ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມືປືນ ແລະຜູ້ວາງລະເບີດ ສະລະຊີບ ໂຈມຕີ ກະຊວງ ປ້ອງກັນປະເທດ ເຢເມນ (ສະໄລດ໌/ວີດີໂອ)


ຄວັນໄຟພຸ່ງຂຶ້ນຈາກບໍລິເວນກະຊວງປ້ອງກັນປະເທດ ທີ່ນະຄອນຫຼວງ Sanaa ຂອງເຢເມນ.
ວັນທີ 5 ທັນວາ 2013.
ຄວັນໄຟພຸ່ງຂຶ້ນຈາກບໍລິເວນກະຊວງປ້ອງກັນປະເທດ ທີ່ນະຄອນຫຼວງ Sanaa ຂອງເຢເມນ. ວັນທີ 5 ທັນວາ 2013.
ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ​ແລະ​ພວກ​ມື​ປືນ​ຈຸ​ນຶ່ງ ​ໄດ້​ທຳ​ການ​ໂຈມ​ຕີ​ບໍລິ​ເວນກະຊວງ​ປ້ອງ​ກັນ​ປະ​ເທດ​ເຢ​ເມນ​ ໃນ​ນະຄອນຫຼວງ​ຊາ​ນາ​ອາ ​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ​ຢ່າງ​ໜ້ອຍ 20 ຄົນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຜູ້​ວາງ​ລະ​ເບີດ​ສະລະ​ຊີ​ບ​ເລີ້ມ​ທຳ​ການ​ໂຈມ​ຕີ​ກ່ອນ ​ຫຼັງ​ຈາກ​ນັ້ນ​ພວກ​ມື​ປືນກໍ​ທຳ​ການຍິງ​ຕໍ່ສູ້​ ​ກັບ​ພວກ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ ຢູ່​ທີ່​ນັ້ນ.

ກະຊວງ​ປ້ອງ​ກັນ​ປະ​ເທດ ​ກ່າວ​ຢູ່​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ວ່າ ພວກ​ມື​ປືນ​ສ່ວນ​ຫຼາຍ​ເສຍ​ຊີວິດ ​ແລະ​ກ່າວ​ຕື່ມ​ວ່າ ສະຖານະ​ການ​ໄດ້​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ແລ້ວ.



ຍັງບໍ່​ມີ​ກຸ່ມໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້​ເທື່ອ​ ໃນ​ເວລາ​ນີ້.

ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ Al-Qaida ມັກ​ທຳ​ການ​ໂຈມ​ຕີພວກ​ກຳລັງ​ຮັກສາ​ຄວາມ​ປອດໄພ​ເລື້ອຍໆ. ພວກ​ນັກ​ຕໍ່ສູ້​ສາຂາ​ເຢ​ເມນ ທີ່​ຮູ້ຈັກ​ກັນໃນ​ນາມ ພວກ al-Qaida ​ໃນ​ແຫຼມ​ອາຣາ​ເບຍນັ້ນ ຖື​ວ່າ ​ເປັນ​ກຸ່ມ​ນຶ່ງ​ທີ່ແຂງ​ຂັນ​ທີ່​ສຸດ​ ຂອງ​ໂລກ.

Yemen Attack
please wait
Embed

No media source currently available

0:00 0:00:54 0:00


XS
SM
MD
LG