ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະທານາທິບໍດີ Hadi ກ່າວວ່າ ຈະບໍ່ມີການເຈລະຈາ ກັບ ພວກກະບົດ Houthi


ປະທານາທິບໍດີເຢເມນ ທ່ານ Abdu Rabbuh Mansour Hadi.
ປະທານາທິບໍດີເຢເມນ ທ່ານ Abdu Rabbuh Mansour Hadi.

ທ່ານ Abdu Rabbu Mansour Hadi ປະທານາທິບໍດີເຢເມນ
ທີ່ລີ້ໄພຢູ່ໃນຕ່າງປະເທດ ກ່າວວ່າ ຈະບໍ່ມີການໂອ້ລົມໃດໆ ກັບ
ພວກກະບົດ Houthi ທີ່ການເຈລະຈາສັນຕິພາບ ໃນນະຄອນ
ເຈນີວາ ຊຶ່ງໄດ້ຮັບຄວາມອຸບປະຖຳ ໂດຍອົງການສະຫະປະຊາ
ຊາດ ໃນອາທິດໜ້ານີ້.

ທ່ານ Hadi ກ່າວຕໍ່ໂທລະພາບ Al-Arabia ວ່າ ທ່ານມີແຕ່ຈະ
ຫາລືກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງສະພາຄວາມໝັ້ນ
ຄົງເທົ່ານັ້ນ ທີ່ຮຽກຮ້ອງໃຫ້ພວກກະບົດຖອນຕົວອອກຈາກດິນ
ແດນຂອງເຢເມນທີ່ພວກເຂົາຍຶດເອົາ.

ນອກນັ້ນ ທ່ານຍັງໄດ້ປະນາມໃນອັນທີ່ທ່ານເອີ້ນວ່າ ການແຊກແຊງຂອງອີຣ່ານ ຢູ່ໃນເຢ
ເມນ ໂດຍໃຫ້ການສະໜັບສະໜຸນແກ່ພວກກະບົດ Houthi. ທ່ານ Hadi ເອີ້ນອີຣ່ານວ່າ
ເປັນໄພອັນຕະລາຍຫຼາຍກວ່າກຸ່ມອາລກາອີດາອີກ.

ເລຂາທິການໃຫຍ່ ຂອງອົງການສະຫະປະຊາຊາດ ທ່ານ Ban Ki-moon ຂໍຮ້ອງໃຫ້ທຸກ ພັກຝ່າຍເຂົ້າຮ່ວມການເຈລະຈາກ່ຽວກັບເຢເມນດ້ວຍຄວາມເຊື່ອໝັ້ນແລະປາດສະຈາກ ການຕັ້ງເງື່ອນໄຂລ່ວງໜ້າ. ທ່ານຫວັງວ່າ ການພົບປະກັນດັ່ງກ່າວນີ້ຈະຊ່ອຍລິເລີ້ມໃຫ້ມີ ການໂອນອຳນາດທາງການເມືອງຄືນໃໝ່.

ເຢເມນໄດ້ເກີດຄວາມວຸ້ນວາຍທາງການເມືອງມາແຕ່ປີ 2011 ເວລາພວກປະທ້ວງບັງຄັບ ໃຫ້ທ່ານ Ali Abdullah Saleh ປະທານາທິບໍດີທີ່ປົກຄອງປະເທດມາເປັນເວລາດົນນານ
ລົງຈາກອຳນາດ.

ພວກກະບົດ Houthi ໄດ້ເຂົ້າຄວບຄຸມນະຄອນຫລວງ Sana’a ໃນເດືອນກັນຍາປີກາຍ ຫລັງຈາກໄດ້ສູ້ລົບກັນມາ ເປັນເວລາຫຼາຍໆເດືອນ ບັງຄັບໃຫ້ປະທານາທິ ບໍດີ Hadi ຫຼົບ ໜີໄປຍັງພາກໃຕ້ຂອງປະເທດ ແລະຫລັງຈາກນັ້ນກໍໄປລີ້ໄພຢູ່ຊາອຸດີ ອາຣາເບຍ.

ຊາອຸດີ ພວມເປັນຜູ້ນຳພາການໂຈມຕີທາງອາກາດ ຂອງກຳລັງປະສົມ ເພື່ອຂັບໄລ່ພວກ
ກະບົດ Houthi.

ທີ່ນະຄອນຫຼວງວໍຊິງຕັນ ຄອບຄົວຂອງພົນລະເຮືອນຊາວເຢເມນ 2 ຄົນ ທີ່ເສຍຊີວິດໃນ ການໂຈມຕີ ໂດຍເຮືອບິນບໍ່ມີຄົນຂັບ ຂອງສະຫະລັດ ໃນປີ 2012 ພວມຍື່ນຟ້ອງລັດຖະ
ບານສະຫະລັດ.

ບັນດາຄອບຄົວ ໄດ້ຍື່ນຟ້ອງ ທີ່ສານລັດຖະບານກາງຢູ່ນະຄອນວໍຊິງຕັນ. ພວກເຂົາເຈົ້າ ບໍ່ໄດ້ຮຽກຮ້ອງຄວາມເສຍຫາຍທາງດ້ານການເງິນແຕ່ຕ້ອງການໃຫ້ສານປະກາດວ່າການ ໂຈມຕີດ້ວຍລູກສອນໄຟເປັນການກະທຳທີ່ຜິດກົດໝາຍ.

XS
SM
MD
LG