ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກມືປືນ ສັງຫານ ຢ່າງໜ້ອຍ 25 ຄົນ ທີ່ມະຫາວິທະຍາໄລ ໃນພາກຕາເວັນຕົກສຽງເໜືອ ຂອງປາກິສຖານ


ໜ່ວຍກູ້ໄພ ຍົກຍ້າຍຜູ້ຊາຍຄົນໜຶ່ງ ທີ່ໄດ້ຮັບບາດເຈັບ ໄປໂຮງໝໍ ຫລັງຈາກການໂຈມຕີ.
ໜ່ວຍກູ້ໄພ ຍົກຍ້າຍຜູ້ຊາຍຄົນໜຶ່ງ ທີ່ໄດ້ຮັບບາດເຈັບ ໄປໂຮງໝໍ ຫລັງຈາກການໂຈມຕີ.

ແຫ​ລ່ງຂ່າວ ຈາກ​ບັນດາ​ເຈົ້າ​ໜ້າ​ທີ່ ​ແລະ​ໂຮງໝໍ ​ແຈ້ງ​ວ່າ ການ
ໂຈມ​ຕີ​ດ້ວຍ​ອາວຸດ​ປືນແລະ​ລະ​ເບີດ ທີ່ມະຫາວິທະຍາ​ໄລ​ແຫ່ງ​
ນຶ່ງຢູ່ທາງພາກ​ ຕາ​ເວັນ​ຕົກສຽງ​ເໜືອ ຂອງປາ​ກິ​ສຖານ ໃນວັນ
ພຸດ​ມື້​ນີ້ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ ຢ່າງ​ໜ້ອຍ​ 25 ຄົນ ​ແລະ ​ໄດ້​ຮັບ​
ບາດ​ເຈັບ​ຫລາຍ​ສິບ​ຄົນ.

​ເຈົ້າໜ້າ​ທີ່​ກ່າວ​ວ່າ ພວກ​ກໍ່​ການ​ຮ້າຍ​ກຸ່ມ​ນຶ່ງ​ຈຳນວນ 4 ຄົນໄດ້
​ບຸກ​ເຂົ້າໄປ​ໃນມະຫາວິທະຍາ​ໄລ Bacha Khan ຢູ່ໃນ​ເມືອງ
Charsadda ປະມານ 9 ​ໂມງ​ເຊົ້າ​ແລະ​ໄດ້​ເປີດ​ສາກ​ລະດົມຍິງ​
ເຂົ້າໃສ່​ພວກ​ນັກ​ສຶກສາ​ແລະ​ອາຈານ​ສອນ ຢູ່​ທີ່​ນັ້ນ.

ຮອງ​ຜູ້​ບັນຊາ​ການ​ຕຳຫລວດ​ປະຈຳຂົງ​ເຂດ ທ່ານ Saeed Wazir Khan ກ່າວ​ວ່າ ຢ່າງ
​ໜ້ອຍມີ​ຜູ້​ວາງ​ລະ​ເບີ​ດສະລະ​ຊີບ​ສອງ​ຄົນ ຮວມຢູ່​ໃນ​ພວກ​ທີ່​ທຳ​ການ​ໂຈມ​ຕີ.

ພວກທະຫານພາກັນເຕົ້າໂຮມກັນຢູ່ນອກ ມະຫາວິທະຍາໄລ Bacha Khan ບ່ອນຖືກໂຈມຕີ.
ພວກທະຫານພາກັນເຕົ້າໂຮມກັນຢູ່ນອກ ມະຫາວິທະຍາໄລ Bacha Khan ບ່ອນຖືກໂຈມຕີ.

ໂຄສົກຂອງ​ກຸ່ມ​ຕາ​ລິ​ບານ​ໃນ​ປາ​ກິ​ສຖານ ທ້າວ Mohammad Kho-rasani ກ່າວ​ວ່າ ກຸ່ມ
​ດັ່ງກ່າວ​ບໍ່​ມີ​ສ່ວນ​ພົວພັນໃດໆກັບ​ການ​ໂຈມ​ຕີ ທີ່ ມະຫາວິທະຍາ​ໄລ ​ແລະ​ກ່າວ​ເພີ້​ມອີກ​ວ່າ
ບໍ່​ມີ​ສະ​ຖາ​ບັນ ທີ່​ບໍ່​ແມ່ນ​ທະ ຫານ​ໃດໆຢູ່​ໃນ​ລາຍ​ຊື່​ເປົ້າ​ໝາຍຂອງ​ການ​ໂຈມ​ຕີ. ຢູ່​ໃນ​ຖະ
​ແຫລງການ​ທີ່ສົ່ງ​ມາໃຫ້ວີ​ໂອເອນັ້ນ ທ້າວ Khorasani ​ໄດ້​ປະກາດກ່ຽວ​ກັບ​ການ​ໂຈມ​ຕີ
ໃນ​ວັນ​ພຸດ​ມື້​ນີ້​ວ່າແມ່ນ​ຂັດ​ຕໍ່​ກົດໝາຍ ‘Shariah ຂອງອິສລາມ.”

ອາຈານສອນຜູ້ຍິງຄົນໜຶ່ງ ຢ່າງຊັກໄມ້ເທົ້າ ຫລັງຈາກການໂຈມຕີ.
ອາຈານສອນຜູ້ຍິງຄົນໜຶ່ງ ຢ່າງຊັກໄມ້ເທົ້າ ຫລັງຈາກການໂຈມຕີ.

ໂຄສົກ​ກອງ​ທັບ​ປາ​ກິ​ສຖານ ທ່ານ Asim Bajwa ​ກ່າວ​ວ່າ ກອງ​ທະ ຫານ ຮວມທັງໜ່ວຍ
​ກ້າ​ຕາຍ ​ໄດ້​ສັງຫານ​ຜູ້​ໂຈມ​ຕີ​ສີ່​ຄົນ ​ແລະພວມ​ທຳ ການປະຕິບັດ​ງານ​ກວດຄົ້ນ ​ເປັນ​
ເຂດໆ​ໄປ ຢູ່​ໃນ​ມະຫາວິທະຍາ​ໄລ​ດັ່ງ ກ່າວ.

Pakistan Attack
please wait
Embed

No media source currently available

0:00 0:00:55 0:00

XS
SM
MD
LG