ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກມືປືນ ​ບໍ່​ຊາບ​ຝ່າຍ ເປີດສາກຍິງ​ ສັງຫານ ຕຳຫຼວດ 5 ຄົນ ຢູ່ທີ່ແຫຼມ Sinai ຂອງອີຈິບ


ແຜນທີ່ ຂອງເຂດເມືອງ el-Arish ຂອງແຫຼມ Sinai
ແຜນທີ່ ຂອງເຂດເມືອງ el-Arish ຂອງແຫຼມ Sinai

ພວກມືປືນທີ່​ບໍ່​ຊາບ​ຝ່າຍ ເປີດສາກຍິງ​ເຂົ້າໃສ່ປ້ອມຍາມແຫ່ງໜຶ່ງ
ຢູ່ໃນແຫຼມ Sinai ທີ່ວຸ້ນວາຍຂອງອີຈິບ ໂດຍ​ໄດ້ສັງຫານເຈົ້າໜ້າ
ທີ່ຕຳຫຼວດ 5 ຄົນ ອີງຕາມກະຊວງພາຍໃນຂອງປະເທດ.

ກະຊວງພາຍ​ໃນ​ຂອງ​ອີ​ຈິບກ່າວວ່າ ຕຳຫຼວດອີກ 3 ຄົນຍັງ​ໄດ້ຮັບ
ບາດເຈັບ ໃນການໂຈມຕີເມື່ອຕອນແລງວັນພຸດວານນີ້ ຢູ່ໃຈກາງ
ເມືອງ El-Arish ຊຶ່ງເປັນເມືອງໃຫຍ່ທີ່ສຸດໃນແຫຼມ Sinai.

ຍັງບໍ່ມີຜູ້ໃດ ອ້າງເອົາຄວາມຮັບຜິດຊອບ​ເທື່ອ ​ໃ​ນການໂຈມຕີ
ດັ່ງກ່າວ.

ອີຈິບ ໄດ້ຕໍ່ສູ້ກັບການກໍ່ກະບົດ ຕັ້ງແຕ່ພວກທະຫານໄດ້ຂັບ​ໄລ່ ປະທານາທິບໍດີ Mohammed
Morsi ທີ່ນິຍົມສາສະໜາອິສລາມຢ່າງ​ເຄັ່ງ​ຄັດເມື່ອປີ 2013 ເປັນຕົ້ນມາ. ກຸ່ມໜຶ່ງທີ່ເປັນ
ເຄືອຂ່າຍກັບກຸ່ມລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ​ໃນການໂຈມຕີ ຫຼາຍຄັ້ງ
ທີ່ຜ່ານມາ.

ການໂຈມຕີຄັ້ງຫຼ້າສຸດນີ້ ມີຂຶ້ນ​ໃນ​ບໍ່​ເທົ່າ​ໃດມື້ ກ່ອນວັນຄົບຮອບ 5 ປີ ​ໃນວັນ​ຈັນ​ຈະ​ມານີ້ີ້ ​
ໃນການລຸກຮືຂຶ້ນຂອງປະຊາຊົນອີຈິບເພື່ອໂຄ່ນລົ້ມອະດີດປະທານາທິບໍດີ Hosni Mu-
barak ທີ່ດຳລົງຕຳແໜ່ງກ່ອນໜ້າທ່ານ Mosi.

XS
SM
MD
LG