ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ Hagel ເຕືອນສະພາ ກ່ຽວກັບ ການປິດ ລັດຖະບານ (ວີດີໂອ)


ທ່ານ Chuck Hagel ລມຕ ປ້ອງກັນປະເທດສະຫະລັດ ວ່າ ການປິດກິດຈະການລັດຖະບານ ຖືວ່າຂາດຄວາມຮັບຜິດຊອບຢ່າງຮ້າຍແຮງ
ທ່ານ Chuck Hagel ລມຕ ປ້ອງກັນປະເທດສະຫະລັດ ວ່າ ການປິດກິດຈະການລັດຖະບານ ຖືວ່າຂາດຄວາມຮັບຜິດຊອບຢ່າງຮ້າຍແຮງ
ທ່ານ Chuck Hagel ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ​ເຕືອນ​ບັນດາ​ສະມາຊິກ​ສະພາ ​ທີ່​ລົງ​ຄະ​ແນນ​ສຽງ​ເມື່ອ​ຕອນເຊົ້າ ມືດວັນ​ອາທິດ​ມື້​ນີ້​ ທີ່​ເຮັດ​ໃຫ້​ລັດຖະບານ​ເຄື່ອນ​ໃກ້​ເຂົ້າ​ໄປຫຼາຍຂຶ້ນ ທີ່​ຈະ​ປິດ​ກິດຈະການ​ລົງ ກ່ຽວ​ກັບ​ຜົນ​ຮັບ​ຂອງ​ການ​ເຄຶ່ອນ​ໄຫວ​ຂອງ​ເຂົາ​ເຈົ້ານັ້ນ ​ໂດຍ​ກ່າວ​ວ່າ ຖ້າຫາກ​ວ່າ ການ​ປະ​ເຊີນ​ໜ້າ​ກັນ​ ຢູ່ໃນ​ລັດຖະສະພາ​ຍັງ​ດຳ​ເນີນ​ຕໍ່​ໄປ​ແລ້ວ ສະຫະລັດ ​ຈະ​ກາຍ​ເປັນ​ປະ​ເທດ​ທີ່​ປົກຄອງ​ກັນ​ບໍ່​ໄດ້.

ບັນດາ​ສະ​ມາ​ຊິກ​ສະພາ​ ສັງກັດພັກຣີພັບ​ບລິ​ກັນໄດ້​ທວງ​ໃຫ້ເລື່ອນເວລາ​ໃນ​ການຈັດຕັ້ງ ປະຕິບັດ​ໂຄງການ​ຮັກສາ​ສຸ​ຂະ​ພາບ​ ຂອງ​ປະທານາທິບໍດີ​ໂອ​ບາ​ມ​າ ອອກ​ໄປ​ນຶ່ງ​ປີ ເພື່ອ ແລກ​ກັບ​ການ​ອະນຸມັດ​ງົບປະມານ ໃຫ້​ເງິນ​ສະໜັບສະໜຸນ​ ການປະຕິບັດ​ການຂອງ​ລັດ ຖະບານ.

ທ່ານ Hagel ອະດີດ​ສະມາຊິກ​ສະພາ​ສູງ​ພັກຣີພັບ​ບລິ​ກັນ ຈາກ​ລັດ Nebraska ​ເວົ້າ​ກັບ​ພວກ​ນັກ​ຂ່າວ​ ເວ​ລາ​ກໍາລັງ​ເດີນທາງ​ໄປ​ຍັງ​ກຸງ​ໂຊ​ລ ​ເກົາຫຼີ​ໃຕ້ ​ເພື່ອເຂົ້າຮ່ວມວັນ​ຄົບຮອບ 6​0 ປີ​ ​ໃນ​ການ​ສ້າງຕັ້ງ​ພັນທະມິດ ດ້ານ​ປ້ອງ​ກັນ​ປະ​ເທດ​ລະຫວ່າງ​ສະຫະລັດ​ແລະ​ເກົາຫຼີ​ໃຕ້​ ຊຶ່ງ​ທ່ານ Hagel ​ເວົ້າ​ວ່າ ທ່ານ​ບໍ່​ພໍ​ໃຈ​ປານ​ໃດ​ກັບຍຸດ​ທະ​ສາດການ​ເມືອງ​ສະພາຕໍ່າ​ພັກຣີພັບ​ບລິກັນ ທີ່​ມອງ​ເຫັນ​ການໃກ້​ ຢ່າງ​ເປັນ​ອັນຕະລາຍ​ນັ້ນ.

ຝ່າຍ​ທໍານຽບຂາວ ກໍ​ເວົ້າ​ວ່າ ຕົນ​ຈະ​ໃຊ້​ສິດ​ຍັບ​ຍັ້ງ ຫຼືວີ​ໂຕ້​ຮ່າງ​ກົດໝາຍ​ດັ່ງກ່າວຂອງ​ພັກຣີພັບ​ບລິ​ກັນ.

​ຂະນະ​ດຽວ​ກັນ ບັນດາສະມາຊິກ​ສະພາ​ຕໍ່າ ​ກໍໄດ້ອະນຸມັດ​ມາດ​ຕະການ​ນຶ່ງ ​ເພື່ອສືບ​ຕໍ່​ຈ່າຍ​ເງິນໃຫ້​ແກ່ພວກ​ທະຫານ ຖ້າ​ຫາກ​ລັດຖະບານ​ປິດ​ຈິດຈະ​ການ​ລົງ. ​ແຕ່​ແນວ​ໃດ​ກໍ​ດີ ປະມານ​ເຄິ່ງນຶ່ງ ຂອງ​ພວກ​ຄົນ​ງາ​ນພົນລະ​ເຮືອນ 800,000 ຄົນ ຂອງ​ກະຊວງຈະ​ຖືກ​ຈັດ​ຢູ່​ໃນ​ບັນຊີ​ພັກ ບໍ່​ໄດ້​ເງິນ ຖ້າ​ຫາກ​ສະພາ​ ບໍ່​ສາມາດ​ຕົກລົງ​ກັນ​ໄດ້​ໃນເລື່ອງງົບປະມາ​ນ​ໃໝ່ ​ເວລາ​ງົບປະມານ​ປີ​ສິ້ນ​ສຸດ​ລົງ ​ໃນ​ວັນ​ຈັນ​ມື້​ອື່ນ​ນີ້.

ອົງການ​ຕ່າງໆ​ຂອງ​ລັດຖະບານ​ກາງ ​ໄດ້​ຕຽມ​ວາງ​ແຜນອະນຸຍາດ​ໃຫ້ພວກ​ພະນັກງານ​ທີ່​ບໍ່​ຖືກ​ຈັດ​ຢູ່ໃນ​ໜ້າ​ທີ່​ຈໍາ​ເປັນ ພັກ​ການ​ໄດ້ ​ເລີ່​ມ​ແຕ່​ວັນ​ອັງຄານ​ເປັນ​ຕົ້ນ​ໄປ ຊຶ່ງ​ເປັນມື້​ທໍ​າອິດ​ຂອງ​ງົບປະມານ​ປີ 2014 ​ຍົກ​ເວັ້ນ​ແຕ່​ມີການ​ລົງ​ຄະ​ແນນ​ສຽງ ​ຂອງ​ທັງ​ສອງ​ສະພາ​ ​ເພື່ອ​ອະນຸມັດ​ງົບປະມານ​ໃຫ້​ເງິນ​ລັດ​ຖະບານໃຊ້ຈ່າຍ ກາຍຕອນ​ແລງວັນ​ຈັນ​ໄປນັ້ນ.

US CONGRESS SHUTDOWN
please wait
Embed

No media source currently available

0:00 0:01:37 0:00
XS
SM
MD
LG