ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Hagel ຢ້ຽມຊົມ ກໍ່າປັ່ນລົບລຸ້ນໃໝ່ ຂອງສະຫະລັດ ຢູ່ສິງກະໂປ (ວີດິໂອ)


ລມຕ ປ້ອງກັນປະເທດສະຫະລັດ ທ່ານ Chuck Hagel (ກາງ) ກັບ ລມຕ ປ້ອງກັນປະເທດຍີ່ປຸ່ນ ທ່ານ Itsunori Onodera (ຊ້າຍ) ແລະ ລມຕ ປ້ອງກັນປະເທດເກົາຫຼີໃຕ້ ທ່ານ Kim Kwan-jin (ຂວາ) ທີ່ກອງປະຊຸມສຸດຍອດ Shangri-La Dialoque ດ້ານຄວາມໝັ້ນຄົງ ທີ່ສິງຄະໂປ
ລມຕ ປ້ອງກັນປະເທດສະຫະລັດ ທ່ານ Chuck Hagel (ກາງ) ກັບ ລມຕ ປ້ອງກັນປະເທດຍີ່ປຸ່ນ ທ່ານ Itsunori Onodera (ຊ້າຍ) ແລະ ລມຕ ປ້ອງກັນປະເທດເກົາຫຼີໃຕ້ ທ່ານ Kim Kwan-jin (ຂວາ) ທີ່ກອງປະຊຸມສຸດຍອດ Shangri-La Dialoque ດ້ານຄວາມໝັ້ນຄົງ ທີ່ສິງຄະໂປ
ວັນ​ອາທິດ​ມື້​ນີ້ ທ່ານ Chuck Hagel ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ໄດ້​ໄປ ຢ້ຽມຊົມ​ກໍ່າ​ປັ່ນ​ລົບ​ລຸ້ນ​ໃໝ່ ​ແລະ​ພົບ​ປະ​ກັບ​ບັນດາ ທະຫານ​ເຮື​ອ​ອາເມຣິກັນ.

ທ່່ານ Hagel ​ໄດ້​ໄປ​ຢ້ຽມຊົມ​ກໍ່າ​ປັ່ນ​ລົບ​ລຸ້ນ​ໃໝ່ ຊື່ USS Freedom ທີ່ມີ ຂະໜາດ​ນ້ອຍ​ລົງ ທີ່​ອອກ​ແບບ​ເພື່ອໃຫ້ສາມາດ​ປະຕິບັດ​ພາລະກິດ​ຫຼາຍໆ​ຢ່າງ​ໄດ້ ຢູ່ໃນ​ນໍ້າ​ຕື້ນ. ກໍ່າ​ປັ່ນ​ລົບ Freedom ກໍາລັງຈອດຢູ່​ຖານ​ທັບ​ເຮືອ Changi ຂອງ​ສິງ​ຄະ​ໂປ ອັນ​ເປັນ​ພາກສ່ວນ​ຂອງ​ການ​ຊ້ອມລົບ​ກັບປະ ເທດ​ຕ່າງໆ​ໃນ​ຂົງ​ເຂດ.

ທ່ານລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ Hagel ກໍາລັງຢູ່ທີ່​ສິງ​ຄະ​ໂປ​ເພື່ອ​ເຂົ້າຮ່ວມ​ກອງ​ປະ ຊຸມ​ດ້ານ​ຄວາມ​ໝັ້ນຄົງ​ປະ​ຈໍາປີ​ກັບບັນດາປະ​ເທດ​ຂົງ​ເຂດ​ເອ ​ເຊຍ.

​ໃນ​ຄໍາ​ປາ​ໄສສໍາຄັນ​ບັ້ນ​ນຶ່ງ​ເມື່ອ​ວັນ​ເສົາ​ວານ​ນີ້ ທີ່​ກອງ​ປະ​ຊຸມ​ດ້ານ​ຄວາມ ໝັ້ນຄົງ​ປະ​ຈໍາ ປີ ທີ່​ເອີ້ນ​ກັນວ່າ ກອງ​ປະຊຸມ​ Shangri-La Dialogue ນັ້ນ ທ່ານ Hagel ​ໄດ້​ເຕືອນ
ຈີນ ​ກ່ຽວ​ກັບ​ການ​ເຈາະເອົາ​ຂໍ້​ມູນ​ທາງອິນ​ເທີ​ເນັດ ​ໂດຍ​ກ່າວ​ວ່າ ການ​ເຈາະບາງ​ຢ່າງ​ນັ້ນ​ປະກົດ​ວ່າ​ ເຊື່ອມ​ໂຍງໄປ​ໃສ່ ລັດຖະບານ​ແລະ​ກອງທັບ​ຈີນ. ທ່ານ Hagel ​ເວົ້າ​ວ່າ ການ​ໂຈມ​ຕີ​ທາງ​ອິ​ນ​ເທີ​ເນັດ​ນັ້ນ ຄື​ການ​ຂົ່ມຂູ່​ດ້ານ​ຄວາມ​ໝັ້ນຄົງ​ຕໍ່​ທຸກໆ​ປະ​ເທດ ທີ່​ໂຮມ​ທັງ​ຈີນ​ນັ້ນ​ນໍາ.

ຢູ່​ນອກ​ກອງ​ປະຊຸມ​ນັ້ນ ທ່ານ Hagel ​ໄດ້​ພົບ​ປະ​ກັບ​ທ່ານ Itsunori Onodera ລັດຖະ ມົນຕີ​ປ້ອງ​ກັນ​ປະ​ເທດ​ຍີ່ປຸ່ນ ​ແລະ​ທ່ານ Kim Kwan Jin ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດເກົາຫຼີ​ໃຕ້ ຊຶ່ງ​ທັງ​ສາມ​ທ່ານ​ໄດ້​ກ່າວ ຫຼັງຈາກ​ໄດ້​ພົບ​ກັນ​ແລ້ວ​ນັ້ນ ວ່າ ພວກ​ເຂົາ​ເຈົ້າຈະ​ຮ່ວມ​ມື​ກັນ​ເພື່ອ​ຍຸຕິການ​ພັດທະນາ​ນີວ​ເຄຼນຂອງ​ເກົາຫຼີ​ເໜືອ. ນອກ​ນີ້​ແ​ລ້ວທ່ານ Hagel ຍັງໄດ້​ພົບ​ປະ​ກັບ​ຄະນະ​ຜູ້ຕາງໜ້າ​ຂອງ​ຈີນ ​ໃນ​ກອງ​ປະຊຸມ​ລັບກັນ ຊຶ່ງ​ເຈົ້າໜ້າ​ທີ່​ສະຫະ ລັດ ກ່າວເຖິງ​ການ​ເຈ​ລະ​ຈາ​ກັນດັ່ງກ່າວ​ວ່າ ​ເປັນ​ໄປ​ໃນ​ທາງ​ບວກ.

(ເບິ່ງວີດີໂອ)

XS
SM
MD
LG