ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມືປືນ ສັງຫານ ນາຍຕຳຫຼວດ ອີຣັກ ແລະຄອບຄົວ (ສະໄລດ໌/ວີດີໂອ)


ແຜນທີ່ ອີຣັກ
ແຜນທີ່ ອີຣັກ
ອີຣັກກ່າວວ່າ ມືປືນຈຸນຶ່ງ ໄດ້ບຸກເຂົ້າໄປໃນເຮືອນ ຂອງນາຍຕຳ
ຫຼວດຕໍ່ຕ້ານພວກກໍ່ການຮ້າຍຄົນນຶ່ງໃນເຂດຊານເມືອງຂອງນະ
ຄອນຫຼວງແບັກແດັດ ໂດຍໄດ້ສັງຫານນາຍຕຳຫຼວດຄົນນີ້ ແລະ
ຄອບຄົວຂອງລາວ.

ເຈົ້າໜ້າທີ່ເວົ້າວ່າ ມືປືນໄດ້ສັງຫານນາຍຕຳຫຼວດຄົນນີ້ ຊຶ່ງເປັນ
ຜູ້ບັນຊາການໃນເຂດເມືອງ al-Rasheed ໃນວັນເສົາມື້ນີ້ແລະ ຍັງໄດ້ສັງຫານພັນລະຍາຂອງຮ້ອຍຕຳຫຼວດເອກຄົນນີ້ແລະລູກ
ອີກ 2 ຄົນ.

ນອກນັ້ນ ມືປືນຍັງໄດ້ສັງຫານເຈົ້າໜ້າທີ່ຮັກສາຄວາມສະຫງົບ
ຢ່າງໜ້ອຍນຶ່ງຄົນ ທີ່ຢູ່ໃກ້ຄຽງ.

ສ່ວນໃນເຂດອື່ນໆຂອງອີຣັກໃນວັນເສົາມື້ນີ້ຕຳຫຼວດເວົ້າວ່າ ມືປືນໄດ້ສັງຫານນັກສອນສາ ສະໜາອິສລາມນິກາຍຊຸນນີ່ຄົນນຶ່ງ ໃກ້ໆກັບເຮືອນຂອງລາວ ທີ່ເມືອງບາສຣ້າ ໃນພາກໃຕ້ ຂອງປະເທດ.

ໃນມື້ວານນີ້ ໄດ້ມີການໂຈມຕີດ້ວຍລະເບີດຫຼາຍໆຄັ້ງ ທີ່ແນເປົ້າໝາຍໃສ່ ພວກທີ່ນັບຖືສາ ສະໜາອິສລາມ ນິກາຍຊຸນນີ່ໃນອີຣັກ ໂດຍໄດ້ສັງຫານ 70 ຄົນ ແລະພາໃຫ້ມີຄວາມຢ້ານ ກົວວ່າຈະເກີດບັນຫາຂັດແຍ້ງທາງດ້ານສາສະໜາຄືນໃໝ່ຢູ່ໃນປະເທດດັ່ງກ່າວ.

ເຫດລະເບີດຮ້າຍແຮງທີ່ສຸດ ແມ່ນເກີດຂຶ້ນໃນມື້ວັນສຸກວານນີ້ຂະນະທີ່ພວກໄປສູດມົນພາ
ວະນາຊາວຊຸນນີ່ພວມອອກຈາກວັດແຫ່ງນຶ່ງໃນເມືອງ Baquba ຊຶ່ງຕັ້ງຢູ່ທາງທິດເໜືອຂອງ ນະຄອນຫຼວງແບັກແດັດແລະຕິດຕາມດ້ວຍເຫດລະເບີດລູກທີສອງໃນຂະນະທີ່ຜູ້ຄົນພວມ ໄປເຕົ້າໂຮມກັນເພື່ອຊ່ອຍພວກທີ່ໄດ້ຮັບບາດເຈັບ. ມີຢ່າງໜ້ອຍ 41 ຄົນເສຍຊີວິດໃນເຫດ ລະເບີດທັງສອງນີ້.



ຕໍ່ມາໃນມື້ດຽວກັນ ລະເບີດແຄມທາງລູກນຶ່ງໄດ້ແຕກຂຶ້ນໃນລະຫວ່າງທີ່ຊາວຊຸນນີ່ພວມພາ ກັນແຫ່ສົບໃນພິທີສົ່ງສະການ ທີ່ເມືອງ Madain ຊຶ່ງຕັ້ງຢູ່ທາງໃຕ້ນະຄອນຫຼວງແບັກແດັດ ເຮັດໃຫ້ມີຜູ້ເສຍຊີວິດ 8 ຄົນ.

ທີ່ນະຄອນຫຼວງແບັກແດັດນັ້ນ ລະເບີດລູກນຶ່ງ ໄດ້ແຕກຂຶ້ນທີ່ຄຸ້ມ Amariyah ທີ່ປະຊາຊົນ ສ່ວນໃຫຍ່ເປັນຊາວຊຸນນີ່ ເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 19 ຄົນ.

ແລະລະເບີດອີກລູກນຶ່ງ ໄດ້ແຕກຂຶ້ນທີ່ຮ້ານກາເຟ ໃນເມືອງ Fallujah ໂດຍໄດ້ສັງຫານ 2 ຄົນ.

ການໂຈມຕີໃນວັນສຸກວານນີ້ ເກີດຂຶ້ນລຸນຫຼັງຄື້ນຟອງການໂຈມຕີ ຢູ່ໃນອີຣັກອາທິດນີ້ ທີ່ ເຮັດໃຫ້ຫລາຍກວ່າ 100 ຄົນເສຍຊີວິດ.

ການໂຈມຕີ ດ້ວຍລະເບີດ ຢູ່ອີຣັກ
please wait

No media source currently available

0:00 0:00:42 0:00
XS
SM
MD
LG