ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ​ໂຣມາ​ເນຍ 2 ຄົນ​ ​ຖືກ​ກ່າວ​ຫາ​ວ່າ ​ລັກ​ເຈາະ​ຂໍ້​ມູນ​​ ໃນຄອມ​ພີ​ວ​ເຕີ ຂອງກ້ອງ​ວົງ​ຈອນ​ປິດ ​ຂອງ​ຕໍາຫລວດ​ ສຫລ


ກ້ອງຖ່າຍຮູບ​ວົງ​ຈອນ​ປິດ​ຂອງ​ຕໍາຫລວດ ທີ່ີ່ເຫັນຢູ່ໃກ້ກັບຫ້ອງການລັດຖະສະພາ ໃນ​ນະຄອນຫລວງວໍ​ຊິງ​ຕັນ
ກ້ອງຖ່າຍຮູບ​ວົງ​ຈອນ​ປິດ​ຂອງ​ຕໍາຫລວດ ທີ່ີ່ເຫັນຢູ່ໃກ້ກັບຫ້ອງການລັດຖະສະພາ ໃນ​ນະຄອນຫລວງວໍ​ຊິງ​ຕັນ

ໃນ​ວັນ​ພະຫັດ​ວານ​ນີ້ ກະຊວງ​ຍຸດຕິ​ທໍາ​ຂອງ​ສະຫະລັດ​ໄດ້​ເປີດ​ເຜີຍ​ລາຍ​ລະອຽດກ່ຽວກັບ
ຄະດີ​ຂອງ​ກະຊວງ​ຕໍ່ຊາວ​ໂຣມາ​ເນຍ 2 ຄົນ​ທີ່​ຖືກ​ກ່າວ​ຫາ​ວ່າ​ໄດ້​ລັກ​ເຈາະ​ຂໍ້​ມູນໃນຄອມ
​ພີ​ວ​ເຕີ ທີ່​ມີ​ສ່ວນ​ຕິດ​ພັນ​ກັບ ກ້ອງ​ວົງ​ຈອນ​ປິດ​ຂອງ​ຕໍາຫລວດ​ໃນ​ນະຄອນຫລວງວໍ​ຊິງ​ຕັນ.

ຕໍາຫລວດ​ໃນ​ເມືອງ Bucharest ​ໄດ້​ຈັບ​ກຸມ​ທ້າວ Mihai Alexandru Isvanca ​ແລະ​ທ້າວ Eveline Cismaru ​ໃນ​ວັນ​ທີ 15 ທັນວາ​ຜ່ານ​ມາ. ພວກ​ທະນາຍຄວາມ​ຂອງ​ສະຫະ
ລັດໄດ້​ກ່າ​ວຫາ​ພວກ​ເຂົາ​ເຈົ້າວ່າ ໄດ້​ສົມຮູ້​ຮ່ວມ​ຄິດ​ກັນ​ເຮັດ​ການ​ຫລອກ​ລວງ ທາງ​ຄອມ
​ພີ​ວ​ເຕີ ແລະ​ການ​ສົ່ງ​ໂທລະ​ເລກ.

ພວກ​ເຂົາ​ເຈົ້າຖືກ​ກ່າ​ວຫາ​ວ່າ ໄດ້​ລັກ​ເຈາະ​ຂໍ້​ມູນໃນ​ເຄື່ອງຄອມ​ພີ​ວ​ເຕີ ຫລາຍ​ກວ່າ 120
ໜ່ວຍທີ່​ມີ​ສ່ວນ​ຕິດ​ພັນ​ກັບກ້ອງ​ວົງ​ຈອນ​ປິດ​ຂອງ​ຕໍາຫລວດ​ໃນ​ນະຄອນຫລວງວໍ​ຊິງ​ຕັນ ​
ໃນ​ເດືອນ​ມັງກອນ​ຜ່ານ​ມານັ້ນ. ມັນ​ເປັນ​ພາກສ່ວນ​ນຶ່ງ​ຂອງໂຄງ​ການ​ຫລອກ​ລວງ ​ເພື່ອ
​ເຮັດ​ໃຫ້ ເຄື່ອງຄອມ​ພີ​ວ​ເຕີ​ແບບ​ໃຊ້​ສ່ວນ​ຕົວ​ຖືກ​ໄວຣັສຮຽກຄ່າ​ໄຖ່ ຫລື ransomware ທໍາລາຍ.

Ransomware ​ແມ່ນ​ບໍ່​ໃຫ້​ຄົນ​ໃຊ້​ຄອມ​ພີ​ວ​ເຕີ​ເຂົ້າໃຊ້ເຄື່ອງຄອມ​ພີ​ວ​ເຕີຂອງ​ຕົນ​ເອງ​ໄດ້ ​
ແລະ​ຮຽກໃຫ້​ຈ່າຍ​ເງິນ​ໃຫ້​ແກ່​ຜູ້​ດໍາ​ເນີນ​ງານ ramsomware ​ກ່ອນ​ຈຶ່ງ​ສາມາດໃຊ້​ຄອມ
​ພີ​ວເຕີ​ໄດ້.

ກະຊວງ​ຍຸດຕິ​ທໍາ​ຂອງ​ສະຫະລັດ​ເວົ້າວ່າ ການ​ສອບ​ສວນ​ເປັນ​ບູລິ​ມະ​ສິດ​ສູງ​ສຸດ ​ເພາະວ່າ ການລັກ​ເຈາະ​ຂໍ້​ມູນໃນຄອມ​ພີ​ວ​ເຕີຂອງກ້ອງ​ວົງ​ຈອນ​ປິດ​ ທີ່​ຖືກ​ກ່າວ​ຫານັ້ນ ​ແມ່ນ​ເກີດ
​ຂຶ້ນບໍ່ພໍ​ເທົ່າ​ໃດ​ມື້ ກ່ອນ​ພິທີ​ສາບານ​ຕົວ​ເຂົ້າຮັບ​ຕໍາ​ແໜ່ງຂອງ​ປະທານາທິບໍດີ ດໍ​ໂນ​ລ ທຣໍາ.

​ແຕ່​ກະຊວງ​ດັ່ງກ່າວ​ກໍ​ບໍ່​ໄດ້​ເວົ້າວ່າ ບໍ່ມີ​ຫລັກ​ຖານ​ສະ​ແດງ​ໃຫ້​ເຫັນ​ວ່າ ຄວາມ​ປອດ​ໄພ
ສ່ວນຕົວ​ຂອງ​ບຸກຄົນ​ໃດ ຖືກ​ຂົ່ມຂູ່ ຫລື​ຖືກ​ກະທົບ​ແຕ່​ຢ່າງ​ໃດ.

ຖ້າ​ຫາກ​ພວກ​ກ່ຽວຖືກ​ໄຕ່ສວນ​ ​ແລະ​ຕັດສິນສວນ​ຄະດີຢູ່​ໃນ​ສະຫະລັດຈໍາ​ເລີຍຊາວ​ໂຣມາ​ເນຍສອງ​ຄົນ ສາມາດ​ຖືກ​ຈໍາ​ຄຸກ​ດົນ​ເຖິງ 20 ປີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG