ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມືລະເບີດ ສະຫຼະຊີບ ໂຈມຕີ ນັກວິສະວະກອນ ຈີນ ໃນປະເທດ ປາກິສຖານ


ແຜນທີ່ແຂວງ ບາລີຈິສຖານ, ປາກິສຖານ.
ແຜນທີ່ແຂວງ ບາລີຈິສຖານ, ປາກິສຖານ.

ການໂຈມຕີດ້ວຍລະເບີດສະຫຼະຊີບໃນພາກຕາເວັນຕົກສຽງໃຕ້ຂອງປະ ເທດ ປາກິສ
ຖານ ເມື່ອວັນເສົາວານນີ້ ໄດ້ເຮັດໃຫ້ມີຜູ້ບາດເຈັບ ຢ່າງໜ້ອຍ 6 ຄົນ, ລວມທັງນັກວິ
ສະວະກອນ ຈີນ 3 ຄົນ, ໃນຂະນະທີ່ມືປືນທີ່ບໍ່ຊາບຝ່າຍ ໄດ້ສັງຫານຕຳຫຼວດ 3 ຄົນ
ໃນພາກເໜືອປະເທດທີ່ ມີຊາຍແດນຕິດກັບ ຈີນ.

ບັນດາເຈົ້າໜ້າທີ່ຢູ່ໃນແຂວງ ບາລູຈິສຖານ ທີ່ມີຄວາມວຸ້ນວາຍໄດ້ຢືນ ຢັນວ່າ ກຸ່ມຂອງ
ກຳມະກອນ ຈີນ ໄດ້ເດີນທາງກັບຈາກໂຄງການບໍ່ແຮ່ແຫ່ງນຶ່ງ ເມື່ອມືລະເບີດໄດ້ກົດປຸ່ມ
ໃຫ້ລົດທີ່ບັນຈຸລະເບີດ ໃກ້ກັບລົດ ບັສຂອງເຂົາເຈົ້າ ແຕກຂຶ້ນຢູ່ນອກເມືອງ ດາລບານ
ດິນ (Dalbandin).

ຄົນຂັບລົດບັສ ແລະ ກຳລັງຮັກສາຄວາມສະຫງົບໃນທ້ອງຖິ່ນສອງຄົນ ທີ່ຄຸ້ມກັນຄົນ
ຕ່າງປະເທດ ກໍລວມຢູ່ໃນຈຳນວນຜູ້ໄດ້ຮັບບາດເຈັບເຊັ່ນກັນ. ບັນດາເຈົ້າໜ້າທີ່ໃນ
ທ້ອງຖິ່ນໄດ້ເວົ້າວ່າ ບໍ່ມີຜູ້ເຄາະຮ້າຍຄົນໃດໄດ້ຮັບບາດເຈັບສາຫັດ ແລະ ເຂົາເຈົ້າທັງ
ໝົດ “ມີອາການຄົງທີ່.”

ຕຳຫຼວດໃນພື້ນທີ່ໄດ້ເວົ້າວ່າ ກອງກຳລັງຮັກສາຄວາມສະຫງົບ ໄດ້ເລີ້ມດຳເນີນການ
ປະຕິບັດການ ເພື່ອຊອກຫາຜູ້ຕ້ອງສົງໄສທີ່ອຳນວຍຄວາມສະດວກໃນການໂຈມຕີດັ່ງ
ກ່າວ. ກຸ່ມແບ່ງແຍກດິນແດນ ທີ່ມີຊື່ວ່າ ກອງທັບປົດປ່ອຍແຂວງ ບາລູຈິສຖານ ຫຼື
BLA ໄດ້ອ້າງເອົາຄວາມຮັບຜິດຊອບສຳລັບຄວາມຮຸນແຮງນັ້ນ.

ຈີນ ໄດ້ກ່າວປະນາມການໂຈມຕີຕໍ່ປະຊາຊົນຂອງເຂົາເຈົ້າ. ທາງຝ່າຍຂອງ ຈີນ ໄດ້ຮຽກ
ຮ້ອງໃຫ້ຫຼາຍກະຊວງ ທີ່ສຳຄັນຂອງ ປາກິສຖານ ທຳການສືບສວນສອບສວນ ກ່ຽວກັບ
ເຫດການດັ່ງກ່າວ, ນຳຕົວຜູ້ກະທຳຜິດມາລົງໂທດ ແລະ ເອົາມາດຕະການທີ່ມີປະສິດ
ທິພາບເພີ່ມຂຶ້ນ ເພື່ອຮັບປະກັນຄວາມປອດໄພຂອງສະຖາບັນຕ່າງໆ ແລະ ປະຊາຊົນ
ຈີນ ໃນ ປາກິສຖານ,” ອີງຕາມຖະແຫຼງການສະບັບນຶ່ງ ຂອງສະ ຖານທູດ ຈີນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG