ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ເຕືອນວ່າ ນັກລັກເຈາະຂໍ້ມູນ ເກົາຫລີເໜືອ ເປັນໄພຂົ່ມອັນໃຫຍ່ຫຼວງ ຕໍ່ລະບົບການເງິນໂລກ


ຊາຍຄົນນຶ່ງຍ່າງຜ່ານປ້າຍຢູ່ສູນກາງຮັບມືກັບການກໍ່ການຮ້າຍ ຂອງອົງການຕໍາຫຼວດແຫ່ງຊາດເກົາຫລີໃຕ້ ໃນນະຄອນຫລວງ ໂຊລ (ພາບຖ່າຍວັນທີ 16 ມິຖຸນາ, 2013)
ຊາຍຄົນນຶ່ງຍ່າງຜ່ານປ້າຍຢູ່ສູນກາງຮັບມືກັບການກໍ່ການຮ້າຍ ຂອງອົງການຕໍາຫຼວດແຫ່ງຊາດເກົາຫລີໃຕ້ ໃນນະຄອນຫລວງ ໂຊລ (ພາບຖ່າຍວັນທີ 16 ມິຖຸນາ, 2013)

ທະນາຄານ ແລະສະຖາບັນການເງິນອື່ນໆ ອາດຈະໄດ້ພົບໃນໄວໆນີ້ວ່າ ຕົນ ເອງ ຕົກເປັນເປົ້າໝາຍຂອງພວກນັກລັກເຈາະຂໍ້ມູນເກົາຫລີເໜືອ, ອີງຕາມຄໍາ ເຕືອນຂອງບັນດາເຈົ້າໜ້າທີ່ສະຫະລັດ ທີ່ນຳອອກມາເຜີຍແຜ່ໃນວັນພຸດວານນີ້.

ຄໍາແນະນໍາທີ່ເຜີຍແຜ່ໂດຍກະຊວງການຕ່າງປະເທດສະຫະລັດ, ກະຊວງການ ເງິນ ແລະກະຊວງຮັກສາຄວາມປອດໄພພາຍໃນ ຕະຫລອດທັງອົງການສັນຕິ ບານກາງ ຫລື ເອັຟບີໄອຂອງສະຫະລັດ ບໍ່ໄດ້ໃຫ້ເຫດຜົນໃດໆ ກ່ຽວກັບເວລາ ຂອງຄໍາແນະນໍາສະບັບໃໝ່ດັ່ງກ່າວ ທີ່ອອກມາ 1 ມື້ ຫລັງຈາກພຽງຢາງ ໄດ້ ດໍາເນີນການທົດລອງລູກສອນໄຟຂີປະນາວຸດຄັ້ງຫລ້າສຸດແລ້ວ.

ບັນດາເຈົ້າໜ້າທີ່ທະຫານຂອງສະຫະລັດໃນວັນອັງຄານຜ່ານມາບໍ່ໄດ້ໃຫ້ຄວາມ ສໍາຄັນ ຕໍ່ໄພຂົ່ມຂູ່ຈາກການທົດລອງ ລູກສອນໄຟຂີປະນາວຸດ ທີ່ຍິງໄລຍະໃກ້ ໂດຍເວົ້າວ່າ ມັນອາດຈະມີການພົວພັນກັບການສະຫຼອງວັນຄ້າຍວັນເກີດຂອງ ຜູ້ສ້າງຕັ້ງປະເທດເກົາຫລີເໜືອ, ທ່ານ ກິມ ອິນຊຸງກໍເປັນໄດ້.

ແຕ່ວ່າ ຄໍາແນະນໍາ ໃນວັນພຸດວານນີ້ ກ່ຽວກັບໄພຂົ່ມຂູ່ດັ່ງກ່າວ ໄດ້ເຕືອນວ່າ ການເຄື່ອນໄຫວທາງອິນເຕີແນັດຫລື cyber ຂອງເກົາຫລີເໜືອ ທີ່ດໍາເນີນໄປ ຢູ່ໃນເວລານີ້ “ໄດ້ເປັນໄພຂົ່ມຂູ່ຢ່າງໃຫຍ່ຕໍ່ຄວາມຮັບຜິດຊອບແລະໝັ້ນຄົງຂອງ ລະບົບການເງິນສາກົນ.”

ຄໍາແນະນໍາສະບັບນີ້ ຍັງໄດ້ເຕືອນອີກວ່າ ພວກນັກລັກເຈາະຂໍ້ມູນເກົາຫລີເໜືອ “ມີຄວາມອາດສາມາດ ທີ່ຈະດໍາເນີນການເຄື່ອນໄຫວ ທີ່ເປັນການທໍາລາຍ ຫລື ການເຄື່ອນໄຫວທາງອິເຕີແນັດທີ່ເປັນການທໍາລາຍ ທີ່ກະທົບຕໍ່ພື້ນຖານໂຄງລ່າງ ທີ່ສໍາຄັນທີ່ສຸດຂອງສະຫະລັດໄດ້.”

ໂຄສົກກະຊວງການຕ່າງປະເທດເວົ້າວ່າ ຄໍາແນະນໍາທີ່ອອກມາໃນວັນພຸດວານນີ້ ເປັນສ່ວນນຶ່ງຂອງການດໍາເນີນຄວາມພະຍາຍາມຂອງລັດຖະບານ ໃນການບອກ ຂໍ້ມູນກ່ຽວກັນໄພຂົ່ມຂູ່ດັ່ງກ່າວໃຫ້ຮູ້ນໍາກັນ.

“ການມີສະຕິລະວັງຕົວ ແລະການເຮັດວຽກຮ່ວມກັນເພື່ອຫລຸດຜ່ອນໄພຂົ່ມຂູ່ ທາງອິນເຕີແນັດມາຈາກເກົາຫລີເໜືອ ແມ່ນສໍາຄັນຫລາຍ,” ນັ້ນຄືຄໍາເວົ້າຂອງ ໂຄສົກຄົນ ທີ່ກ່າວຕໍ່ວີໂອເອ. ທ່ານກ່າວຕໍ່ໄປວ່າ “ຄໍາແນະນໍາອັນນີ້ ໄດ້ປຽບ ທຽບຂໍ້ມູນກ່ຽວກັບແຫລ່ງຊັບພະຍາກອນທີ່ມີຢູ່ຂອງລັດຖະບານຢູ່ບ່ອນນຶ່ງ ແລະ ສະໜອງການສັງລວມເບິ່ງນະໂຍບາຍ ແລະບາດກ້າວທີ່ແນະນໍາໃຫ້ເຮັດ ເພື່ອ ຕ້ານກັບໄພຂົ່ມຂູ່ທາງອິນເຕີແນັດຂອງເກົາຫລີເໜືອ.”

ແຕ່ວ່າ ບໍລິສັດດ້ານຄວາມປອດໄພທາງອິນເຕີແນັດຂອງເອກະຊົນຈໍານວນນຶ່ງ ໄດ້ສະເໜີວ່າ ເກົາຫລີເໜືອ ອາດຈະຂະຫຍາຍການບໍລິການຂອງເຂົາອອກໄປ ຮັບໃຊ້ພວກຝ່າຍທີ 3 ກໍເປັນໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG