ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພວກມືປືນ ສັງຫານ ປະຊາຊົນ 2 ຄົນ ໃນໂບດແຫ່ງນຶ່ງ ຂອງເຄັນຢາ (ສະໄລດ໌)


ພວກ​ມື​ປືນ​ຈຸ​ນຶ່ງ​ໄດ້​ເຂົ້າ​ໄປ​ໃນ​ໂບດ​ແຫ່ງ​ນຶ່ງ ​ຢູ່​ແຄມ​ຝັ່ງ​ທະ​ເລ
​ຂອງ​ເຄັນ​ຢາ ​ແລະ​ເປີດ​ສາກ​ຍິງ​ປືນ​ໃສ່ ​ພວກ​ກຳລັງ​ທຳ​ການ​
ສວດ​ມົນ​ຢູ່​ໃນ​ໂບດ ​ເຮັດ​ໃຫ້​ປະຊາຊົນ 2 ຄົນ​ເສຍ​ຊີວິດ ແລະ
​ໄດ້​ບາດ​ເຈັບ​ຕື່ມ​ອີກ​ຫຼາຍຄົນ.

ແຜນທີ່ປະເທດເຄັນຢາ
ແຜນທີ່ປະເທດເຄັນຢາ

ພວກ​ທີ່​ເຫັນ​ເຫດການ​ເກີດ​ຂຶ້ນ ກ່າວ​ວ່າ ມີປຶ້ມ​ຄຳ​ພີ​ທີ່​ເຕັມ​ໄປ​ດ້ວຍ
​ເລືອດ​ ແລະ​ຕັ່ງ​ອີ້​ທີ່​ປີ້​ນຂວ້ຳ​ ກະຈາຍ​ໄປ​ໃນ​ທົ່ວ​ພື້ນ​ໂບດ ຫຼັງ​ຈາກ​
ການ​ໂຈມ​ຕີ​ສິ້ນສຸດ​ລົງ​ຢູ່​ໃກ້ໆ​ກັບ​ເມືອງ​ທ່າ​ກຳ​ປັ່ນ Mombasa ນັ້ນ.

ບໍ່​ມີ​ຜູ້​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້​ ໃນ​ທັນ
ທີນີ້​ເທື່ອ​ ແຕ່​ກຸ່ມຫົວ​ຮຸນ​ແຮງ​ອີສລາມ Al-Shabab ໃນໂຊ​ມາ​ລີ​ ທີ່​ເຊື່ອມ​ໂຍງ​ກັບ​ເຄືອ​ຂ່າຍ ອາລ ​ກາ​ອິດາ ​ແລະ​ພວກ​ເຂົ້າ​ຂ້າງ​ກັບ​ກຸ່ມ​ດັ່ງກ່າວ​ໃນ​ເຄັນ​ຢາ ​ໄດ້​ຖືກ​ກ່າວ​ຫາມາ​ກ່ອນ ​ວ່າ ​ເປັນ​ຜູ້ທຳ​ການ​ໂຈມ​ຕີ​ໃນ​ທຳນອງ​ຄ້າຍໆ​ຄື​ກັນ​ນີ້.
XS
SM
MD
LG