ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Chuck Hagel ຈະໃຫ້ຄວາມແຈ່ມແຈ້ງ ຕໍ່ສະພາ ກ່ຽວກັບ ການແລກປ່ຽນ ນັກໂທດ (ວິດີໂອ)


ທ່ານ Chuck Hagel ລັດຖະມົນຕີປ້ອງກັນປະເທດສະຫະລັດ
ທ່ານ Chuck Hagel ລັດຖະມົນຕີປ້ອງກັນປະເທດສະຫະລັດ
ລັດຖະມົນຕີປ້ອງ​ກັນ​ປະ​ເທດ ສະຫະລັດ ທ່ານ Chuck
Hagel ຄາດ​ວ່າ ​ຈະ​ໃຫ້ຄວາມແຈ່ມ​ແຈ້ງເພີ້​ມ​ເຕີ​ມກ່ຽວ​ກັບ​
ການ​ແລກປ່ຽນ​ນັກ​ໂທດ​ກັບກຸ່ມ Taliban ທີ່ເປັນບັນຫາໂຕ້
ຖຽງ ​ເວລາ​ທ່ານ​ໃຫ້​ການ​ຢ່າງ​ເປີດ​ເຜີຍຕໍ່ໜ້າ​ຄະນະ​ກຳມະ
ການ ສະພາ​ຕ່ຳ ​ໃນ​ວັນ​ພຸດ​ມື້​ນີ້.

ທ່ານ Hagel ຄາດ​ວ່າ ຈະ​ປະ​ເຊີນ​ໜ້າກັບ​ຄຳ​ຖາມທີ່ຍາກໆ
ຈາກ​ບັນດາ​ສະມາ ຊິກ​ສະພາ ໃນຄະນະ​ກຳມະການກອງທັບ
ຂອງສະພາຕ່ຳກ່ຽວ​ກັບການຕັດສິນໃຈ​ຂອງລັດຖະບານທ່ານ
​Obama ທີ່ບໍ່ໄດ້ແຈ້ງ ໃຫ້ສະພາຊາບລ່ວງໜ້າ ກ່ຽວກັບ ການ
​ຕົກລົງ​ດັ່ງກ່າວ.

​ໃນ​ເດືອນ​ແລ້ວ​ນີ້ ກຸ່ມ Taliban ​ໄດ້​ຕົກລົງປ່ອຍສິບ​ເອກ Bowe Bergdahl ທະ​ຫານ​ສະຫະລັດ​ ​ທີ່​ໄດ້​ຖືກ​ຈັບຢູ່​ໃນອັ​ຟກາ​ນິສຖານ​ມາເປັນເວລາ​ຫ້າ​ປີແລ້ວ ນັ້ນ. ​ໃນ​ການແລ​ກປ່ຽນນີ້ ສະຫະລັດໄດ້ຕົກລົງ​ປ່ອຍ​ໂຕ​ນັກ​ໂທດ​ທີ່​ສຳຄັນ​ຫ້າ​ຄົນ ຂອງກຸ່ມ Taliban ຈາກ
ຄຸກ​ທະຫານສະຫະລັດ ຢູ່ທີ່ອ່າວ Guantanomo ໃນປະ​ເທດ​ຄິວ​ບາ.

ບັນດາ​ເຈົ້າ​ໜ້າ​ທີ່ລັດຖະບານທ່ານ Obama ​ໄດ້​ກ່າວປ້ອງ​ກັນ​ ການ​ຕັດສິນ​ໃຈ ​ກ່ຽວກັບ
ການດຳເນີນການຕໍ່ໄປໃນການ​ແລກປ່ຽນ ໂດຍບໍ່ໄດ້ແຈ້ງໃຫ້ສະພາຊາບ ​ລ່ວງໜ້າ 30
ມື້ຕາມທີ່ບັງຄັບໄວ້ ກ່ອນ​ທີ່ພວກ​ນັກ​ໂທດ​ຢູ່ Quantanomo ຈະ​ຖືກ​ປ່ອຍ​ໂຕ.

​ໂຄສົກ​ທຳນຽບຫ້​າ​ແຈ ທ່ານ John Kirby ກ່າວ​ວ່າ “ມີ​ໂອກາດ ທີ່​ເປີດໃຫ້ແຕ່ ພຽງ​ໜ້ອຍ
ດຽວເທົ່ານັ້ນ” ເພື່ອໄປຮັບ​ເອົາສິບເອກ Bergdahl ກັບມາຢ່າງ​ປອດ​ໄພ​.

ທ່ານ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ຄະນະຄວາມ​ໝັ້ນຄົງ​ແຫ່ງ​ຊາດ
​ທັງ​ໝົດ ​ເຫັນ​ດີ​ນຳກັນວ່າ ​ຄວາມ​ປອດ​ໄພໃນ​ການ​ປະຕິບັດ​ງານແມ່ນ ມີຄວາມສຳຄັນ​ທີ່​
ສຸດ​ ເພື່ອ​ໃຫ້ວຽກການດັ່ງກ່າວສຳເລັດເສັດ​ສີ້​ນຢ່າງ “ປອດ​ໄພ ​ແລະມີປະສິດທິຜົນ​ດີ.”
ທ່ານ Kirby ກ່າວ​ວ່າ ທ່າ​ນ Hagel ຕຽມພ້ອມ​ແລ້ວ ​ທີ່​ຈະ​ໃຫ້ຄຳ​ຕອບ ຕໍ່ຄຳຖາມຕ່າງໆ
​ແລະ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບການດຳເນີນການ​ທີ່​ນຳພາ​ໄປ​ສູ່​ການ​ປ່ອຍ​ໂຕສິບເອກ
Bergdahl​. ທ່ານກ່າວ​ວ່າ ລັດຖະມົນຕີປ້ອງ​ກັນ​ປະ​ເທດ ຈະ “​ໃຫ້ການ​ຢ່າງ​ແທ້​ຈິງ ​ແລະ​
ກົງ​ໄປ​ກົງ​ມາ” ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ ດຳ​ເນີນ​ການ ຕັດສິນ​ໃຈ​ຂອງ​ທ່ານ ​ເວລາທ່ານ​ໃຫ້
ການ​ຕໍ່ໜ້າ​ຄະນະ​ກຳມະການ​ສະພາຕ່ຳ.
Americans Divided Over Soldier's Release in Exchange for Taliban Fighters
please wait

No media source currently available

0:00 0:03:04 0:00
XS
SM
MD
LG