ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກມືປືນ ເຂົ້າຍຶດເອົາ ອາຄານລັດຖະບານ ຫຼາຍຫຼັງ ທີ່ເມືອງ Sirte ຂອງລີເບຍ


ແຜນທີ່ເມືອງ Sirte, ລີເບຍ
ແຜນທີ່ເມືອງ Sirte, ລີເບຍ

ອົງການ​ຂ່າວ​ແຫ່ງ​ຊາດ​ລີ​ເບຍ ກ່າວ​ວ່າ ພວກ​ມື​ປືນ​ຈຸ​ນຶ່ງໃນ​ເມືອງ
Sirte ໄດ້​ເຂົ້າຍຶດອາຄານ​ລັດຖະບານ​ຫຼາຍ​ຫຼັງ ຮວມທັງ​ພວກ​
ສະຖານີວິທະຍຸ​ແລະ​ໂທລະພາບ.

ລາຍ​ລະອຽດ​ຍັງ​ບໍ່​ຈະ​ແຈ້ງ​ເທື່ອ ​ແຕ່​ອົງການ​ຂ່າວ​ແຫ່ງ​ຊາດ​ລີ​ເບຍ
ກ່າວ​ວ່າ ພວກ​ຜູ້​ຊາຍ​ຈຸ​ນຶ່ງ​ທີ່​ປະກອບ​ອາວຸດ ​ໄດ້​ບຸກ​ເຂົ້າ​ໄປ​ໃນ​
ອາຄານ​ຫຼາຍ​ຫຼັງ​ໃນ​ເມືອງ​ແຄມ​ທະ​ເລ​ແຫ່ງ​ນັ້ນ ​ໃນ​ວັນ​ສຸກ​ ​ແລະ​
ວັນ​ເສົາ​ວານ​ນີ້ ​ແລະ​ເວລາ​ນີ້​ ຍັງ​ຄວບ​ຄຸມ​ພວກ​ອາຄານ​ເຫຼົ່າ​ນັ້ນ​ຢູ່.

​ບໍ່​ເປັນ​ທີ່​ຈະ​ແຈ້ງ​ວ່າ ພວກ​ມື​ປືນ​ດັ່ງກ່າວແມ່ນ​ໃຜ ​ແຕ່​ໜັງສືພິມ
Libya Herald ​ກ່າວວ່າ ພວກເຂົາ ​ເປັນ​ນັກ​ຕໍ່ສູ້​ລັດອິສລາມ.

​ໃນ​ຕົ້ນ​ສັບປະດາ​ຜ່ານ​ມາ​ນີ້ ລາຍ​ງານ​ສະບັບ​ນຶ່ງ​ຂອງ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ລີ​ເບຍ​ກຳລັງ​ປະສົບ​ກັບ​ຄວາມ​ວຸ້ນວາຍ​ປັ່ນ​ປ່ວນ ບໍ່​ມີ​ຕົວ​ບົດ​ກົດໝາຍ ​ແລະການ​ຂັດ​ແຍ້​ງກັນ​ດ້ວຍອາວຸດ​. ລາຍ​ງານ​ໄດ້​ວາດ​ພາບ ​ທີ່​ມືດ​ມົນຂອງ​ສັງຄົມ ທີ່ຕົກ​ຢູ່​ໃຕ້​ການ​ຄວບ​ຄຸມ​ໂດຍພວກ​ກຸ່ມປະກອບ ​ອາວຸດ​ຫຼາຍ​ກຸ່ມ.

ບັນດາ​ຜູ້​ຂຽນ​ລາຍ​ງານ​ ​ເວົ້າ​ວ່າ ລີ​ເບຍ​ກຳລັງ​ປະ​ເຊີນ​ໜ້າ​ກັບ​ວິ​ກິດ​ການ​ດ້ານ​ການ​ເມືອງ​ທີ່​ຮ້າຍ​ກາດ​ທີ່​ສຸດ ​ແລະຄວາມຮຸນ​ແຮງທີ່​ເພີ້​ມທະວີ​ຂຶ້ນເລື້ອຍໆ ນັບ​ແຕ່​ເກີດ​ການ​ຕໍ່ສູ້​ກັນ​ດ້ວຍ​ອາວຸດ​ທີ່​ໄດ້​ໂຄ່ນ​ລົ້ມ​ມື້​ລາງ​ຈອມ​ຜະ​ເດັດ​ການ Moammar Gaddhafi ອອກ​ຈາກ​ອຳນາດ​ໄປ​ ໃນ​ປີ 2011 ​ເປັນ​ຕົ້ນ​ມາ.

ຢູ່​ລີ​ເບຍ​ເວລາ​ນີ້ ມີ 2 ສະພາ​ ແລະ 2 ​ລັດຖະບານ ທີ່​ແຂ່ງຂັນ​ກັນ ອ້າງເອົາ​ຄວາມ​ຖືກຕ້ອງ​ຊອບ​ທຳ ​ແລະສິດທິ​ໃນ​ການ​ປົກຄອງ​ລີ​ເບຍ​.

Libya Becoming Hot Spot for Foreign Fighters
please wait

No media source currently available

0:00 0:02:14 0:00

XS
SM
MD
LG