ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລມຕ ປ້ອງກັນປະເທດ ສຫລ ພົບປະກັບ ເຈົ້າໜ້າທີ່ ອີຈິບ (ສະໄລດ໌/ວີດີໂອ)


U.S. Secretary of Defense Chuck Hagel walks with Egyptian Defense Minister General Abdel-Fattah el-Sissi during an arrival ceremony at the Ministry of Defense in Cairo, April 24, 2013.
U.S. Secretary of Defense Chuck Hagel walks with Egyptian Defense Minister General Abdel-Fattah el-Sissi during an arrival ceremony at the Ministry of Defense in Cairo, April 24, 2013.
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດ ທ່ານ Chuck Hagel
ພົບ​ປະ​ກັບບັນ​ດາ​ເຈົ້າ​ໜ້າ​ທີ່ອີ​ຈິບ​ໃນ​ວັນ​ພຸດ​ມື້ນີ້ ​ໃນ​ລະຫວ່າງ
ການ​ຢ້ຽມຢາມພາກຕາ​ເວັນ​ອອກກາງ​ເປັນຄັ້ງ​ທໍາ​ອິດ​ຂອງ​ທ່ານ ​
ໃນ​ນາມຫົວໜ້າ​ທໍານຽບຫ້າ​ແຈ ​ຂະນະ​ທີ່​ທ່ານໄປ​ເຖິງກຸງ​ໄຄ​ໂຣ.

ທ່ານ Hagel ມີ​ກຳນົດຈະ​ສົນທະ​ນາ​ລືໃນ​ວັນ​ພຸດ​ມື້​ນີ້ ກັບ​ລັດ​ຖະ​
ມົນຕີ​ປ້ອງ​ກັນ​ປະ​ເທດອີ​ຈິບ ທ່ານ Abdel Fattah al-Sisi ​ແລະ
ປະທານາທິບໍດີ Mohammed Morsi.

ບັນດາ​ເ​ຈົ້າໜ້າ​ທີ່ ມີ​ແຜນ​ທີ່​ຈະ​ຫາລື​ກັນກ່ຽວ​ກັບຄວາມ​ສຳພັນ​ດ້ານ
ປ້ອງ​ກັນ​ປະ​ເທດລະຫວ່າງ ​ປະ​ເທດທັງ​ສອງ​ ຕະຫຼອດທັງ​ການ​ຫັນປ່ຽນ​ໃນອີ​ຈິບ ລຸນ​ຫຼັງການ​ຂັບ​ໄລ່ອະດີດ​ປະທານາທິບໍ ດີ Hosni Mubarak ​ລົງ​ຈາກ​ອຳນາດ ໃນ​ປີ 2011.

ທ່ານ Hagel ກ່າວ​ໃນ​ວັນ​ອັງ​ຄານ​ວານ​ນີ້ວ່າ ບັນດາ​ພັນທະ​ມິດ ຕ້ອງ​ໄດ້​ຮັກສາ “ຄວາມໃກ້​ຊິດກັນ​ຫລາຍ​ກ່ອນ​ເກົ່າ” ​ໃນ​ຂະນະ​ທີ່​ການ​ທ້າ​ທາຍ​ຢູ່​ໃນພາກຕາ​ເວັນ​ອອກ​ກາງ ມີ​ຄວາມ​ສະ ຫຼັບຊັບ​ຊ້ອນ​ຫລາ​ຍຂື້ນ.

ການ​ໃຫ້​ຄວາມ​ເຫັນຂອງ​ທ່ານ ​ມີ​ຂື້ນ​ໃນ​ຂະນະ​ທີ່​ທ່ານພົບ​ປະ​ກັບນາຍົກລັດຖະມົນຕີ
ອິສຣາ​ແອ​ລທ່ານ Benjamin Netanyahu ​ໃນ​ລະຫວ່າງຢຸດແວ່​ບ່ອນທໍາ​ອິດຂອງ​ການ​ຢ້ຽມຢາມ 5 ປະເທດ.


ການເດີນທາງ​ໄປຢ້ຽມຢາມອິສຣາ​ແອ​ລມີ​ຂຶ້ນຫຼັງຈາກ​ລັດຖະບານ​ສະຫະລັດປະກາດ​ວ່າ ​ຕົນ​ຈະ​ອະນຸຍາດໃຫ້​ມີ​ການຂາຍ​ອາວຸດທີ່​ທັນ​ສະ​ໄໝຂອງສະຫະລັດ ​ໃນ​ມູນ​ຄາ 10 ພັນ​ລ້ານ​ໂດ​ລາ ​ໃຫ້​ແກ່ອິສຣາ​ແອ​ລ ຊາອຸ​ດີ​ອາ​ຣາ​ເບຍ ​ແລະ​ສະຫະລັດ​ອາຣັບ​ເອ​ເມີ​ເຣັສ.

ຫລັງ​ຈາກໄດ້​ສີ້​ນສຸດ​ການ​ເຈລະຈາ​ເປັນ​ເວລາ​ສາມ​ມື້ ຢູ່ທີ່ອິສຣາ​ແອ​ລ​ແລ້ວ ທ່ານ Hagel ຍັງໄດ້​ເດີນທາງ​ໄປ ຈໍ​ແດນ ​ແລະ​ຊາ​ອຸ​ດີ​ອາຣາ​ເບຍ ​ເພື່ອ​ພົບ​ປະໃນ​ວັນ​ອັງຄານ
ວານ​ນີ້ ທີ່ຮວມ​ກັບ​ການ​ສົນທະນາ​ຫາລື​ກ່ຽວ​ກັບສະຖານະ​ການ​ໃນ​ຊີ​ເຣຍ ​ແລະ​ບັນຫາ​ທ້າ​ທາຍຕ່າງໆ​ທີ່ພົວພັນກັບ​ໂຄງການ​ອາວຸດ​ນິວ​ເຄລຍ ຂອງອີຣ່ານ.

ທ່ານ Hagel ມີ​ກຳນົດ​ທີ່​ຈະ​ເດີນທາງ​ຈາກອີ​ຈິບ ​ໄປ​ຫາສະຫະລັດ​ອາຣັບ​ເອ​ເມີ​ເຣັສ ​ເພື່ອ ມ້ວນທ້າຍການ​ຢ້ຽມຢາມ​ພາກ​ຕາ​ເວັນ​ອອກ​ກາງຂອງ​ທ່ານ.

ລັດຖະມົນຕີປ້ອງກັນປະເທດສະຫະລັດຢ້ຽມຢາມອິສຣາແອລ:

Hagell
please wait
Embed

No media source currently available

0:00 0:01:18 0:00
XS
SM
MD
LG