ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ໃຫ້ການຄໍ້າປະກັນ ອີກເທື່ອນຶ່ງ ຕໍ່ພວກຜູ້ນຳ ຕາ​ເວັນ​ອອກ​ກາງ​ (ວີດີໂອ)


ລັດຖະມົນຕີ ປ້ອງກັນປະເທດ ສຫລ ທ່ານ Chuck Hagel ກ່າວ​ຄຳ​ປາ​ໄສ ໃນ​ວັນ​ເສົາ​ມື້​ນີ້​ ຢູ່ທີ່ກອງ​ປະຊຸມຄວາມໝັ້ນຄົງຂົງ​ເຂດ​ ທີ່​ປະ​ເທດ Barain
ລັດຖະມົນຕີ ປ້ອງກັນປະເທດ ສຫລ ທ່ານ Chuck Hagel ກ່າວ​ຄຳ​ປາ​ໄສ ໃນ​ວັນ​ເສົາ​ມື້​ນີ້​ ຢູ່ທີ່ກອງ​ປະຊຸມຄວາມໝັ້ນຄົງຂົງ​ເຂດ​ ທີ່​ປະ​ເທດ Barain
ລັດຖະມົນ​ຕີ ປ້ອງ​ກັນ​ປະ​ເທດ ສະຫະລັດ ໃຫ້ການ​ຄໍ້າປະກັນ ຕໍ່
ບັນດາ​ຜູ້​ນໍາ​ໃນ ພາກຕາ​ເວັນ​ອອກ​ກາງ​ວ່າ ສະຫະລັດ ບໍ່​ໄດ້ປ່ອຍ
ປະລະ​ເລີຍ​ໃນ​ຄວາມ​ໝາຍ​ໝັ້ນ​ຂອງ​ຕົນ​ຕໍ່​ຂົງ​ເຂດດັ່ງກ່າວ ຫຼັງ​
ຈາກ​ໄດ້​ມີການ​ເຈລະຈາຫວ່າງ​ມໍ່ໆ​ມາ​ນີ້ກັບອີຣ່ານ ກ່ຽວ​ກັບ​ໂຄງ
ການ​ນິວ​ເຄລຍຂອງ​ເຕຫະຣ່ານນັ້ນ.

ທ່ານ Chuck Hagel ຊຶ່ງກ່າວ​ຄຳ​ປາ​ໄສໃນ​ວັນ​ເສົາ​ມື້​ນີ້​ ຢູ່ທີ່ກອງ​
ປະຊຸມຄວາມ ​ໝັ້ນຄົງ​ຂົງ​ເຂດ​ ທີ່​ປະ​ເທດ Barain ​ໄດ້​ຊອກ​ຫາ​
ຊ່ອງ​ທາງ​ເພື່ອ​ຊ່ວຍ​ຫລຸດຜ່ອນ ຄວາມຫວາດ​ຫວັ່ນຢ້ານ​ກົວ ທີ່​ວ່າ
ການ​ຕົກລົງ​ດ້ານນິວ​ເຄລຍກັບອີຣ່ານ ພ້ອມ​ກັບ ຄວາມ​ກົດ​ດັນ​
ທາງ​ດ້ານ​ງົບປະມານ ​ຂອງ​ສະຫະລັດ ​ແລະ​ການ​ຖອນ​ກຳລັງ​ອອກ
ຈາກ​ອັຟກາ​ນິສຖານ​ນັ້ນ ອາດ​ເປັນສັນຍານ​ຂອງ​ການຫຼຸດນ້ອຍ​ຖອຍ​ລົງ​ ໃນ​ຄວາມ ໝາຍ​ໝັ້ນຂອງສະຫະລັດ ຢູ່​ໃນ​ຂົງ​ເຂດ.

ລັດຖະມົນຕີ Hagel ​ໄດ້​ໃຫ້​ລາຍ​ລະ​ອຽດ​ຕໍ່ກອງ​ປະຊຸມ Manama ​ເຖິງສະມັດຖະພາບ
ຂອງ​ທະຫານ​ອາ​ເມຣິກັນຢູ່​ໃນ​ຂົງ​ເຂດ ຮວມ​ທັງທະຫານ 35,000 ຄົນ ​ທີ່ໄດ້​ຮັບ​ການ​ສະໜັບສະໜຸນໂດຍລະບົບ​ສືບ​ລັບ ​ພ້ອມ​ດ້ວຍ​ລົດ​ຖັງ​ຫຼາຍໆ​ຊະນິດ ປືນໃຫຍ່ ​ເຮື​ອບິນ
​ແລະ​ກຳ​ປັ່ນ​ລົບ.

ຂໍ້ຕົກລົງ​ຂັ້ນຕົ້ນກັບອີຣ່ານ ​ທີ່​ໄດ້ບັນລຸ​ກັນ​ເມື່ອເກືອບ​ສອງ​ອາທິດ​ກ່ອນ ​ໂດຍ​ບັນດາ​ປະ​
ເທດມະຫາ​ອຳນາດ​ທີ່ສໍາຄັນໆ ຮວມ​ທັງສະຫະລັດນັ້ນ ​ແມ່ນ​ຈະ​ຍຸຕິ​ການ​ເຄື່ອນໄຫວ​
ບາງສ່ວນ ຂອງ​ໂຄງການ​ນິວ​ເຄລຍອີຣ່ານ ​ເພື່ອ​ແລກປ່ຽນກັບ​ການ ຜ່ອນຜັນໃນ​ການ
​ລົງ​ໂທດທາງ​ດ້ານ​ເສດຖະກິດຈໍາ​ນວນ​ນຶ່ງຂອງ​ບັນດາ​ປະ​ເທດ ຕາ​ເວັນ​ຕົກ. ບັນດາ​ຜູ້​
ນໍາ​ໃນ​ເຂດ​ອ່າວ​ເປີ​ເຊຍພາກັນ​ມີ​ຄວາມ​ເປັນ​ຫ່ວງ​ຢ້ານ​ວ່າ ການ​ຕົກລົງນີ້ ອາດ​ຈະ​ເຮັດ
ໃຫ້ອີຣ່ານ ກ້າ​ຫານຫຼາຍຂຶ້ນ​ແລະ​ເຮັດ​ໃຫ້​ຂົງ​ເຂດ​ບໍ່​ມີ​ຄວາມ​ຖຸ່ນທ່ຽງ.

ລັດຖະມົນຕີປ້ອງ​ກັນ​ປະ​ເທດ ສະຫະລັດ ​ໄດ້​ສະ​ເໜີ​ບາດກ້າວ​ໃໝ່ ​ໃນ​ວັນ​ເສົາ​ມື້​ນີ້ ​
ເພື່ອ​ປັບ​ປຸງ​ການ​ຮ່ວມ​ມືດ້ານຄວາ​ມປອດ​ໄພ​ໃຫ້​ດີ​ຂື້ນ ຮວມທັງການ​ສົນທະນາ​ກັນ​ເປັນ
​ປະ​ຈໍາ ​ກ່ຽວ​ກັບ​ລະບົບ​ຕໍ່ຕ້ານລູກ​ສອນ​ໄຟ ກັບບັນດາ​ຜູ້​ບັນຊາ​ການ​ດ້ານ ປ້ອງ​ກັນ​ທາງ
​ອາກາດ​ຂອງ​ຂົງ​ເຂດ ແລະ​ອະນຸຍາດ​ໃຫ້​ສະພາ​ການ​ຮ່ວມ​ມືຂອງ 6 ປະ​ເທດໃນ​ເຂດ
ອ່າວ​ເປີ​ເຊຍ ຊື້ລະບົບ​ປ້ອງກັນ​ລູກ​ສອນ​ໄຟຂອງສະຫະລັດ ​ໃນ ນາມ​ອົງການ​ຈັດຕັ້ງ ​
ເພື່ອ​ຊຸກຍູ້​ໃຫ້​ມີການ​ຮ່ວມ​ມື ຢູ່​ໃນ​ຂົງ​ເຂດ.

Hagel Visits Afghanistan as Karzai Hesitates on Security Accord
please wait

No media source currently available

0:00 0:02:46 0:00
ລິງໂດຍກົງ
XS
SM
MD
LG