ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມື​ປືນ ສັງ​ຫານ ພະ​ນັກ​ງານ​ ຊ່ວຍ​ເຫຼືອຄົນ ​ຍີ່​ປຸ່ນ ແລະ ອີກ 5 ຄົນໃນ​ ອັ​ຟ​ກາ​ນິ​ສ​ຖານ


ດ​ຣ. ເຕ​ຕັ​ສ ນາ​ກາ​ມູ​ຣະ, ຈາກ​ການ​ພົບ​ປະ​ເມື່ອບໍ່​ດົນ​ມ​ນີ້​ກັບ​ປະ​ທາ​ນາ​ທິ​ບໍ​ດີ ອ​າ​ຊ​ຣັ​ຟ ກາ​ນີ.
ດ​ຣ. ເຕ​ຕັ​ສ ນາ​ກາ​ມູ​ຣະ, ຈາກ​ການ​ພົບ​ປະ​ເມື່ອບໍ່​ດົນ​ມ​ນີ້​ກັບ​ປະ​ທາ​ນາ​ທິ​ບໍ​ດີ ອ​າ​ຊ​ຣັ​ຟ ກາ​ນີ.

ມື​ປືນ​ທີ່ບໍ່​ຊາບ​ຝ່າຍ ໄດ້​ສັງ​ຫານ​ພະ​ນັກ​ງານ​ຊ່ວຍ​ເຫຼືອ​ຄົນ ຍີ່​ປຸ່ນ ແລະ ເພື່ອ​ນ ຮ່ວມ​ງານ​ຂອງ​ລາວ​ຫ້າ​ຄົນ​ ໃນ​ພາ​ກ​ຕາ​ເວັນ​ອອກ​ຂອງ ອັ​ຟ​ກາ​ນິ​ສ​ຖານ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ວ່າ ການ​ຍິງ​ກັນ​ທີ່​ຮ້າຍ​ແຮງ​ນັ້ນ​ໄດ້​ເກີດ​ຂຶ້ນ​ໃນ​ຕອນ​ເຊົ້າ​ຂອງວັນ​ພຸດ​ມື້ນີ້​ທີ່​ເມືອງ ຈາ​ລາ​ລາ​ບັດ, ເມືອງຫຼວງ​ຂອງແຂວງ ນັນ​ກາ​ຮາ.

ໂຄ​ສົກ​ລັດ​ຖະ​ບານ​ແຂວງ​ທ່ານ​ນຶ່ງ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ດ​ຣ. ເຕ​ຕັ​ສ ນາ​ກາ​ມູ​ຣະ ທີ່​ຖືກ​ຂ້າ​ຕາຍ ແລະ ສະ​ມາ​ຊິກ​ຂອງ​ອົງ​ການ ບໍ​ລິ​ການ​ດ້ານ​ການ​ແພດ ຍີ່​ປຸ່ນ ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ນັ້ນ​ ໄດ້​ເດີນ​ທາງ​ໄປ​ສະ​ຖານ​ທີ່​ ບ່ອນ​ຕັ້ງໂຄງ​ການ ໃນ​ເວ​ລາ​ທີ່ຖືກ​ໂຈມ​ຕີ.

ທ່ານ ອັດ​ຕາ​ອຸ​ລ​ລາ ໂຄ​ເກຍ​ນີ ໄດ້​ກ່າວ​ວ່າ ທ່ານ ນາ​ກາ​ມູ​ຣະ, ຫົວ​ໜ້າ​ຂອງ​ອົງ​ການ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ດັ່ງ​ກ່າວ, ໄດ້​ຮັບ​ບາດ​ເຈັບ​ຢ່າງ​ຮຸນ​ແຮງ, ແລະ ຖືກ​ນຳ​ສົ່ງ​ໄປ​ໂຮງ​ໝໍ​ເມືອງ​ ບ່ອນ​ທີ່​ລາວ​ໄດ້​ເສຍ​ຊີ​ວິດ​ ຍ້ອນ​ອາ​ການ​ບາດ​ເຈັບ​ຂອງ​ລາວ. ທ່ານ​ໄດ້​ເວົ້າ​ຕື່ມ​ວ່າ ຄົນ​ຂັບ​ລົດ​ຂອງ​ລາວ ແລະ ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພຫຼາຍ​ຄົນ​ກໍ​ລວມ​ຢູ່​ໃນ​ຜູ້​ທີ່​ໄດ້​ເສຍ​ຊີ​ວິດ​ເຊັ່ນ​ກັນ.

ອົງ​ການ​ຂອງ ສະ​ຫະ​ປະ​ຊາ​ຊາດ​ໃນ​ ອັ​ຟ​ກາ​ນິ​ສ​ຖານ ໄດ້​ກ່າວ​ປະ​ນາມ ແລະ ໄດ້​ສະ​ແດງ​ຄວາມ​ຄຽດ​ແຄ້ນ​ຂອງ​ເຂົາ​ເຈົ້າ ຕໍ່​ການ​ສັງ​ຫານ ດ​ຣ. ນາ​ກາ​ມູ​ຣະ. ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ “ເປັນການ​ໃຊ້​ຄວາມ​ຮຸນ​ແຮງ​ທີ່ໄຮ້​ຄວາມ​ຮູ້​ສຶກ ​ຕໍ່​ຜູ້​ຊາຍ​ຄົນ​ນຶ່ງ​ຜູ້​ທີ່​ໄດ້​ອຸ​ທິດ​ເວ​ລາ​ສ່ວນ​ຫຼາຍ​ໃນ​ຊີ​ວິດ​ຂອງ​ລາວ ເພື່ອ​ຊ່ວຍ​ເຫຼືອຄົນ ອັ​ຟ​ກາ​ນິ​ສ​ຖານ ທີ່​ມີ​ຄວາມ​ສ່ຽງ​ທີ່​ສຸດ​.”

ກຸ່ມ​ຕາ​ລີ​ບານ​ໄດ້​ປະ​ຕິ​ເສດ​ໃນ​ຖະ​ແຫຼງ​ການ​ສັ້ນສະ​ບັບ​ນຶ່ງ ກ່ຽວ​ກັບ ການ​ມີ​ສ່ວນ​ຮ່ວມ​ໃນ​ການ​ໂຈມ​ຕີ​ທີ່​ໄດ້​ສັງ​ຫານ ແພດ​ຄົນ​ ຍີ່​ປຸ່ນ ອາ​ຍຸ 73 ແລະ ເພື່ອນ​ຮ່ວມ​ງານ​ຂອງ​ລາວ. ທັງ​ກຸ່ມ​ກະ​ບົດ​ຕາ​ລີ​ບານ ແລະ ພວກ​ຫົວ​ຮຸນ​ແຮງ​ທີ່ເຊື່ອມ​ໂຍງ​ກັບ​ສາ​ຂາ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິ​ສ​ລາມ ອັ​ຟກ​ານິ​ສ​ຖານ ຕ່າງ​ກໍ​ປະ​ຕິ​ບັດ​ການ​ໃນ​ແຂວງ ນັນ​ກາ​ຮາ.

ຜູ້​ເຫັນ​ເຫດ​ການ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ມື​ປືນ​ຢ່າງ​ໜ້ອຍ​ສາມ​ຄົນ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ໂຈມ​ຕີ ແລະ ສາ​ມາດຫຼົບ​ໜີ​ໄປ​ໄດ້.

ປະ​ທາ​ນາ​ທິ​ບໍ​ດີ ອັ​ຟ​ກາ​ນິ​ສ​ຖານ ທ່ານ ອາ​ຊ​ຣັ​ຟ ກາ​ນີ ເມື່ອບໍ່​ດົນ​ມານີ້ ໄດ້​ມອບ​ສັນ​ຊາດ ອັ​ຟ​ກາ​ນິ​ສ​ຖານ ກຽດ​ຕິ​ຄຸນ​ໃຫ້​ ດ​ຣ. ນາ​ກາ​ມູ​ຣະ ສຳ​ລັບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ດົນ​ນຶ່ງ​ທົດ​ສະ​ວັດ ເປັນ​ຫົວ​ໜ້າ​ຂອງ​ອົງ​ການ​ການ​ກຸ​ສົນ ຍີ່​ປຸ່ນ ໃນ​ແຂວງ ນັນ​ກາ​ຮາ. ທ່ານ​ໄດ້​ເດີນ​ທາງ​ຮອດ​ປະ​ເທດ​ດັ່ງ​ກ່າວ ຫຼັງ​ຈາກ​ຄົນ​ ຍີ່​ປຸ່ນ ຜູ້​ທີ່​ດຳ​ລົງ​ຕຳ​ແໜ່ງ​ກ່ອນ​ໜ້າ​ທ່ານ ໄດ້​ຖືກ​ລັກ​ພາ​ຕົວ ແລະ ຖືກ​ຂ້າ​ຕາຍ.

ການ​ໂຈມ​ຕີ​ຂອງວັນ​ພຸດມື້ນີ້​ໄດ້​ມີ​ຂຶ້ນ ​ນຶ່ງ​ສັບ​ປະ​ດາກວ່າໆ ຫຼັງ​ຈາກ​ຄົນ​ ອາ​ເມ​ຣິ​ກັນ ທີ່​ເຮັດ​ວຽກ​ໃຫ້​ອົງ​ການ ສະ​ຫະ​ປະ​ຊາ​ຊາດ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ນະ​ຄອນຫຼວງ ກາ​ບູ​ລ ຂອງ ອັ​ຟ​ກາ​ນິ​ສ​ຖານ.

ບໍ່​ມີ​ໃຜ​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ໂຈມ​ຕີ​ໃນ​ວັນ​ທີ 24 ພະ​ຈິກ​ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG