ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍ່ຕໍ່າກວ່າ 59 ຄົນ ເສຍຊີວິດ ໃນການໂຈມຕີ ຢູ່ເຄນຢາ (ສະໄລດ໌/ວີດີໂອ)


ເຈົ້າໜ້າທີ່ຕໍາຫຼວດ ຂະນະປະຕິບັດການ ຄຸ້ມກັນ ໃນ ສູນການຄ້າ ບ່ອນທີ່ເກີດເຫດຍິງສັງຫານ ໃນ Nairobi ປະເທດເຄນຢາ
ເຈົ້າໜ້າທີ່ຕໍາຫຼວດ ຂະນະປະຕິບັດການ ຄຸ້ມກັນ ໃນ ສູນການຄ້າ ບ່ອນທີ່ເກີດເຫດຍິງສັງຫານ ໃນ Nairobi ປະເທດເຄນຢາ
ຂະນະ​ນີ້ ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ເຄນ​ຢາ ກໍາລັງ​ສືບ​ຕໍ່​ປະຕິບັດ​ງານ ​ເພື່ອ​ຈັບ​ກຸມ​ພວກ​ມື​ປືນ ທີ່​ໄດ້​ຍິງ​ສັງຫານ ຢ່າງ​ໜ້ອຍ 59 ຄົນ​ແລະບາດ ເຈັບ​ອີກຫຼາຍກວ່າ 175 ຄົນ ຢູ່​ທີ່​ສູນ​ການ​ຄ້າ ​ທີ່ແອ​ອັດ​ແຫ່ງ​ນຶ່ງ ​ໃນ​ນະ ຄອນຫຼວງ​ໄນ​ໂຣບີ ປະ​ເທດ​ເຄັນ​ຢາ ນັ້ນ.

ບັນດາ​ເຈົ້າໜ້າ​ທີ່​ເຄັນຢາ​ເວົ້າ​ວ່າ ການ​ປະຕິບັດ​ການ​ເພື່ອ​ຈັບ​ກຸມ ພວກ​ມື​ປືນ ​ແລະ​ຊ່ວຍ ພວກ​ທີ່​ຖືກ​ຈັບ​ເປັນ​ຕົວ​ປະກັນ​ທີ່​ຍັງ​ບໍ່​ຮູ້​ວ່າ​ມີ​ຈັກ​ຄົນ​ນັ້ນ ຍັງດໍາ​ເນີນ​ຕໍ່ໄປ​ ໃນ​ຕອນ​ທ່ຽງ​ຂອງວັນ​ອາທິດ​ມື້​ນີ້ ພາຍ​ໃນ​ບໍລິ​ເວນ​ສູນ​ການ ຄ້າ Westgate ຄື​ປະມານ 24 ຊົ່ວ​ໂມງ ຫຼັງຈາກ​ການ​ໂຈມ​ຕີ​ດັ່ງກ່າວ ​ເລີ້ມຂຶ້ນ.

ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຂອງ​ເຄນ​ຢາ ທ່ານ Joseph Ole Lenku ກ່າວ​ວ່າ ມາ​ຮອດ​ເວລາ​ນີ້ ມີ​ຫລາຍ​ກວ່າ 1,000 ຄົນ ​ໄດ້​ຖືກ​ຊ່ວຍ​ອອກ ມາ​ໄດ້​ຈາກ​ສູນ​ການ​ຄ້າ​ດັ່ງ ກ່າວ ​ແລະ​ເອີ້ນສະຖານະ​ການ​ວ່າ ຫຼໍ່​ແຫຼມຫຼາຍ.

ທ່ານ​ເວົ້າວ່າ ​ເຈົ້າໜ້າ​ທີ່​ເຊື່ອ​ວ່າ ມີ​ພວກ​ໂຈມ​ຕີ​ລະຫວ່າງ 10 ຫາ 15 ຄົນ ພົວພັນ​ນຳ​ເຫດ​ຮ້າຍ​ຄັ້ງນີ້ ​ແລະ​ກ່າວ​ວ່າ ພວກ​ເຂົາ​ຈະ​ຖືກ​ລົງ​ໂທດ​ຢ່າງ​ໜັກ ຕາມ​ຂອບ​ເຂດ​ຂອງ​ກົດໝາຍ.



ກຸ່ມ​ກໍ່​ການ​ຮ້າຍ​ al-Shabab ຂອງໂຊ​ມາ​ເລຍ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດ​ຊອບ ​ໃນ​ການ​ໂຈມ​ຕີ​ນີ້​ແລ້ວ ​ໂດຍ​ກ່າວ​ວ່າ ​ເປັນ​ການໂຈມ​ຕີ​ເພື່ອແກ້​ແຄ້ນ ຕໍ່​ການ​ແຊກແຊງ​ທະຫານ​ຂອງ​ເຄັນ​ຢາ​ໃນ​ໂຊ​ມາ​ເລຍ. ​ໂຄ​ສົກຂອງ​ກຸ່ມ al-Shabab ​ເວົ້າ​ຢູ່​ໃນ​ຂໍ້ຄວາມ​ນຶ່ງ​ທີ່​ບັນທຶກ​ສຽງ​ໄວ້​ນັ້ນ​ວ່າ ​ເຄັນ​ຢາ​ຈະ​ຕ້ອງເລືອກ​ເອົາ​ວ່າ ຈະບໍ່ແຊກ​ແຊງປະ​ເທດ​ເຮົາ ຫຼືບໍ່​ດັ່ງ​ນັ້ນ​ກໍ​ຈະ​ຖືກ​ໂຈມ​ຕີ​ແບບ​ນີ້​ໄປ​ເລື້ອຍໆ.

ກໍ​າລັງທະຫານ​ເຄັນ​ຢາ ​ໄດ້ບຸກ​ເຂົ້າ​ໄປ​ໃນ​ໂຊ​ມາ​ເລຍ ​ເມື່ອ​ສອງ​ປີຜ່ານມາ ​ເພື່ອ​ສູ້​ລົບ​ກັບ​ກຸ່ມ​ຫົວ​ຮຸນ​ແຮງ al-Shabab ​ທີ່ມັກ​ຂ້າມ​ຊາຍ​ແດນ​ ເຂົ້າ​ໄປ ທໍາ​ການ​ໂຈມ​ຕີຢູ່​ໃນ​ເຄັນ​ຢາ​ນັ້ນ.

ສະພາ​ຄວາມ​ໝັ້ນຄົງ ​ແລະທ່ານ ພັນ ຄີ​ມູນ ​ເລຂາ​ທິການ​ໃຫຍ່​ອົງການ​ສະ​ຫະປະຊາ​ຊາດ ​ໄດ້​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່ການ​ໂຈມ​ຕີຄັ້ງ​ນີ້. ທ່ານ​ພັນ ຄີ​ມູນ ເອີ້ນເຫດການນີ້​ວ່າ ​ເປັນ​ພຶດຕິ​ກໍາ​ທີ່​ໄດ້​ວາງ​ແຜນ​ໄວ້​ລ່ວງ​ໜ້າ ​ແລະ​ໜ້າ​ປະນາມຫຼາຍທີ່​ສຸດ ທີ່​ແນ​ເປົ້າໝາຍ​ໃສ່ພວກ​ປະຊາຊົນທີ່​ບໍ່​ມີ​ອາວຸດຕໍ່ສູ້​ນັ້ນ.

ພວກ​ເຫັນ​ເຫດການ​ເວົ້າ​ວ່າ ພວກ​ມື​ປືນ ສວມ​ໜ້າ​ກາກ ​ແລະ​ໄດ້ແກວ່ງ ລູກ​ລະ​ເບີດ ຫລາຍໆ​ລູກ ​ໃສ່​ບໍລິ​ເວນ​ສູນ​ການ​ຄ້າ ​ໃນ​ຊົ່ວໂມງ​ທີ່​ມີ​ຄົນ​ແອ​ອັດ​ນັ້ນ. ພວກ​ເດັກນ້ອຍ ກໍ​ໂຮມ​ຢູ່​ໃນ​ຈໍານວນ​ຜູ້​ໄດ້​ຮັບ​ບາດ​ເຈັບ​ນັ້ນນໍາ.

ເບິ່ງວີດີໂອ:

Kenya Mall Shooting
please wait
Embed

No media source currently available

0:00 0:00:56 0:00
XS
SM
MD
LG