ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມືປືນ ລະດົມຍິງ ໃສ່ວັດ ສາສະໜາຄຣິສ ແຫ່ງນຶ່ງ ຢູ່ໄນຈີເຣຍ


ພວກມືປືນ ລະດົມຍິງເຂົ້າໃສ່ຜູ້ຄົນທີ່ພວມສູດມົນ ໃນລະຫວ່າງມີພິທີ່ຢູ່ວັດ ແຫ່ງນຶ່ງຂອງ ສາສະໜາຄຣິສ ທາງພາກກາງຂອງໄນຈີເຣຍ.
ພວກມືປືນ ລະດົມຍິງເຂົ້າໃສ່ຜູ້ຄົນທີ່ພວມສູດມົນ ໃນລະຫວ່າງມີພິທີ່ຢູ່ວັດ ແຫ່ງນຶ່ງຂອງ ສາສະໜາຄຣິສ ທາງພາກກາງຂອງໄນຈີເຣຍ.

ພວກ​ມື​ປືນ​ໄດ້​ລະດົມ​ຍິງ​ເຂົ້າໃສ່​ຜູ້​ຄົນ​ທີ່​ພວມ​ສູດ​ມົນ ​ໃນ​ລະຫວ່າງ​ທີ່​ພວມ​ມີ​ພິທີ​ຢູ່ ວັດ​ແຫ່ງ​
ນຶ່ງ​ຂອງ​ສາສະໜາຄຣິສ ​ທາງ​ພາກ​ກາງຂອງໄນ​ຈີ​ເຣຍ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ
15 ຄົນ.

​ບັນດາເຈົ້າ​ໜ້າ​ທີ່​ໄນ​ຈີ​ເຣຍກ່າວ​ວ່າ ພວກ​ມື​ປືນທີ່​ບໍ່​ຮູ້ຈຳນວນ ​ໄດ້ພາກັນ​ບຸກ​ໂຈມ ຕີວັດດັ່ງ
ກ່າວ ​ໃນ​ຕອນ​ແລງ​ວັນ​ຈັນວານ​ນີ້ ໃກ້ໆ​ກັບ​ເມືອງ Okene ​ຢູ່ໃນ​ລັດ Kogi.

ລັດ Kogi ຕັ້ງຢູ່​ໃນ​ພາກ​ກາງຂອງ​ໄນ​ຈີ​ເຣຍ ບ່ອນ​ທີ່​ມີ​ຊາວ​ມຸສລິ​ມອາໄສ​ຢູ່​ເປັນ ສ່ວນ​ໃຫຍ່
ທາງພາກ​ເໜືອ ​ແລະ​ຊາວ​ຄຣິສຕຽນຄອບງຳ​ໃນ​ເຂດ​ພາກໃຕ້ ມາ​ບັນ ຈົບພົບ​ກັນນັ້ນ.

ຍັງ​ບໍ່​ທັນມີ​ກຸ່ມ​ໃດທວງ​ເອົາ​ຄວາມ​ຮັບຜິດຊອບເທື່ອ​ໃນ​ການ​ໂຈມ​ຕີຄັ້ງນີ້. ກຸ່ມຫົວ​ຮຸນ​ແຮງມຸສລິ​ມ
Boko Haram ​ໄດ້​ອ້າງ​ເອົາຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ ຕີຫຼາຍໆ​ຄັ້ງທີ່​ມີ​ມາ​ເປັນ​ລຳດັບ​
ເມື່ອ​ໄວໆ​ມານີ້ ຕໍ່​ວັດແລະໝູ່​ບ້ານຂອງ​ສາສະໜາ ຄຣິສ​ ຢູ່​ໃນ​ຂົງ​ເຂດ.

ກຸ່ມ Boko Haram ກ່າວ​ວ່າ​ ຕົນ​ທໍາ​ການ​ຕໍ່​ສູ້ເພື່ອ​ສ້າງຕັ້ງປະ​ເທດ​ທີ່​ນັບຖື​ສາ ສະໜາອິສລາ​ມ
ຂຶ້ນ​ຢູ່​ພາກ​ເໜືອ​ຂອງ​ໄນ​ຈີ​ເຣຍ ​ແລະ​ບໍ່​ຮັບ​ຮູ້​ລັດ​ຖະບານຫລື​ລັດ ຖະທໍາ​ມະນູນຂອງ​ໄນ​ຈີ​ເຣຍ.

XS
SM
MD
LG