ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Hagel ໄດ້ເປັນ ລມຕ ປ້ອງກັນປະເທດ ສຫລ ຄົນໃໝ່ (ສະໄລດ໌)


ທ່ານ Chuck Hagel ທີ່ຫາກໍ່ຖືກ ຮັບຮອງໃຫ້ເປັນລັດຖະມົນຕີກະຊວງປ້ອງກັນປະເທດຄົນໃໝ່ ຂອງສະຫະລັດ
ທ່ານ Chuck Hagel ທີ່ຫາກໍ່ຖືກ ຮັບຮອງໃຫ້ເປັນລັດຖະມົນຕີກະຊວງປ້ອງກັນປະເທດຄົນໃໝ່ ຂອງສະຫະລັດ
ສະພາສູງຂອງສະຫະລັດໄດ້ຮັບຮອງເອົາທ່ານ Chuck Hagel
ໃຫ້ ເປັນລັດຖະມົນຕີກະຊວງປ້ອງກັນປະເທດຄົນໃໝ່.

ສະພາສູງຂອງສະຫະລັດ ໄດ້ຮັບຮອງເອົາການແຕ່ງຕັ້ງດັ່ງກ່າວ
ໃນວັນ ອັງຄານວານນີ້ ດ້ວຍຄະແນນສຽງ 58 ຕໍ່ 41.

ການເຄື່ອນໄຫວທີ່ວ່ານີ້ ມີຂຶ້ນບໍ່ເທົ່າໃດຊົ່ວໂມງ ລຸນຫລັງທີ່
ສະພາສູງ ໄດ້ລົງຄະແນນສຽງເພື່ອໃຫ້ສິ້ນສຸດການອະພິປາຍ
ກ່ຽວກັບການແຕ່ງຕັ້ງ ສຳລັບແຜ້ວທາງໃຫ້ມີການຮັບຮອງ
ເອົາການແຕ່ງຕັ້ງດັ່ງກ່າວ ຢູ່ໃນສະພາສູງທີ່ຄວບຄຸມໂດຍພັກ
Democrat ນັ້ນ.

ປະທານາທິບໍດີບາຣັກ ໂອບາມາ ໄດ້ສັນລະເສີນຕໍ່ການຮັບຮອງ
ດັ່ງກ່າວ ໂດຍເວົ້າວ່າ ສະຫະລັດຈະ “ມີລັດຖະມົນຕີກະຊວງ
ປ້ອງກັນປະ ເທດທີ່ປະເທດເຮົາຕ້ອງການ ແລະຜູ້ນໍາທີ່ທະຫານ
ຂອງພວກເຮົາສົມ ຄວນມີ.” ຖະແຫລງການຂອງທໍານຽບຂາວ
ສະບັບນຶ່ງ ເອີ້ນອະດີດທະ ຫານລາບທີ່ໄດ້ຮັບຫຼຽນໄຊທ່ານນີ້ວ່າ “ເປັນຄົນອາເມຣິກັນທີ່ຮັກຊາດ.”

ທ່ານ Hagel ທີ່ເຄີຍເປັນສະມາຊິກສະພາສູງສັງກັດພັກ Republican ນັ້ນ ແມ່ນໄດ້ ຖືກຕໍາໜິຈາກອະດີດເພື່ອນຮ່ວມງານຂອງທ່ານ.

ເບິ່ງພາບກ່ຽວກັບການເຄື່ອນໄຫວຂອງທ່ານ Chuck Hagel:

XS
SM
MD
LG