ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີ ເຮຕີ ລາອອກຈາກຕໍາແໜ່ງ


ນາຍົກລັດຖະມົນຕີ ອາຣີລ ເຮັນຣີ (Ariel Henry) ຂອງເຮຕີ ກ່າວ ໃນຂະນະກ່າວຄຳປາໄສ ຕໍ່ປະເທດຊາດ ຢູ່ສະຖານທີ່ ທີ່ບໍ່ໄດ້ລະບຸລາຍລະອຽດ ໃນວັນທີ 11 ມີນາ 2024, ໃນຮູບພາບນີ້ ແມ່ນໄດ້ມາຈາກວີດີໂອແຈກຢາຍ. ນາຍົກລັດຖະມົນຕີຂອງສາທາລະນະລັດ ເຮຕີ ຜ່ານທາງສື່ສັງຄົມ X.
ນາຍົກລັດຖະມົນຕີ ອາຣີລ ເຮັນຣີ (Ariel Henry) ຂອງເຮຕີ ກ່າວ ໃນຂະນະກ່າວຄຳປາໄສ ຕໍ່ປະເທດຊາດ ຢູ່ສະຖານທີ່ ທີ່ບໍ່ໄດ້ລະບຸລາຍລະອຽດ ໃນວັນທີ 11 ມີນາ 2024, ໃນຮູບພາບນີ້ ແມ່ນໄດ້ມາຈາກວີດີໂອແຈກຢາຍ. ນາຍົກລັດຖະມົນຕີຂອງສາທາລະນະລັດ ເຮຕີ ຜ່ານທາງສື່ສັງຄົມ X.

ນາຍົກລັດຖະມົນຕີ ອາຣີລ ເຮັນຣີ (Ariel Henry) ຂອງ ເຮຕີ (Haiti) ລາອອກຈາກຕໍາແໜ່ງ. ທ່ານ​ຈະ​ລົງ​ຈາກ​ຕຳ​ແໜ່ງ ຫຼັງ​ຈາກ​ການຈັດຕັ້ງໜ່ວຍງານສະເພາະກິດ ​ທີ່​ຈະ​ປົກ​ຄອງ​ປະ​ເທດ​ຊາດ ​ທີ່ພົບກັບບັນຫາ​ຄວາມ​ຮຸນ​ແຮງນີ້ ​ຈົນ​ກວ່າ​ຈະມີການຈັດ​ການເລືອກ​ຕັ້ງ​ ຂຶ້ນໃໝ່​.​.

ປະທານາທິບໍດີ ອີຣຟານ ອາລີ (Irfaan Ali) ຂອງ ກີຢານາ (Guyana) ໄດ້​ປະກາດ​ໃນ​ຕອນ​ແລງ​ວັນ​ຈັນ​ວານ​ນີ້ ຢູ່ທີ່​ນະຄອນຫຼວງ ຄິງສຕັນ (Kingston) ຂອງ​ຈາ​ໄມ​ກາ ບ່ອນ​ທີ່​ຜູ້ນຳ​ຂອງ​ອົງການ​ຄາຣີບິນ ​ປະຈຳພາກພື້ນ ຫລື CARICOM ໄດ້​ພົບ​ປະ​ຫາລື​ກັນ ​ກ່ຽວ​ກັບ​ວິ​ກິດ​ການ​ໃນ​ເຮ​ຕີ. ທ່ານ ອາລີ (Ali) ຮັບຕໍາແໜ່ງປະທານວຽນຂອງ CARICOM.

CARICOM ໄດ້ອອກຖະແຫຼງການສະບັບນຶ່ງ ໂດຍກ່າວວ່າ ສະພາສະເພາະກິດ ຈະປະກອບດ້ວຍສະມາຊິກ 7 ຄົນ, ໂດຍ 6 ຄົນແມ່ນຕາງໜ້າໃຫ້ບັນດາພັນທະມິດທາງດ້ານການເມືອງຕ່າງໆ ຂອງເຮຕີ ແລະ ຄົນທີ 7 ແມ່ນຕົວແທນຈາກພາກເອກະຊົນ, ບວກກັບສະມາຊິກທີ່ບໍ່ອອກສຽງສອງຄົນຈາກສັງຄົມພົນລະເຮືອນ. ສະພາສະເພາະກິດດັ່ງກ່າວ ​ຈະ​ເລືອກ​ເອົາ​ນາຍົກລັດຖະມົນຕີຄົນ​ໃໝ່ ​ແລະ​ເລີ່​ມດຳ​ເນີນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ຄັ້ງ​ຕໍ່​ໄປ.

ຖະແຫຼງການກ່າວວ່າ "ຊາວເຮຕີ ສົມຄວນມີປະເທດ ທີ່ບັນດາເດັກນ້ອຍ ສາມາດໄປໂຮງຮຽນໄດ້ ແລະພໍ່ແມ່ຂອງພວກເຂົາ ຮູ້ວ່າພວກເຂົາຈະປອດໄພ". "ພວກເຮົາຊົມເຊີຍຄວາມເຕັມໃຈ ແລະຄວາມກ້າຫານຂອງພາກສ່ວນທີ່ກ່ຽວຂ້ອງ ຂອງເຮຕີ ໃນການໃຫ້ຄໍາຫມັ້ນສັນຍາ ທີ່ຈະເຮັດໃຫ້ ເຮຕີ ກັບຄືນສູ່ເສັ້ນທາງໄປສູ່ປະຊາທິປະໄຕ, ສະຖຽນລະພາບ, ແລະຄວາມຈະເລີນຮຸ່ງເຮືອງ."

ລາຍງານການລາອອກຂອງ ທ່ານ ເຮັນຣີ (Henry) ມີຂຶ້ນນຶ່ງອາທິດຫຼັງຈາກທີ່ເຮືອບິນຂອງທ່ານ ຖືກບັງຄັບໃຫ້ລົງຈອດຢູ່ໃນດິນແດນເປີໂຕຣິໂກ ໃນເຂດຄາຣິບິນຂອງສະຫະລັດ ເມື່ອມັນຖືກປະຕິເສດບໍ່ໃຫ້ເຂົ້າໄປໃນສາທາລະນະລັດ ໂດມິນິກັນ (Dominican Republic), ເຊິ່ງມີເກາະດອນ ຮິສປັນໂຍລາ (Hispaniola) ຮ່ວມກັບເຮຕີ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG