ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ມືປືນ ສັງຫານ ນັກວິເຄາະ ການເມືອງ ນິຍົມ ທ່ານ Assad ຢູ່ເລບານອນ (ສະໄລດ໌)


ທ່ານ Mohammad Darra Jamo ​ນັກວິເຄາະການເມືອງ ນິຍົມທ່ານ Assad ຢູ່ເລບານອນ ທີ່ຖືກຍິງຕາຍ ໃນ​ຕອນ​ເຊົ້າ​ວັນ​ພຸດ​ມື້​ນີ້ ຢູ່​ນອກ​ເຮືອນ​ຂອງ​ລາວ.
ທ່ານ Mohammad Darra Jamo ​ນັກວິເຄາະການເມືອງ ນິຍົມທ່ານ Assad ຢູ່ເລບານອນ ທີ່ຖືກຍິງຕາຍ ໃນ​ຕອນ​ເຊົ້າ​ວັນ​ພຸດ​ມື້​ນີ້ ຢູ່​ນອກ​ເຮືອນ​ຂອງ​ລາວ.
ບັນດາ​ເຈົ້າ​ໜ້າ​ທີ່ ຮັກສາ​ຄວາມ​ສະຫງົບ ​ແລະ​ສື່​ມວນ​ຊົນ​ລັດ
ຊີ​ເຣຍ ກ່າວ​ວ່າ ນັກວິ​ເຄາະ​ການ​ເມືອງທີ່​ຮູ້​ວ່າໃຫ້ການ​ສະໜັບ
ສະໜຸນປະທານາທິບໍດີ Bashar al-Assad ​ໄດ້​ຖືກ​ສັງຫານ ​
ຢູ່​ເລ​ບານ​ອນ.

ພວກ​ມື​ປືນ ​ໄດ້​ສັງຫານ ທ່ານ Mohammad Darra Jamo ​
ໃນ​ຕອນ​ເຊົ້າ​ວັນ​ພຸດ​ມື້​ນີ້ຢູ່​ນອກ​ເຮືອນ​ຂອງ​ລາວ ທີ່ຫົວ​ເມືອງ
​ແຄມ​ທະເລ Sarafand ​ໃນ​ພາກ​ໃຕ້ ຂອງ​ປະ​ເທດ.

ອົງການ​ຂ່າວ SANA ຂອງ​ລັດຖະບານຊີ​ເຣຍ​ໄດ້​ຖິ້ມ​ໂທດ​ໃສ່
“ພວກ​ກໍ່​ການ​ຮ້າຍ​ຕິດ​ອາວຸດ” ເປັນຜູ້​ສັງຫານ ທ່ານ Jamo ນັກ​
ວິຈານ​ຂ່າວ ທີ່ປະກົດໂຕເລື້ອຍໆ ທາງໂທລະພາບຊ່ອງ​ຕ່າງໆ
​ຂອງອາຣັບ. ລັດຖະບານ​ຂອງ ທ່ານ Assad ມັກ​ຈະ​ໃຊ້​ຄໍາ​ເວົ້າ
ພວກ​ກໍ່​ການ​ຮ້າຍ ເພື່ອ​ກ່າວ​ເຖິງ​ກໍາລັງ​ຝ່າຍ​ຕໍ່ຕ້ານ.

​ຂະນະ​ດຽວ​ກັນ ບັນດາ​ເຈົ້າ​ໜ້າ​ທີ່ສະຫະ​ປະຊາ​ຊາດ ກ່າວ​ວ່າ ການ​ສູ້​ລົບ​ຢູ່​ໃນ ​ຊີ​ເຣຍ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດປະມານ 5000 ຄົນ​ຕໍ່ເດືອນ ​ໃນ​ຂະນະ​ທີ່ອົບ​ພະຍົບ ພາກັນຫລົບ​ໜີ​ຈາກ​ບັນຫາ​ຂັດ​ແຍ້​ງ ​ໃນ​ອັດຕາທີ່​ບໍ່​ເຄີຍ​ເຫັນ​ມາ​ກ່ອນ​ ນັບ​ຕັ້ງ​ແຕ່​ການ​ຂ້າ​ລ້າງ​ເຊື້ອ
ຊາດ​ເຜົ່າ​ພັນ​ຢູ່ Rwanda ​ໃນ​ປີ 1994.

ຜູ້​ຊ່ວຍ​ເລຂາ​ທິ​ການໃຫຍ່​ສະຫະ​ປະຊາ​ຊາດ ຮັບຜິດຊອບດ້ານ​ສິດທິ​ມະນຸດ ທ່ານ Ivan Simonovic ​ໄດ້​ກ່າວ​ຕໍ່ບັນດາ​ສະມາຊິກ ສະພາ​ຄວາມ​ໝັ້ນຄົງສະຫະ​ປະ ຊາ​ຊາດ ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ລະດັບ​ການ​ສັງຫານ​ໃນ​ປັດ​ຈຸ​ບັນ​ນີ້ ໄດ້​ສະ​ແດງໃຫ້​ເຫັນ​ວ່າ ບັນ
ຫາ​ຂັດ​ແຍ້​ງ​ໃນຊີ​ເຣຍ ​ໄດ້ “ຊຸດ​ໂຊມ​ລົງ​ ຢ່າງ​ຮ້າຍ​ແຮງ”. ທ່ານກ່າວ​ວ່າ ມີການ​ຈົດ​ບັນ
ທຶກ​ກ່ຽວ​ກັບ​ຫຼາຍໆ​ກໍລະນີ​ທີ່​ວ່າ ພວກ​ເດັກນ້ອຍກໍາ ລັງ​ຖືກ​ຄຸມ​ຂັງ ທໍລະ​ມານ​ືແລະ​ຖືກສັງຫານ ​ຕະຫຼອດທັງຈໍານວນຂອງເຫດ​ຮ້າຍ ທີ່​ຖືກ​ຈັດ​ວ່າ​ ເປັນການ​ສັງຫານ​ໝູ່​ນັ້ນ ກໍເພີ້​ມທະວີ​ຂື້ນ​ເປັນ​ລຳດັບ.

XS
SM
MD
LG