ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມື​ປືນ ບຸກ​ໂຈມ​ຕີ ໂຮງ​ແຮມ ທີ່​ດຳ​ເນີນ​ການ ໂດຍ ຈີນ ຢູ່​ທ່າ​ເຮືອ ກວາ​ດາ ຂອງ​ ປາ​ກິ​ສ​ຖານ


ໂຮງ​ແຮມ​ຫ້າ​ດາວ Zaver Pearl Continental ຕັ້ງ​ຢູ່​ເທິ​ງ​ພູ ໃນ​ເມືອງ ກວາ​ດາ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ ປາ​ກິ​ສ​ຖານ. 8 ມີ​ນາ, 2019.
ໂຮງ​ແຮມ​ຫ້າ​ດາວ Zaver Pearl Continental ຕັ້ງ​ຢູ່​ເທິ​ງ​ພູ ໃນ​ເມືອງ ກວາ​ດາ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ ປາ​ກິ​ສ​ຖານ. 8 ມີ​ນາ, 2019.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ ປາ​ກິ​ສ​ຖານ ກ່າວ​ວ່າ “ນັກ​ກໍ່​ການ​ຮ້າຍ” ກຸ່ມ​ນຶ່ງ​ໄດ້​ບຸກ​ເຂົ້າ​ໄປ​ໃນ​
ໂຮງແຮມຫ້າດາວໃນວັນເສົາວານນີ້ ໃກ້ກັບທ່າເຮືອ ກວາດາ (Gwada) ທີ່ດຳເນີນການ
ໂດຍ ຈີນ, ສັງຫານຍາມຮັກສາຄວາມປອດໄພຢ່າງໜ້ອຍຄົນນຶ່ງ.

ກອງ​ທັບ ປາ​ກິ​ສ​ຖານ ໄດ້​ກ່າວ​ວ່າ ກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ເຂົາ​ເຈົ້າ​ໄດ້
“ປິດລ້ອມ” ພວກຄົນຮ້າຍຕິດອາວຸດຈຳນວນຫຼາຍ ໃນທາງຂັ້ນໄດທີ່ນຳຂຶ້ນໄປສູ່ຊັ້ນເທິງ
ສຸດ ແລະ ແຂກທຸກຄົນ “ໄດ້ຖືກອົບພະຍົບອອກໄປຢ່າງປອດໄພ” ໃນຂັ້ນຕອນດັ່ງກ່າວ.

ການ​ຍິງ​ຕໍ່​ສູ້​ຕາມ​ມາ​ໄດ້​ແກ່​ຍາວ​ດົນ​ເກືອບ​ສາມ​ຊົ່ວ​ໂມງ, ສັງ​ຫານ​ພວກ​ນັກ​ໂຈມ​ຕີ​ໝົດ​
ທຸກຄົນ ແລະ ກອງກຳລັງຮັກສາຄວາມປອດໄພ ປາກິສຖານ ມີລາຍງານວ່າ ໄດ້ດຳເນີນ
ການປະຕິບັດການຄົ້ນຫາ ຜູ້ທີ່ອາດເປັນຄົນອຳນວຍຄວາມສະດວກໃຫ້.

ໂຮມ​ແຮມ Zaver Continental ເຊິ່ງຕັ້ງ​ຢູ່​ເທິງ​ພູ​ທີ່​ຢູ່​ເໜືອ​ທ່າ​ເຮືອ​ນ້ຳ​ເລິກ​ຂະ​ໜາດ​
ໃຫຍ່ນັ້ນ, ປັດຈຸບັນນີ້ແມ່ນພຽງສະຖານທີ່ແຫ່ງດຽວທີ່ມີຢູ່ໃນເມືອງທ່າເຮືອໃນພາກຕາ
ເວັນຕົກສຽງໃຕ້ ແລະ ມັກຈະເປັນບ່ອນຕ້ອນຮັບນັກທ່ອງທ່ຽວ ຈີນ ແລະ ຄົນອື່ນໆ.
ພວກນັກໂຈມຕີມີລາຍງານວ່າ ໄດ້ບຸກເຂົ້າໄປໃນປະຕູຜ່ານທີ່ເຮັດໃຫ້ສຳລັບພະນັກ
ງານຂອງໂຮງແຮມ.

ກຸ່ມ​ແບ່ງ​ແຍກ​ດິນ​ແດນ​ທີ່​ຮູ້​ຈັກ​ກັນ​ດັ່ງ​ກັບ ກອງ​ທັບ​ບົກ ປົດ​ປ່ອຍ ບາ​ລູ​ຈິ​ສ​ຖານ ໄດ້​ເປັນ
ຜູ້ຮັບຜິດຊອບສຳລັການໂຈມຕີນັ້ນ. ພວກເຂົາຍັງໄດ້ເປີດເຜີຍຮູບພາບທີ່ອ້າງວ່າເປັນ
ມ​ືປືນຜ່ານບັນຊີສື່ສັງຄົມ, ໂດຍເວົ້າວ່າ ພວກເຂົາໄດ້ດຳເນີນການບຸກໂຈມຕີ. ການກ່າວ
ອ້າງດັ່ງກ່າວບໍ່ສາມາດຢຶນຢັນໄດ້ຢ່າງອິດສະຫຼະ.

ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ, ສະ​ຖານ​ທູດ ຈີນ ໃນ​ນະ​ຄອນຫຼວງ ອິ​ສ​ລາ​ມາ​ບັດ ໄດ້​ກ່າວ
ປະນາມການໂຈມຕີດັ່ງກ່າວຢ່າງຮຸນແຮງ ແລະ ໄດ້ຍົກຍ້ອງກອງທັບ ປາກິສຖານ ສຳ
ລັບ “ການດຳເນີນການທີ່ກ້າຫານນັ້ນ.”

ໃນ​ເດືອນ​ແລ້ວນີ້, ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ ປາ​ກິ​ສ​ຖານ ໄດ້​ຖືກ​ບັງ​ຄັບ​ໃຫ້​ລົງ
ຈາກລົດໂດຍເມໂດຍສານໃກ້ກັບເມືອງ ກວາດາ ຢູ່ເທິງທາງຫຼວງທີ່ສຳຄັນແຄມຊາຍ
ຝັ່ງ ແລະ ຖືກຍິງຕາຍໃນການໂຈມຕີ ທີ່ຖືກອ້າງໂດຍກຸ່ມຫົວຮຸນແຮງແບ່ງແຍກດິນ
ແດນ ບາລອຈ໌. ລັດຖະບານ ອິສລາມາບັດ ໄດ້ກ່າວວ່າ ພວກນັກໂຈມຕີໄດ້ອອກມາ
ຈາບ່ອນຫຼົບລີ້ ໃນບໍລິເວນເຂດຊາຍແດນຂອງ ອີຣ່ານ ແລະ ໄດ້ຮຽກຮ້ອງໃຫ້ປະເທດ
ທີ່ຢູ່ໃກ້ຄຽງດັ່ງກ່າວນັ້ນ ດຳເນີນການຕໍ່ຕ້ານພວກເຂົາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG