ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Chuck Hagel
ກໍາລັງຢູ່ທີ່ປະເທດປາກິສຖານ ເພຶ່ອສົນທະນາຫາລືກັບ ນາຍົກ
ລັດຖະ ມົນຕີ Nawaz Sharif ແລະຜູ້ບັນຊາການທະຫານຄົນ
ໃໝ່ ທ່ານ Rahell Sharif.
ການຢ້ຽມຢາມນະຄອນຫລວງ Islamabad ໃນວັນຈັນມື້ນີ້ຂອງ
ທ່ານ Hagel ແມ່ນເປັນການເດີນທາງໄປປາກິສຖານ ເທື່ອທໍາ
ອິດຂອງເຈົ້າໜ້າທີ່ຂັ້ນສູງສຸດຂອງທໍານຽບ 5 ແຈ ໃນໄລຍະຫລາຍ
ປີຜ່ານມາ.
ລັດຖະມົນຕີປ້ອງກັນປະເທດສະຫະລັດ ມີແຜນທີ່ຈະສົນທະນາ
ກ່ຽວກັບໄພຂົ່ມຂູ່ດ້ານຄວາມໝັ້ນຄົງ ແລະການປິດກັ້ນເສັ້ນທາງຂົນສົ່ງພັດສະດຸແລະສະບຽງ
ຂອງ NATO ເຂົ້າໄປຍັງ ອັຟການິສຖານ ທີ່ນໍາພາໂດຍພັກການເມຶອງນຶ່ງຂອງປາກິສຖານ
ເພື່ອປະທ້ວງສະຫະລັດ ທີ່ທໍາການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ຕ້ານພວກຫົວຮຸນແຮງໃນ
ດິນແດນຂອງປາກິສຖານນັ້ນ. ການໂຈມຕີໄດ້ສ້າງຄວາມເຄ່ງຕຶງຢ່າງຮ້າຍແຮງລະຫວ່າງ
ກຸງວໍຊິງຕັນ ແລະອິສລາມາບັສ.
ທ່ານ Hagel ໄດ້ໄປຢ້ຽມຢາມອັຟການິສຖານ ປະເທດເພື່ອນບ້ານຂອງປາກິສຖານຕັ້ງແຕ່
ວັນເສົາທີ່ຜ່ານມາ ຊຶ່ງຢູ່ທີ່ນັ້ນ ລັດຖະມົນຕີປ້ອງກັນປະເທດ Bismillah Khan Moham-
med ໄດ້ໃຫ້ການຄໍ້າປະກັນແກ່ທ່ານວ່າ ສັນຍາວ່າດ້ວຍຄວາມໝັ້ນຄົງກັບສະຫະລັດ ຈະ
ຖືກເຊັນໃນເວລາ "ອັນເໝາະສົມ" ເຖິງແມ່ນວ່າ ປະທານາທິບໍດີອັຟການິສຖານ ທ່ານ
Hamid Kazai ມີຄວາມລັງເລໃຈກໍຕາມ.