ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມືປືນ ຢຶດປ້ອມຕຳຫຼວດ ໃນພາກຕາເວັນອອກ ຢູເຄຣນ (ສະໄລດ໌/ວີດີໂອ)


An armed man gestures in front of the police headquarters in Slaviansk, Apr. 12, 2014.
An armed man gestures in front of the police headquarters in Slaviansk, Apr. 12, 2014.
ມືປືນ ໄດ້ເຂົ້າຢຶດເອົາ ປ້ອມຕຳຫຼວດແຫ່ງນຶ່ງ ໃນພາກຕາເວັນ
ອອກຂອງຢູເຄຣນທ່າມກາງການປະທ້ວງທີ່ເພີ້ມທະວີຂຶ້ນເພື່ອ
ຢາກໃຫ້ເຂດ ພາກຕາເວັນອອກຂອງຢູເຄຣນ ທີ່ນິຍົມຣັດເຊຍ
ຢ່າງແຂງຂັນນັ້ນໄປຮ່ວມກັບການປົກຄອງຂອງວັງເຄຣັມລິນ.

ລັດຖະມົນຕີກະຊວງພາຍໃນຢູເຄຣນ ທ່ານ Arsen Avakov
ກ່າວວ່າ ພວກມືປືນໄດ້ເຂົ້າຢຶດເອົາປ້ອມຕຳຫລວດ ໃນຕອນ
ເຊົ້າຂອງວັນເສົາມື້ນີ້ ທີ່ເມືອງ Slovyansk ປະມານ 60 ກິໂລ
ແມັດຫ່າງຈາກເມືອງ Donetsk ຊຶ່ງເປັນເມືອງເອກ ຂອງເຂດ
ດັ່ງກ່າວນັ້ນ.

ຂະນະດຽວກັນ ພວກປະທ້ວງທີ່ນິຍົມຣັດເຊຍ ຍັງສືບຕໍ່ຢຶດຄອງຕຶກໂຮງການລັດຖະບານ ໃນ ວັນເສົາມື້ນີ້ທີ່ເມືອງ Donetsk ເມືອງ Luhansk. ນາຍົກລັດຖະມົນຕີຮັກສາການຂອງ ຢູເຄຣນ ໄດ້ສະເໜີການຍິນຍອມ ແກ່ພວກຜູ້ນຳຂົງເຂດແລະພວກປະທ້ວງທີ່ນິຍົມຣັດເຊຍ ຫຼັງຈາກກຳ ນົດເສັ້ນຕາຍ ທີ່ຕັ້ງໄວ້ຂອງຢູເຄຣນຜ່ານໄປ ເພື່ອໃຫ້ພວກແບ່ງແຍກດິນແດນອອກໄປຈາກຕຶກ ໂຮງການຂອງລັດຖະບານທີ່ເຂົາເຈົ້າຢຶດເອົານັ້ນ.
UKRAINE VO
please wait
Embed

No media source currently available

0:00 0:00:40 0:00

ນາຍົກລັດຖະມົນຕີ Arseniy Yatsenyuk ແລະເຈົ້າໜ້າທີ່ອະວຸໂສຂອງລັດຖະບານຢູເຄຣນ ຄົນອື່ນໆ ໄດ້ພົບປະໃນມື້ວັນສຸກວານນີ້ ຢູ່ທີ່ເມືອງ Donetsk ກັບບັນດາຜູ້ປົກຄອງລັດ ແລະ ພວກເຈົ້າເມືອງໃນເຂດພາກຕາເວັນອອກຂອງຢູເຄຣນຕະຫຼອດທັງບຸກຄົນທີ່ມີອິດທິພົນອື່ນໆ ໃນພາກຕາເວັນອອກຂອງຢູເຄຣນ.
Donetsk Divided as Ukraine PM Offers More Autonomy
please wait

No media source currently available

0:00 0:03:06 0:00

ນາຍົກລັດຖະມົນຕີຮັກສາການກ່າວວ່າ ທ່ານສະໜັບສະໜຸນຕໍ່ການດັດແປງແກ້ໄຂ ລັດຖະ ທຳມະນູນຂອງຢູເຄຣນ ແລະປ່ຽນແປງກົດໝາຍຕ່າງໆ ເພື່ອໃຫ້ບັນດາຜູ້ປົກຄອງລັດ ແລະ ຄະນະບໍລິຫານງານຂອງພວກເຂົາເຈົ້າ ບໍ່ໄດ້ຮັບການແຕ່ງຕັ້ງອີກຕໍ່ໄປໂດຍລັດຖະບານກາງ ແລະອະນຸຍາດໃຫ້ມີການລົງປະຊາມະຕິ ຢູ່ໃນຂົງເຂດໄດ້.
XS
SM
MD
LG