ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລົມແຮງ ສົ່ງຜົນໃຫ້ໄຟປ່າ ກາຍເປັນໄພຂົ່ມຂູ່ຕໍ່ໄປ ຢູ່ໃນລັດຄາລິຟໍເນຍ


ເຮືອນຊານຖືກໄຟເຜົາຈົນກ້ຽງ ເຫຼືອໄວ້ແຕ່ເຖົ່າຖ່ານ ຫລັງຈາກທີ່ ໄປປ່າທີ່ເອີ້ນວ່າ Creek Fire ໄດ້ແຜ່ລາມຜ່ານໄປທົ່ວ ໃນວັນອັງຄານ ທີ 8 ກັນຍາ 2020,ໃນເຂດ ໂທລເຮົ້າສ໌ (Tollhouse) ລັດຄາລິຟໍເນຍ, (AP Photo/Marcio Jose Sanchez)
ເຮືອນຊານຖືກໄຟເຜົາຈົນກ້ຽງ ເຫຼືອໄວ້ແຕ່ເຖົ່າຖ່ານ ຫລັງຈາກທີ່ ໄປປ່າທີ່ເອີ້ນວ່າ Creek Fire ໄດ້ແຜ່ລາມຜ່ານໄປທົ່ວ ໃນວັນອັງຄານ ທີ 8 ກັນຍາ 2020,ໃນເຂດ ໂທລເຮົ້າສ໌ (Tollhouse) ລັດຄາລິຟໍເນຍ, (AP Photo/Marcio Jose Sanchez)

ໄຟປ່າກຳລັງເຜົາຜານໄປທົ່ວລັດຄາລີຟໍເນຍ ໂດຍບໍ່ມີການກວດກາຕິດຕາມ ແລະບັນດາເຈົ້າໜ້າທີ່ກ່າວວ່າ ລົມພັດແຮງອາດເຮັດໃຫ້ຄວາມຮ້ອນແຮງຂອງໄຟທະວີຂຶ້ນອີກຮອບໃໝ່. ລົມຢູ່ໃນເຂດດີອາໂບຣ ຢູ່ທາງພາກເໜືອ ແລະລົມມາຈາກທາງພາກໃຕ້ຂອງເມືອງແຊນຕາອານາ ແມ່ນມີພະຍາກອນວ່າ ຈະເຄື່ອນຕົວເຂົ້າໄປໃນພື້ນທີ່ບ່ອນທີ່ໄຟປ່າໄດ້ໄໝ້ອອກໄປຢູ່ແລ້ວນັ້ນ ລາມໄປອີກຢ່າງໃຫຍ່. ພວກນັກດັບໄຟຫຼາຍກວ່າ 14,000 ຄົນ ແມ່ນກຳລັງຕໍ່ສູ້ກັບໄຟປ່າ ຈາກເຂດປ່າສະຫງວນແຫ່ງຊາດຊີແອຣາ ຫຼື Sierra National Forest ໄປຫານະຄອນແຊນດີເອໂກ. ເຮືອບິນເຮລິຄັອບເຕີຫຼາຍລຳ ຊ່ອຍກູ້ເອົາຫຼາຍຮ້ອຍຄົນທີ່ຕົກຄ້າງຢູ່ເຂດປ່າສະຫງວນແຫ່ງຊາດດັ່ງກ່າວອອກມາໄດ້ ໃນຂະນະຢູ່ທາງພາກໃຕ້ ມີຊຸມຊົນອາໄສຢູ່ຕີນພູຈຳນວນ 6 ແຫ່ງ ກ້ຳຕາເວັນອອກຂອງນະຄອນລອດສ໌ ແອນເຈີລີສ ແມ່ນໄດ້ຖືກແຈ້ງໃຫ້ມີຄວາມລະມັດລະວັງຕົວ ເພາະວ່າໄຟກຳລັງໄໝ້ປ່າສະ ຫງວນແຫ່ງຊາດແອນເຈີລີສຢູ່.

ບັນດາເຈົ້າໜ້າທີ່ເຕືອນວ່າ ໄຟປ່າພວມເຜົາຜານໄປທົ່ວລັດຄາລີຟໍເນຍໂດຍບໍ່ມີການກວດກາຕິດຕາມ ໃນວັນພຸດມື້ນີ້ ແລະລົມແຮງອາດຈະເພີ້ມຄວາມຮຸນແຮງຂອງແປວໄຟຫຼາຍຂຶ້ນຕື່ມອີກ.

ລົມຈາກເຂດດີອາໂບລ ໃນພາກເໜືອ ແລະລົມຈາກເມືອງແຊນຕາອານາໃນພາກໃຕ້ ໄດ້ຖືກພະຍາກອນວ່າ ຈະພັດເຂົ້າໄປໃນໃນບໍລິເວນທີ່ໄຟປ່າກຳລັງເຜົາໄໝ້ຢູ່ແລ້ວນັ້ນເປັນບາງຄັ້ງຄາວ ຊຶ່ງຈະສົ່ງຜົນເຮັດໃຫ້ຄວາມຮຸນແຮງຂອງແປວໄຟເພີ້ມທະວີຂຶ້ນ.

ໃນວັນອັງຄານວານນີ້ ນັກດັບໄຟ 14 ຄົນໄດ້ຖືກກົດດັນໃຫ້ເຂົ້າໄປພັກອາໄສຢູ່ແຫ່ງສຸກເສີນ ໃນຂະນະທີ່ໄຟໄດ້ລຸກລາມຂຶ້ນຈົນພວກເຂົາເຈົ້າສູ້ບໍ່ໄຫວ ແລະໄຟກໍໄດ້ເຜົາທຳລາຍກົມດັບໄຟ ນາຊີມີເອັນໂຕ (Nacimiento) ຊຶ່ງຕັ້ງຢູ່ໃນເຂດປ່າສະຫງວນແຫ່ງຊາດ ພາດເດຣສ໌ ໃນພາກກາງແຄມຝັ່ງທະເລຂອງລັດຄາລີຟໍເນຍ ອີງຕາມກ່ານກ່າວຂອງກົມຮັບຜິດຊອບປ່າໄມ້ຂອງສະຫະລັດ. ພວກເຂົາເຈົ້າໄດ້ປະສົບກັບບາດແຜຂອງການຖືກໄຟລວກ ແລະການຫາຍໃຈເອົາຂວັນໄຟ ແລະສາມຄົນໄດ້ຖືກນຳສົ່ງໄປຍັງໂຮງໝໍໃນເມືອງແຟຣສໂນ ໂດຍເຮລີຄັອບເຕີ ໂດຍທີ່ຄົນນຶ່ງໃນນັ້ນແມ່ນມີອາການສາຫັດ.

ໃນສອງວັນທີ່ຜ່ານມາ ເຮລິຄັອບເຕີຫຼາຍລຳ ໄດ້ຖືກນຳໃຊ້ເພື່ອຊ່ອຍກູ້ຊີວິດຫຼາຍຮ້ອຍຄົນທີ່ຕົກຄ້າງໃນປ່າສະຫງວນແຫ່ງຊາດ ຊີແອຣາ ທີ່ກຳລັງຖືກເຜົາໄໝ້ຢູ່ນັ້ນ ໃນບໍລິເວນທີ່ ໄຟປ່າທີ່ເອີ້ນວ່າ Creek Fire ໄດ້ເຜົາທຳລາຍຕຶກອາຄານຕ່າງໆ 365 ຫລັງ ທີ່ລວມທັງຢ່າງໜ້ອຍເຮືອນ 45 ຫລັງ ແລະສິ່ງປຸກສ້າງ 5,000 ຫລັງໄດ້ຕົກເປັນໄພຂົ່ມຂູ່ຈາກໄຟປ່ານັ້ນ ອີງຕາມການກ່າວຂອງເຈົ້າໜ້າທີ່ດັບໄຟ.

ໄຟປ່າຍັງໄດ້ເປັນໄພຂົ່ມຂູ່ຕໍ່ຊຸມຊົນຢູ່ຕາມຕີນພູຂອງເຂດ ອໍແບຣີ (Auberry) ທີ່ຕັ້ງຢູ່ລະຫວ່າາງທະເລສາບ Shaver ແລະເມືອງແຟຣສໂນ.

ໃນພາກໃຕ້ສຸດຂອງລັດຄາລີຟໍເນຍ ໄຟປ່າໄດ້ເຜົາໄໝ້ຢູ່ໃນເຂດເມືອງຕ່າງໆຂອງນະຄອນລອດສ໌ແອນເຈເລສ ແຊນເບີນາດີໂນ ແລະແຊນດີເອໂກ ແລະການພະຍາກອນອາກາດ ໄດ້ບອກວ່າ ການມາເຖິງຂອງລົມແຊນຕາອານາ ທີ່ມີຊື່ສຽງຮ້າຍກາດ ຢູ່ໃນຂົງເຂດດັ່ງກ່າວນຳດ້ວຍ. ຄວາມຮ້ອນເອົາ ລົມທີ່ແຫ້ງແລ້ງ ອາດເຮັດໃຫ້ລົມພັດແຮງເຖິງ 50 ກິໂລແມັດເປັນບາງຄັ້ງ ອີງຕາມການກ່າວຂອງບັນດານັກພະຍາກອນອາກາດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG