ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ສະໝັກ ພັກຝ່າຍຂວາ ໂຄລອມເບຍ ຊະນະ ການເລືອກຕັ້ງ ປະທານາທິບໍດີ

ທ່ານ ອີວານ ດູເກ (Ivan Duque) ຜູ້ສະໝັກ ເປັນປະທານາທິບໍດີ ສັງກັດພັກສູນກາງ ປະຊາທິປະໄຕ ຫຼື Democratic Center party, ທັກທາຍບັນດາຜູ້ສະໜັບ ສະໜູນ ຫຼັງຈາກທີ່ ໄດ້ປ່ອນບັດ ລົງຄະແນນສຽງ ໃນລະຫວ່າງການເລືອກຕັ້ງ ປະທານາທິບໍດີ ໃນນະຄອນຫຼວງ ໂບໂກຕ້າ ຂອງໂຄລອມເບຍ, ວັນທີ 17 ມິຖຸນາ 2018.

ສະມາຊິກສະພາ ຝ່າຍຂວາ ທ່ານ ອີວານ ດູເກ ໄດ້ຊະນະການເລືອກຕັ້ງປະທານາທິບໍດີ
ຂອງໂຄລອມເບຍ ໃນວັນອາທິດວານນີ້ ໂດຍການໃຫ້ຄຳໝັ້ນສັນຍາວ່າ ຈະຂຽນສັນຍາ
ສັນຕິພາບ ປີ 2016 ຂອງລັດຖະບານ ກັບ ອະດີດພວກກະບົດ ຂອງກຳລັງປະກອບ​ອາ
ວຸ​ດ ປະຕິ​ວັດ​ ໂຄ​ລອມ​ເບຍ ຫລື FARC ນັ້ນ ຄືນໃໝ່.

ທ່ານດູເກ ເອົາຊະນະ ອະດີດກອງໂຈນ ແລະເຄີຍເປັນຜູ້ປົກຄອງນະຄອນຫຼວງ ໂບໂກຕ້າ
ທ່ານ ກຸສຕາໂວ ເປໂຕຣ ດ້ວຍຄະແນນສຽງ 54 ຕໍ່ 42 ເປີເຊັນ ໃນການປ່ອນບັດຮອບທີ
ສອງ ຊຶ່ງເປັນຮອບສຸດທ້າຍຂອງ ການລົງຄະແນນສຽງ ໃນວັນອາທິດວານນີ້.

ທ່ານ ກຸສຕາໂວ ເປໂຕຣ (Gustavo Petro) ຜູ້ສະໝັກເປັນປະທານາທິບໍດີ ຂອງພັກ ຮູມານາ ໂຄລອມເບຍ, ລົມກັບສື່ມວນຊົນ ຫຼັງຈາກທີ່ໄດ້ປ່ອນບັດເລືອກຕັ້ງຂອງທ່ານ ໃນລະຫວ່າງ ການເລືອກຕັ້ງ ປະທານາທິບໍດີ ໃນນະຄອນຫຼວງ ໂບໂກຕ້າ ຂອງໂຄລອມເບຍ, ວັນທີ 17 ມິຖຸນາ 2018.

ທ່ານ ເປໂຕຣ ສະໜັບສະໜູນ ຂໍ້ຕົກລົງສັນຕິພາບ ກັບກຸ່ມກະບົດ FARC. ທ່ານຍັງໄດ້
ໂຄສະນາຫາສຽງ ໃນເລື້ອງການແບ່ງປັນທີ່ດິນ ທີ່ບໍ່ໄດ້ຖືກນຳໃຊ້ ຄືນໃໝ່ ໃຫ້ແກ່ພວກ
ຊາວກະສິກອນ ທີ່ທຸກຍາກ ແລະ ຫັນປ່ຽນປະເທດ ອອກໄປຈາກການໃຊ້ ເຊື້ອໄຟຈາກ
ຊາກສັດ ແລະພືດ ຫຼື fossil fuels ແລະຫັນໄປສູ່ພະລັງງານທີ່ທົດແທນຄືນໃໝ່ໄດ້.

ແຕ່ທ່ານ ດູເກ ໄດ້ສັນຍາ ທີ່ຈະເຮັດໃຫ້ ສະພາບການເຮັດທຸລະກິດ ສະດວກສະບາຍ
ຫຼາຍຂຶ້ນຕື່ມ ສຳລັບເສດຖະກິດ ທີ່ກຳລັງຕົກຕ່ຳ ຂອງໂຄລອມເບຍ.

ທ່ານຍັງຢາກຈະປ່ຽນແປງ ຕໍ່ຂໍ້ຕົກລົງສັນຕິພາບ ເພື່ອບັງຄັບໃຫ້ອະດີດ ພວກກະບົດ
ຫົວນິຍົມລັດທິມາກຊິສ ຂອງກຸ່ມກະບົດ FARC, ຖ້າຫາກພວກເຂົາເຈົ້າກໍ່ໂທດກຳ ຕ້ານ
ມະນຸດຊາດ, ແມ່ນຈະໃຫ້ຈຳຄຸກເສຍກ່ອນ ກ່ອນຈະສາມາດເຂົ້າໃນວົງການໆເມືອງໄດ້.

ທ່ານ ດູເກ ອາຍຸ 41 ປີ ໄດ້ປ່ອນບັດເລືອກຕັ້ງ ໃນວັນອາທິດວານນີ້ ໂດຍມີພວກລູກເຕົ້າ
ຂອງທ່ານ ຢູ່ອ້ອມຂ້າງ. ທ່ານໄດ້ກ່າວວ່າ ທ່ານຢາກຈະໃຫ້ແນ່ໃຈວ່າ ຈຳພວກທີ່ໄດ້ກໍ່
ອາຊະຍາກຳ ໃນລະຫວ່າງ ບັນຫາຂັດແຍ້ງ ທີ່ແກ່ຍາວມາໄດ້ 5 ທົດສະຫວັດ ໃນ
ໂຄລອມເບຍ ນັ້ນ “ຖືກນຳມາລົງໂທດ.”

ທ່ານໄດ້ເວົ້າວ່າ “ຂ້າພະເຈົ້າ ໄດ້ມານະແຫ່ງນີ້ ເພື່ອປະຕິບັດຕາມຄວາມໄຝ່ຝັນ ເພື່ອ
ໂຄລອມເບຍ ຈະໄດ້ຖືກປົກຄອງ ໂດຍຄົນລຸ້ນໃໝ່ ເຊິ່ງເປັນອັນນຶ່ງ ທີ່ຈະປົກຄອງ
ໝົດທຸກຄົນ ແລະກັບທຸກຄົນ. ເປັນສິ່ງນຶ່ງທີ່ຈະປຸ້ມລຸມປະເທດ ແລະຈະເປີດໜ້າໃໝ່
ກ່ຽວກັບການສໍ້ລາດບັງຫຼວງ.”

ທ່ານເປໂຕຣ ອາຍຸ 58 ປີ ຫົວນິຍົມຝ່າຍຊ້າຍຄົນທຳອິດ ທີ່ໄດ້ກ້າວຂຶ້ນເຖິງລະດັບ
ການເລືອກຕັ້ງ ປະທານາທິບໍດີ ຂັ້ນຊີ້ຂາດ ໃນໂຄລອມເບຍ. ທ່ານໄດ້ກ່າວວ່າ ອັນນີ້
ສະແດງໃຫ້ເຫັນວ່າ ປະເທດ ໄດ້ກຳຈັດຄວາມຍ້ານກົວ ຂອງລັດທິຝ່າຍຊ້າຍ ທີ່ໄດ້ເປັນ
ຂີດໝາຍ ຂອງການຂັດແຍ້ງມາໄດ້ 50 ປີ ຈົນກວ່າ ໄດ້ບັນລຸສັນຍາສັນຕິພາບ.

Colombia Presidential Election
please wait

No media source currently available

0:00 0:01:41 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG