ທີ່ອີຈິບ ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພ ກ່າວວ່າ ມືປືນ
ຈຳນວນນຶ່ງໄດ້ສັງຫານທະຫານ 5 ຄົນໃນເຂດວຸ້ນວາຍແຫ່ງນຶ່ງ
ເລາະແຄມຄອງ Suez ໃນຂະນະທີ່ລະເບີດລູກນຶ່ງທີ່ແຕກຂຶ້ນ
ໄດ້ສັງຫານປະຊາຊົນ 2 ຄົນ ໃນແຫຼມ Sinai.
ພວກມືປືນໄດ້ເປີດສາກໂຈມຕີໃນວັນຈັນມື້ນີ້ ໃສ່ໜ່ວຍລາດຕາ
ເວນໜ່ວຍນຶ່ງຂອງກອງທັບ ທີ່ດ່ານກວດກາແຫ່ງນຶ່ງ ໃກ້ໆກັບ
ເມືອງ Ismailia. ສ່ວນເຫດລະເບີດນັ້ນແມ່ນໄດ້ແຕກໃສ່ຕຶກ
ສຳນັກງານໃຫຍ່ຮັກສາຄວາມປອດໄພແຫ່ງນຶ່ງ ໃນເມືອງ al-
Tour ເຮັດໃຫ້ຜູ້ຄົນ ປະມານ 50 ຄົນ ໄດ້ຮັບບາດເຈັບ.
ຂົງເຂດດັ່ງກ່າວໄດ້ເຫັນການເຄື່ອນໄຫວຂອງພວກຫົວຮຸນແຮງເພີ່ມຂຶ້ນ ນັບແຕ່ກອງທັບ
ອີຈິບຂັບໄລ່ອະດີດປະທານາທິບໍດີ Mohamed Morsi ອອກຈາກຕໍາແໜ່ງໃນເດືອນກໍ
ລະກົດແລ້ວນີ້ ເປັນຕົ້ນມາ.
ຄວາມຮຸນແຮງໃນເຂດອື່ນໆອີກຂອງອີຈິບ ໂດຍສະເພາະໃນນະຄອນຫຼວງໄຄໂຣ ກໍໄດ້ມີ
ມາ ຢ່າງຕໍ່ເນື່ອງເຊັ່ນກັນ ຂະນະທີ່ພວກກຳລັງຮັກສາຄວາມປອດໄພ ທໍາການກວດລ້າງຕໍ່
ພວກ ປະທ້ວງທີ່ສະໜັບສະໜຸນທ່ານ Morsi.
ການສູ້ລົບກັນລະຫວ່າງຕຳຫຼວດແລະພວກສະໜັບສະໜຸນທ່ານ Morsi ໃນວັນອາທິດ
ວານນີ້ໄດ້ເຮັດປະຊາຊົນເສຍຊີວິດໄປຫຼາຍກວ່າ 50 ຄົນ ແລະບາດເຈັບຕື່ມອີກຫຼາຍ
ກວ່າ 200 ຄົນ.