາ ໄດ້ ຮ້ອງຂໍໃຫ້ກະຊວງປ້ອງກັນປະເທດກະກຽມທາງເລືອກຕ່າງໆໄວ້
ຖ້າຫາກທ່ານຕັດສິນໃຈ ທີ່ຈະທຳການໂຈມຕີ ຕໍ່ລັດຖະບານ ດາ
ມັສກັສ.

ການໃຫ້ຄວາມເຫັນຂອງທ່ານ Hagel ມີຂຶ້ນຫຼັງຈາກເຈົ້າໜ້າທີ່ປ້ອງກັນປະເທດຄົນນຶ່ງກ່າວ ວ່າ ກອງທັບເຮືອຈະຂະຫຍາຍການມີໜ້າຂອງຕົນ ຢູ່ໃນທະເລເມດີແຕເຣນຽນ ດ້ວຍກຳປັ່ນ ລົບລຳທີ 4 ທີ່ຕິດລູກສອນໄຟນຳວິຖີ.

ກອງທັບເຮືອທີ 6 ຂອງສະຫະລັດ ຊຶ່ງຮັບຜິດຊອບເລື່ອງຄວາມປອດໄພໃນເຂດທະເລເມດີ ແຕເຣນຽນຈະໃຫ້ກຳປັ່ນລົບ USS Mahan ປະຕິບັດງານຢູ່ໃນເຂດດັ່ງກ່າວຕໍ່ໄປຮ່ວມກັບ ເຮືອພິຄາດລຳອື່ນໆ ແທນທີ່ຈະໃຫ້ກຳປັ່ນລຳນີ້ ເດີນທາງກັບຄືນສູ່ທ່າກຳປັ່ນປະຈຳການທີ່
ເມືອງ Norfolk ໃນລັດ Virginia.

ແຕ່ແນວໃດກໍຕາມ ເຈົ້າໜ້າທີ່ປ້ອງກັນປະເທດຂອງສະຫະລັດ ເວົ້າວ່າ ກອງທັບເຮືອຍັງບໍ່ ທັນໄດ້ຮັບຄຳສັ່ງໃດໆໃຫ້ກະກຽມການປະຕິບັດງານທາງທະຫານຕໍ່ລັດຖະບານຂອງທ່ານ
Assad.

ທ່ານນາງ Angela Kane ຜູ້ຕາງໜ້າຂັ້ນສູງຮັບຜິດຊອບ ກ່ຽວກັບກິດຈະການລົດກຳລັງ
ອາວຸດຂອງສະຫະປະຊາຊາດ ໄດ້ເດີນທາງໄປເຖິງກຸງດາມັສກັສໃນວັນເສົາມື້ນີ້ ເພື່ອຊຸກ ຍູ້ໃຫ້ມີການອະນຸຍາດໃຫ້ຄະນະກວດກາຂອງສະຫະປະຊາຊາດເຂົ້າໄປກວດເບິ່ງບ່ອນທີ່ ສົງໄສວ່າຖືກໂຈມຕີດ້ວຍອາວຸດເຄມີນັ້ນ.

ເບິ່ງວີດີໂອກ່ຽວຂ້ອງ:

Syria War Has Devastating Impact on Children
please wait

No media source currently available

0:00 0:02:54 0:00
ລິງໂດຍກົງ
XS
SM
MD
LG