ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມພວກມືປືນ ແບ່ງແຍກດິນແດນ ສັງຫານ ຜູ້ໂດຍສານ ລົດເມ 14 ຄົນ ໃນປາກິສຖານ


ແຜນທີ່ຂອງແຂວງ ບາລູຈິສຖານ ຂອງປາກິສຖານ
ແຜນທີ່ຂອງແຂວງ ບາລູຈິສຖານ ຂອງປາກິສຖານ

ຜູ້ຕ້ອງສົງໄສເປັນກຸ່ມຫົວຮຸນແຮງແບ່ງແຍກດິນແດນ ໄດ້ທຳການລອບໂຈມຕີ ລົດເມ
ຄັນນຶ່ງ ຢູ່ໃນພາກຕາເວັນຕົກສຽງໃຕ້ ຂອງປາກິສຖານ ໃນຕອນເຊົ້າມືດ ຂອງວັນພະ
ຫັດມື້ນີ້ ແລະໄດ້ສັງຫານພວກຜູ້ໂດຍສານ 14 ຄົນ ຊຶ່ງສ່ວນໃຫຍ່ ເປັນທະຫານເຮືອ.

ພວກທີ່ເຫັນເຫດການ ແລະບັນດາເຈົ້າໜ້າທີ່ ລາຍງານວ່າ ລົດເມຄັນດັ່ງກ່າວ ໄດ້ແວ່
ຈອດ ໃນເຂດຫ່າງໄກສອກຫລີກ ຢູ່ຖະໜົນຫຼວງແຄມຝັ່ງທະເລທີ່ເຊື່ອມຕໍ່ເມືອງທ່າ
ກາຣາຈີ ກັບ ກວາດາ ຂອງປາກິສຖານ.

ຜູ້ຮ້າຍປະມານ 20 ກວ່າຄົນ ກຸ່ມນຶ່ງ ທີ່ປອມໂຕເປັນກຳລັງທະຫານ ໄດ້ເຂົ້າໄປຂໍ ກວດເບິ່ງບັດປະຈຳໂຕ ຂອງພວກຜູ້ໂດຍສານທັງໝົດ ກ່ອນທີ່ຈະບັງຄັບ ໃຫ້ 16 ຄົນ
ໃນຈຳນວນຜູ້ໂດຍທັງໝົດ ອອກຈາກລົດເມ ແລະໄດ້ຍິງສັງຫານ ພວກເຂົາເຈົ້າ.

ສອງຄົນທີ່ໄດ້ຖືກຈັບເປັນໂຕປະກັນ ສາມາດຫລົບໜີອອກມາໄດ້ ໃນລະຫວ່າງ ທີ່ເຫດ
ການກຳລັງເກີດຂຶ້ນ ແລະໄດ້ໜີໄປຮອດດ່ານກວດຮັກສາຄວາມປອດໄພ ທີ່ຢູ່ໃກ້ຄຽງ
ທີ່ສຸດ ເພື່ອແຈ້ງເຫດການ ທີ່​ໄດ້ເກີດຂຶ້ນ ອີງຕາມເຈົ້າໜ້າທີ່ຮັກສາ ຄວາມປອດໄພໃນ
ທ້ອງຖິ່ນ ທ່ານເຈີຮານເກຍ ດັຊຕີ ທີ່ໄດ້ກ່າວບອກ ວີໂອເອ.

ໂຄສົກກອງທັບເຮືອ ປາກິສຖານ ໃນເວລາຕໍ່ມາ ໄດ້ຢືນຢັນວ່າ ພວກທະຫານຂອງຕົນ
ແມ່ນລວມຢູ່ໃນພວກຜູ້ຊາຍ ທີ່ຖືກສັງຫານ ແຕ່ບໍ່ໄດ້ໃຫ້ລາຍລະອຽດໃດໆຕື່ມອີກ.

ກຸ່ມກຳລັງປະສົມ ຂອງສາມຊົນເຜົ່າ ບາລຸກ ຊຶ່ງເປັນກຸ່ມແບ່ງແຍກດິນແດນ ທີ່ຮູ້ຈັກກັນ
ໃນ​ຊື່ ບຣາສ໌ (Bras’) ​ຊຶ່ງໝາຍຄວາມວ່າ ອ້າຍນ້ອງ ໃນພາສາທ້ອງຖິ່ນ ໄດ້ອ້າງເອົາ
ຄວາມຮັບຜິດຊອບ ໃນການກໍ່ຄວາມຮຸນແຮງດັ່ງກ່າວ ຢູ່​ແຂວງ ບາລູຈິສຖານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG