ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິນເດຍ ຮຽກຮ້ອງໃຫ້ ສຫລ ປົກປ້ອງ ປະຊາຄົມຊາວ Sikh (ວີດີໂອ)


ຊາວຊີກອາເມຣິກັນໄວ້ອາໄລແກ່ພວກເຄາະຮ້າຍ ໃນການໂຈມຕີ:

ລັດຖະມົນຕີ​ການ​ຕ່າງປະ​ເທດອີນ​ເດຍ ກ່າວ​ວ່າ ທ່ານ​ໄດ້​ຮັບ​ການ​ຄໍ້າປະກັນ​ຈາກ ສະຫະລັດ
ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງ​ປະຊາ​ຄົມ​ອີນ​ເດຍ ຫຼັງຈາກ​ໄດ້​ມີ​ການ​ສັງ ຫານ​ພວກ​ທີ່​ໄປ​ຮ່ວມ​
ພິທີ​ສູດ​ມົນ 6 ຄົນ​ທີ່​ວັດ​ຂອງ​ຊາວ Sikh ຢູ່​ລັດ Wiscon-sin ​ໃນພາກ​ເໜື​ອຂອງສະຫະລັດ.

ທ່ານ S.M Krishna ​ໄດ້​ບອກ​ແກ່​ບັນດານັກ​ຂ່າວທີ່ກຸງ​ນີວເດລີ ​ໃນ​ວັນ​ອັງຄາ​ນ ມື້ນີ້​ວ່າ ທ່ານ​
ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ປ້ອງ​ກັນ​ຢ່າງ​ເຕັມທີ່ ​ຕໍ່​ສະຖານ​ທີ່​ປະກອບ​ພິ ທີ​ທາງ​ສາສະໜາທຸກໆ
​ແຫ່ງ ​ຢູ່​ໃນສະຫະລັດ ໃນ​ຂະນະ​ທີ່​ທ່ານ​ໄດ້​ໂອ້​ລົມ​ທາງ ​ໂທລະສັບ​ໃນ​ຕອນ​ແລງ​ວັນ​ຈັນ​ ກັບ
ທ່ານ​ນາງ Hillary Clinton ລັດຖະມົນຕີ​ການ​ຕ່າງປະ​ເທສະຫະລັດ.

ທ່ານ S.M. Khrisna ລັດຖະມົນຕີຕ່າງປະເທດ ອີນເດຍ
ທ່ານ S.M. Khrisna ລັດຖະມົນຕີຕ່າງປະເທດ ອີນເດຍ

ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ອິນ
​ເດຍກ່າວ​ວ່າ ທ່ານນາງ Clinton
ຜູ້​ທີ່​ກໍາລັງ​ຢ້ຽມຢາມອາ​ຟຣິກາ​ໃຕ້​
ໃນ​ເວລາ​ນີ້ ​ໄດ້ໃຫ້ການ​ຄໍ້າປະກັນ​
ແກ່​ທ່ານ​ວ່າ ສະຖານ​ທີ່ໆ​ສຳຄັນ​
ຕ່າງໆ ​ຂອງ​ປະຊາ​ຄົ​ມອິນ​ເດຍ
“ຈະໄດ້​ຮັບ​ຄວາມ​ປອດ​ໄພ ພາຍ
​ໃຕ້​ລັດຖະບານຊຸດ​ປັດ​ຈຸ​ບັນ.”
ທ່ານ Krishna ກ່າວ​ວ່າ ລັດຖະ
ມົນ​ຕີ​ການ​ຕ່າງປະ​ເທດສະຫະ
ລັດ “ກໍ​ຮູ້ສຶກ​ບໍ່​ສະບາຍໃຈ​ ດັ່ງ
​ດຽວ​ກັນ​ກັບ​ທຸກໆ​ຄົນ​ຢູ່​ໃນ
ອິນ​ເດຍ.”

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ໃນ​ວັນ​
ອາທິດ​ແລ້ວນີ້ ມື​ປືນ​ໄດ້​ສັງຫານ
​ຜູ້​ຊາຍ 5 ຄົນ ແລະ​ຜູ້ຍິງ 1 ຄົນຢູ່​ທີ່​ວັດ​ແຫ່ງ​ນຶ່ງຂອງ​ຊາວ Sikh ໃກ້​ກັບ​ນ​ະຄອນ​ Milwaukee
ຂອງລັດ Wisconsin ກ່ອນມື​ປືນ​ຄົນ​ນີ້ ຈະ​ຖືກເຈົ້າ​ໜ້າ​ທີ່​ຕໍາຫລວດຍິງ​ຕາຍ.

​ເຈົ້າ​ໜ້າ​ທີ່ລະບຸວ່າ ມື​ປືນຄົນ​ນີ້​ຄືນາຍ Wade Micheal Page ອາຍຸ​ 40 ປີ ​ແລະ​ຜູ້ກ່ຽວ​ເຄີຍ
ໄດ້​ຮັບໃຊ້ ​ເປັນທະຫານ​ສະຫະລັດ ປະມານ 6 ປີ ​ໃນ​ລະ​ຫວ່າງ ຊຸມປີ 1990 ກ່ອນ​ຈະ​ໄດ້ຖືກ
​ປົດ​ອອກ​ຈາກ​ໜ້າ​ທີ່​ໃນ​ຖານ​ປະພຶດ​ບໍ່​ດີ.

​ເຈົ້າ​ໜ້າ​ທີ່ສະຫະລັດກ່າວ​ວ່າ ​ເຂົາ​ເຈົ້າ​ກໍາລັງ​ທໍາ​ການ​ສືບສວນກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້ທີ່​
ນາຍ Page ອາດ​ຈະມີ​ການ​ພົວພັນ​ກັບກຸ່ມຄົນຜິວຂາວ​ຫົວ​ຮຸນ​ແຮງແລະ ​ການ​ຍິງ​ສັງຫານ​ໃນ
​ຄັ້ງນີ້ພິສູດໃຫ້​ເຫັນວ່າ ​ເປັນ​ການ​ກະທຳ​ ໃນ​ການ​ກໍ່​ການ​ຮ້າຍ ພາຍ​ໃນ​ປະ​ເທດ.

ເຈົ້າໜ້າທີ່ FBI ເຂົ້າສືບສວນເຫດການຍິງສັງຫານຊາວຊີກ ທີ່ລັດວິສຄອນຊິນ:

XS
SM
MD
LG