ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມືປືນຂອງພວກ Al-Shabab ສັງຫານ 36 ຄົນ ໃນພາກຕາເວັນອອກສຽງເໜືອ ຂອງເຄັນຢາ


ຊາກສົບຂອງຊາວເຄັນຢາ ນອນລຽນກັນເປັນແຖວ ຢູ່ບໍ່ຫິນແຫ່ງນຶ່ງໃນເມືອງ Mandera ຂອງເຄັນຢາເມື່ອ ວັນອັງຄານທີ 2 ທັນວາ 2014.
ຊາກສົບຂອງຊາວເຄັນຢາ ນອນລຽນກັນເປັນແຖວ ຢູ່ບໍ່ຫິນແຫ່ງນຶ່ງໃນເມືອງ Mandera ຂອງເຄັນຢາເມື່ອ ວັນອັງຄານທີ 2 ທັນວາ 2014.

ກຸ່ມ​ຫົວ​ຮຸນ​ແຮງ ​ໂຊມ​າ​ເລຍ al-Shabab ​ໄດ້​ອ້າງ​ເອົາ​ຄວາມ​
ຮັບຜິດຊອບ ສຳ​ຫລັບ​ການ​ສັງຫານ 36 ຄົນ ​ເມື່ອ​ຕອນ​ເຊົ້າ
ຂອງ​ວັນ​ອັງຄານ​ມື້​ນີ້ ຢູ່​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ ຂອງ
​ປະ​ເທດເຄັນ​ຢາ.

ການ​ໂຈມ​ຕີ ​ເກີດ​ຂຶ້ນ ທີ່​ບໍ່​ຫິນ​ແຫ່ງ​ນຶ່ງ ​ໃກ້ໆ​ກັບ​ເມືອງ Mandera
ບ່ອນ​ທີ່ ຜູ້​ເຫັນ​ເຫດການຫຼາຍຄົນ ກ່າວ​ວ່າ ມື​ປືນຫຼາຍຄົນ ບຸກ​ເຂົ້າ
​ໄປ​ຍິງ ພວກ​ຄົນ​ງານ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າກຳລັງ​ນອນ​ຫລັບ ຢູ່​ໃນ
​ຕູບ​ຂອງ​ພວກ​ເຂົາ​ເຈົ້າ​ນັ້ນ.

ຄຳ​ຖະ​ແຫລ​ງຂອງ​ພວກ al-Shabab ກ່າວ​ວ່າ ບັນດານັກຕໍ່ສູ້​
ຂອງ​ພວກ​ເຂົາ ​ໄດ້​ສັງຫານ ອັນ​ທີ່ ​ພວກ​ເຂົາ​ເອີ້ນ​ວ່າ “​ເປັນຊາວ​ເຄັນ​ຢາທີ່ທຳ​ສົງຄາມ​
ສາສະໜາ”
​ແລະ ​ໄດ້​ລົງ​ໂທດ ປະ​ເທດ​ເຄັນ​ຢາ ທີ່​ໄດ້​ສົ່ງ​ກອງ​ທະຫານ ​ເຂົ້າ​ໄປ​ສູ້​ລົບ​ໃນ​
ໂຊ​ມາ​ເລຍ.

ກອງ​ກຳລັງ​ເຄັນ​ຢາ ​ໄດ້​ເຂົ້າ​ໄປ​ໃນ​ໂຊ​ມາ​ເລຍ ນັບ​ຕັ້ງ​ແຕ່​ປີ 2011 ຊຶ່ງ​ເປັນ​ສ່ວນ​ນຶ່ງ​ ຂອງ
ກອງ​ກຳລັງປະສົມບັນດາ​ປະ​ເທດ​ໃນ​ອາ​ຟຣິກາ ທີ່ໄດ້​ຊ່ອຍ​ເຫຼືອຊຸກ​ດັນ ພວກ al-Shabab ອອກ​ຈາກ​ເມືອງ​ໃຫຍ່ໆ​ຂອງ​ໂຊ​ມາ​ເລຍ.

ພວກ​ຫົວ​ຮຸນ​ແຮງ ​ໄດ້​ປະຕິບັດ​ການ​ໂຈມ​ຕີຫຼາຍໆ​ບັ້ນ ໃນ​ເຄັນ​ຢາ ເປັນ​ໄລຍະ ​ແລະ ​ເຕືອນ​
ໃຫ້​ລັດຖະບານວ່າ ຈະ​ມີ​ການ​ໂຈມ​ຕີຫຼາຍຂຶ້ນອີກ ຄັນ​ຕົນ​ບໍ່​ຖອດ​ຖອນ​ກອງ​ທະຫານຂອງ​
ຕົນ​ອອກ.

ໃນ​ເດືອນ​ແລ້ວ​ນີ້ ພວກມື​ປືນ​ຂອງ al-Shabab ​ໄດ້​ສັງຫານ 28 ຄົນ ​ໃນ​ຂົງ​ເຂດ​ດຽວ​ກັນນັ້ນ ​ຄືກັນກັບ ການສັງຫານ ໃນວັນອັງຄານມື້ນີ້.

KENYA VIOLENCE VO
please wait
Embed

No media source currently available

0:00 0:01:09 0:00

XS
SM
MD
LG